ກົດເຫຼັກ 6ຂໍ້ ຄຸ້ມຄອງລາຄາສິນຄ້າ ຝາກທົ່ວສັງຄົມປະຕິບັດຕາມຢ່າງເຂັ້ມງວດ

142

ຫຼັງຈາກທີ່ກະຊວງສາທາລະນະສຸກໄດ້ອອກມາຢືນຢັນກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ໃນລາວ 2ກໍລະນີທໍາອິດ ເຮັດໃຫ້ສັງຄົມຕົກໃຈຫຼາຍພໍສົມຄວນ ແລະ ອາດເລີ່ມມີການກັກຕຸນສິນຄ້າຫຼາຍເພີ່ມຂຶ້ນ, ເຊິ່ງມັນອາດເປັນຊ່ອງທາງທີ່ເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຈໍານວນໜຶ່ງສວຍໂອກາດກັກຕຸນສິນຄ້າ ເພື່ອຂຶ້ນລາຄາສິນຄ້າຕາມລໍາພັງໃຈ.

ສະນັ້ນ, ເພື່ອຮັບປະກັນການສະຫນອງສິນຄ້າອຸປະໂພກ-ບໍລິໂພກໃຫ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ສົມເຫດສົມຜົນ, ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຜູ້ຊົມໃຊ້, ຜົນປະໂຫຍດຂອງລັດ ແລະ ຜູ້ປະກອບການ ແລະ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາ ສິນຄ້າແບບບໍ່ສົມເຫດສົມຜົນຂອງຜູ້ປະກອບການ ເພື່ອເກັງກໍາໄລ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ເປັນໄປຕາມທີ່ລັດກໍານົດ.

ອີງຕາມຄໍາສັ່ງເລກທີ 0318/ອຄ.ກຄພນ, ລົງວັນທີ 25 ມີນາ 2020 ເລື່ອງຊີ້ນໍາພະແນກກ່ຽວຂ້ອງ ເພື່ອເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າພາຍໃນແຂວງຂອງຕົນ ເພື່ອບໍ່ໃຫ້ສວຍໂອກາດກັກຕຸນສິນຄ້າ ໃນໄລຍະເກີດມີສະພາບການແຜ່ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19; ເຊິ່ງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມປະທານຄະນະຊີ້ນໍາວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການຂັ້ນສູນກາງ ຕາມຂໍ້ຕົກລົງ ເລກທີ 71/ນຍ ໄດ້ອອກຄໍາສັ່ງດັ່ງລຸ່ມນີ້:

1 ໃຫ້ຊີ້ນໍາ ພະແນກການກ່ຽວຂ້ອງທີ່ປະກອບໃນຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ທີ່ຖືກແຕ່ງຕັ້ງຈາກທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງເລກທີ 71/ນຍ ລົງວັນທີ 06 ຕຸລາ 2017 ເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລໍາພັງໃຈ ແລະ ປະຕິບັດມາດຕະການຄຸ້ມຄອງລາຄາຢ່າງເຂັ້ມງວດ.

2 ໃຫ້ຊີ້ນໍາພະແນການກ່ຽວຂ້ອງເພື່ອປະສານສົມທົບ ຂໍຄວາມຮ່ວມມືຈາກຜູ້ປະກອບການ ເປັນຕົ້ນແມ່ນຜູ້ຜະລິດຜູ້ນໍາເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈໍາຫນ່າຍ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ພ້ອມທັງຊຸກຍູ້ໃຫ້ບັນດາຜູ້ປະກອບການສະຫນອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການ ໃນຊ່ວງໄລຍະເກີດມີສະພາບການແຜ່ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ນີ້.

3 ໃຫ້ຊີ້ນໍາ ພະແນກການກ່ຽວຂ້ອງ ເພື່ອປະສານສົມທົບກັບຜູ້ປະກອບການນໍາເຂົ້າສິນຄ້າ ແຈ້ງຕົ້ນທຶນລາຄານໍາເຂົ້າ ແລະ ລາຄາຂາຍຍົກ-ຂາຍຍ່ອຍ ເພື່ອເປັນບ່ອນອີງ ແລະ ອຳນວຍຄວາມສະດວກໃນການລົງຕິດຕາມ-ກວດກາ ໃນແຕ່ລະໄລຍະ, ຫຼີກລ່ຽງການປັບຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ເພື່ອຫວັງຜົນກໍາໄລເກີນຂອບເຂດ.

4 ໃຫ້ຊີ້ນໍາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນນາມເປັນກອງເລຂາຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ຊີ້ນ (ຫມູ, ງົວ, ຄວາຍ), ໄກ່ປອກ, ປານິນ, ປະເພດພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າທົ່ວໄປ ຢູ່ພາຍໃນແຂວງຂອງຕົນ ໃຫ້ໄປຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ ໃນແຕ່ລະໄລຍະ ບົນພື້ນຖານດໍາລັດ 474/ນຍ ແລະ ຕາມລະບຽບການກ່ຽວຂ້ອງ ດ້ວຍການຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງຊັດເຈນ (ນັບແຕ່ຂອດຕົ້ນທຶນການຜະລິດ, ຂອດຂາຍຍົກ ແລະ ຂອດຂາຍຍ່ອຍ) ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ແບບບໍ່ສົມເຫດສົມຜົນ.

ພ້ອມດຽວກັນນັ້ນ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈໍາ ໃນທ້ອງຕະຫຼາດຫຼັກໆ ກໍຄື ບໍລິສັດນໍາເຂົ້າ, ບໍລິສັດຂາຍຍົກ, ຮ້ານຄ້າໃຫ່ຍໆພາຍໃນທ້ອງຖິ່ນຂອງຕົນ ໂດຍສ້າງບົດບັນທຶກການສະຫນອງສິນຄ້າຢ່າງພຽງພໍ ແລະ ມີການແຕ່ງຕັ້ງພະນັກງານຫມູນວຽນກັນລົງສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ/ເທດສະບານ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອພ້ອມກັນຈັດຕັ້ງປະຕິບັດ, ຮັບປະກັນໃຫ້ມີສິນຄ້າພຽງພໍ ແລະ ຂາຍໃນລາຄາທີ່ເຫມາະສົມ

ສະເພາະສິນຄ້າປະເພດເຂົ້າກິນ: ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ນັບແຕ່ຂອດເກັບຊື້ຈາກຊາວນາ (ຜູ້ຜະລິດ), ຂອດໂຮງສີ, ຂອດຂາຍຍົກ ແລະ ຂາຍຍ່ອຍ ຕາມທ້ອງຕະຫຼາດ;

ສະເພາະສິນຄ້າປະເພດຊີ້ນ: ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ນັບແຕ່ຂອດລ້ຽງ (ລາຄາຫມູເປັນຢູ່ຫນ້າຟາມ), ຂອດນາຍຮ້ອຍ (ຂາຍຍົກ) ແລະ ຂອດລູກຂຽງ (ຂາຍຍ່ອຍ)

ສ່ວນປະເພດພືດຜັກ ແລະ ສະບຽງອາຫານຕ່າງໆ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມຂອດເກັບຊື້ ຈາກຊາວກະສິກອນ ແລະ ຂອດຂາຍຍ່ອຍ

ກ່ອນຈະປັບຂຶ້ນ ຫຼື ລົງ ລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຢູ່ໃນລາຍການສິນຄ້າຄວບຄຸມ (ບັນຊີ ກ) ຕ້ອງໄດ້ຜ່ານການຄົ້ນຄວ້າ ແລະ ຕົກລົງເຫັນດີຈາກຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ/ນະຄອນຫຼວງ ທີ່ຖືກແຕ່ງຕັ້ງຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຕາມ ຂໍ້ຕົກລົງ 71/ນຍ ເສຍກ່ອນ.

5 ນອກຈາກລາຍການສິນຄ້າຄວບຄຸມລາຄາ ຕາມບັນຊີ (ກ) ທີ່ໄດ້ກໍານົດໄວ້ແລ້ວນັ້ນ, ຖ້າຫາກລາຍການສິນຄ້າຊະນິດໃດ ເຊິ່ງເຫັນວ່າມີຄວາມຈໍາເປັນກໍານົດເຂົ້າໃນບັນຊີຄວບຄຸມລາຄາຂອງແຂວງຕົນສະເພາະນັ້ນ ແມ່ນໃຫ້ຮີບຮ້ອນຄົ້ນຄວ້າ ແລະ ສະເຫນີເຖິງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ພິຈາລະນາຕາມຄວາມເຫມາະສົມ.

6 ໃນກໍລະນີຫາກພົບເຫັນວ່າມີການລະເມີດ ຫຼື ຝ່າຝືນ ແມ່ນໃຫ້ໃຊ້ມາດຕະການຕາມຫມວດທີ 6 ທີ່ໄດ້ກໍານົດໄວ້ ໃນດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.