ບາຈຽງຈະເລີນສຸກ ປະກາດແຕ່ງຕັ້ງ ແລະ ໂຍກຍ້າຍພະນັກງານການນຳເມືອງຫຼາຍຕໍາແໜ່ງ

75

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ຫຼາຍອົງການຈັດຕັ້ງນັບທັງສູນກາງລົງຮອດທ້ອງຖິ່ນ ບັນດາສຳນັກງານອົງການຈັດຕັ້ງ ກໍ່ໄດ້ມີການປັບປ່ຽນ, ໂຍກຍ້າຍໜ້າທີ່ ພະນັກງານ ທັງນີ້, ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຂົງເຂດດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ວັນທີ 24 ມີນາ 2020 ຜ່ານມາ ເມືອງບາຈຽງຈະເລີນສຸກ ແຂວງ ຈຳປາສັກ ກໍ່ໄດ້ຈັດພິທີມອບ-ຮັບໜ້າທີ່ຮອງເຈົ້າເມືອງ ແລະ ຫົວໜ້າຫ້ອງການຕ່າງໆລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງໆບາຈຽງຈະເລີນສຸກ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຕາງໜ້າຈາກພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວ

ໃນພິທີ, ໄດ້ມີການມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ເກິນ ສັກບົວວົງ ຮອງເຈົ້າເມືອງໆບາຈຽງຈະເລີນສຸກ (ຜູ້ເກົ່າ) ກັບທ່ານ ຄຳມ່ວນ ຊາພິຈິດ ຮອງເຈົ້າເມືອງບາຈຽງຈະເລີນສຸກ (ຜູ້ໃໝ່) ເນື່ອງຈາກຜູ້ເກົ່າໄດ້ເຂົ້າຮັບເບ້ຍບຳນານ.

ພາບປະກອບຂ່າວ

ຈາກນັ້ນ, ໃນພິທີກໍ່ໄດ້ມີການປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຫົວໜ້າຫ້ອງການຄື: ໂຍກຍ້າຍ ທ່ານ ສຸດທະເຮືອງສັກ ກຸນລະບຸດ ໄປເປັນຫົວໜ້າຫ້ອງການຈັດຕັ້ງ; ທ່ານ ຄຳແສນ ຈັນທະວົງ ໄປເປັນຫົວໜ້າຫົວໜ້າຫ້ອງການໂຄສະນາອົບຮົມ; ທ່ານນາງ ບົວຜັນ ຫຼວງແສນຫວັງ ໄປເປັນປະທານສະຫະພັນແມ່ຍິງ; ທ່ານ ບຸນສີ ຈິດໂພໝັ້ນ ໄປເປັນຫົວໜ້າຫ້ອງການແຜນການ-ການລົງທຶນ; ທ່ານ ຄຳໝອນ ບຸດຊາວດອນ ໄປເປັນຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ; ທ່ານ ສຸມະນີ ວໍລະສິງ ໄປເປັນຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ; ທ່ານ ແສງສຸລິຍາ ກຸວັນທອງ ໄປເປັນຫົວໜ້າຫ້ອງວ່າການປົກຄອງເມືອງ; ທ່ານ ຄຳສອນ ສີດາວົງ ໄປເປັນປະທານສະຫະພັນກຳມະບານ ແລະ ທ່ານ ພອນສະຫວັດ ແສງສຸວັນ ໄປເປັນຫົວໜ້າຫ້ອງການພະລັງງານ-ບໍແຮ່ເມືອງ.

ພາບປະກອບຂ່າວ

ພ້ອມນີ້, ແຕ່ງຕັ້ງ ທ່ານອຸດອນ ສິລິວັງເວີນ ຂຶ້ນເປັນຫົວໜ້າສຶກສາທິການ-ກິລາ; ທ່ານ ສີວິໄລ ວົງພະຈັນ ຂຶ້ນເປັນຫົວໜ້າຫ້ອງການໆເງິນ; ທ່ານ ບຸນທົງ ລັດຕະນະວົງ ຂຶ້ນເປັນຫົວໜ້າຫ້ອງການອຸດສະຫະກຳ-ການຄ້າເມືອງ; ທ່ານນາງ ດຣ ອຸດຕະພອນ ສົມສີທາ ຂຶ້ນເປັນຫົວໜ້າຫ້ອງການສາທາລະນະສຸກ ແລະ ທ່ານ ອຸດອນ ໄຊຍະວົງ ຂຶ້ນເປັນຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ.

ພາບປະກອບຂ່າວ

ທີ່ມາ: ສື່ມວນຊົນແຂວງຈຳປາສັກ