2 ເດືອນຕົ້ນປີ ລາຍຈ່າຍດ້ານເງິນເດືອນຂອງອັດຕະປືສູງເຖິງ 26ຕື້ກວ່າກີບ

68

ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ໃຫ້ໄດ້ຮັບເງິນເດືອນເປັນປົກກະຕິໃນທຸກໆເດືອນ ແຂວງອັດຕະປືຖືເອົາການເບີກຈ່າຍເງິນເດືອນ-ເງິນນະໂຍບາຍເປັນບຸລິມະສິດສໍາຄັນ ເຮັດໃຫ້ 2ເດືອນກວ່າ ຂອງປີ 2020 ດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 39ຕື້ກວ່າກີບ ເທົ່າກັບ 11%ຂອງແຜນການປີ, ໃນນັ້ນລາຍຈ່າຍດ້ານເງິນເດືອນສູງກວ່າດ້ານອື່ນ ຈໍານວນ 26ຕື້ກວ່າກີບ.

ໃນວັນທີ 19 ມີນາ 2020 ທີ່ຜ່ານມາ, ທ່ານ ນາງ ວັດຖາວອນ ວົງໄຊ ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງອັດຕະປື ໄດ້ໃຫ້ສຳພາດວ່າ: ຄັງເງິນແຫ່ງຊາດປະຈໍາແຂວງອັດຕະປື ໄດ້ຖືເອົາການເບີກຈ່າຍເງິນເດືອນ-ເງິນນະໂຍບາຍ ຕ່າງໆເປັນບູລິມະສິດສຳຄັນ ເຊີ່ງສະແດງອອກໃນການຈັດຕັ້ງປະຕິບັດໄລຍະ 2 ເດືອນກວ່າມານີ້ດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 39 ຕື້ກວ່າກີບ ຫຼືເທົ່າກັບ 11% ຂອງແຜນການປີ ໃນນີ້ລາຍຈ່າຍງົບປະມານປົກກະຕິ ປີ 2020 ເທົ່າກັບ 28 ຕື້ກວ່າກີບ, ທຽບໃສ່ແຜນການປີປະຕິບັດໄດ້ 8% ແລະ ລາຍຈ່າຍເຄື່ອນຍ້າຍໃຫ້ສູນກາງ ເທົ່າກັບ 10 ຕື້ກວ່າກີບ.

ໃນນັ້ນລາຍຈ່າຍເງິນເດືອນແມ່ນສູງກວ່າລາຍຈ່າຍດ້ານອື່ນໆ ມີເຖິງ 26 ຕື້ກວ່າກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 12%, ລາຍຈ່າຍເງິນນະໂຍບາຍ ມີ 1 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 4% ແລະ ຈ່າຍເງິນບໍລິຫານ, ຈ່າຍເງິນດັດສົມ-ສົ່ງເສີມ, ຈ່າຍເງິນແຮ, ເງິນຊື້ໃໝ່ອີກຈໍານວນໜຶ່ງ, ສ່ວນພາກລາຍຈ່າຍເງິນລົງທຶນແມ່ນຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ.

ທ່ານ ຫົວໜ້າຄັງເງິນແຫ່ງຊາດປະຈໍາແຂວງອັດຕະປື ຍັງໄດ້ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການເບີກຈ່າຍເງິນຕ່າງໆຂອງຄັງເງິນແຫ່ງຊາດປະຈໍາແຂວງອັດຕະປື ໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນງວດນັ້ນ ຄັງເງິນແຫ່ງຊາດປະຈໍາແຂວງ ຈະຖືເອົາລະບຽບກົດໝາຍເປັນບ່ອນອີງໂດຍສະເພາະແມ່ນປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການກຳນົດການໃຊ້ຈ່າຍງົບປະມານບໍລິຫານຂອງລັດ, ຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນຂະແໜງການເງິນ.

ສືບຕໍ່ເພີ່ມທະວີການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍຖືເອົາຂໍ້ກຳນົດ, ກົດໝາຍ ຕ່າງໆເປັນບ່ອນອີງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິຜົນ, ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາວຽກງານວິຊາສະເພາະພາຍໃນຂະແໜງຄັງເງິນທັງຂັ້ນແຂວງ ແລະ ຄັງເງິນປະຈຳເມືອງຢ່າງເຂັ້ມງວດ, ສືບຕໍ່ປະຕິບັດລາຍຈ່າຍງົບປະມານປົກກະຕິ ແຕ່ລະພາກອື່ນໆໃຫ້ທັນກັບກຳນົດເວລາ, ສືບຕໍ່ເລັ່ງທວງໜີ້ສີນເງິນຢືມລ່ວງໜ້າໃນລະບົບຄັງເງິນ ຂອງບັນດາບໍລິສັດ, ບັນດາພະແນກການອ້ອມຂ້າງແຂວງ ທີ່ຍັງຄ້າງຊຳລະເພື່ອສະສາງໃຫ້ຄົບຖ້ວນຕາມຈຳນວນ.

ຂ່າວ: ຂ ອັດຕະປື ວັດທະນາ