ແຕ່ງຕັ້ງ ທ່ານ ສຸພົນ ບຸນຍາລາດ ຂຶ້ນເປັນຫົວໜ້າຫ້ອງການ ຖວທ ເມືອງອຸທຸມພອນຜູ້ໃໝ່

141

ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງອຸທຸມພອນ (ຖວທ) ແຂວງ ສະຫວັນນະເຂດ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2020 ນີ້, ໂດຍການເຂົ້າຮ່ວມຂອງທ່ານ ຈິນດາວັນ ບຸດລາສີ ຮອງເລຂາພັກເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານນາງ ລຳທອງ ຈັນທະແສງ ຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າ ໄດ້ສະຫຼຸບຄືນກ່ຽວກັບການຊີ້ນຳ-ນຳພາວຽກງານໃນໄລຍະ 5 ປີຜ່ານມາ ເຊິ່ງມີຫຼາຍໜ້າວຽກທີ່ຈັດຕັ້ງປະຕິບັດສຳເລັດ ແລະ ຫຼາຍວຽກທີ່ຍັງຄ້າງຄາຈະຕ້ອງໃຫ້ຫົວໜ້າຜູ້ໃໝ່ສຶບຕໍ່ຈັດຕັ້ງປະຕິບັດ.

ພາບປະກອບຂ່າວ

ຈາກນັ້ນ, ໃນພິທີ ກໍ່ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ລຳທອງ ຈັນທະແສງ ຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າ ກັບທ່ານ ສຸພົນ ບຸນຍາລາດ ຫົວໜ້າຫ້ອງການ ຖວທ ຜູ້ໃໝ່. ສ່ວນຫົວໜ້າ ຖວທ ເມືອງຜູ້ເກົ່າໄປຮັບໜ້າທີ່ໃໝ່ ເປັນປະທານແນວລາວສ້າງຊາດເມືອງ.

ພາບປະກອບຂ່າວ

ທີ່ມາ, ຫ້ອງການ ຖວທ ເມືອງອຸທຸມພອນ