ສິງຄຳ ຈະໃຊ້ປະສົບການເຄີຍຮ່ວມຊີງແຊັມໂລກ ເຂົ້າຄັດເລືອກກີລາຍິງປືນທີມຊາດລາວສຸກນີ້

46

ທ້າວ ສິງຄຳ ສີປະເສດ ອະດີດນັກກີລາຍິງປືນ ໄອພີເອັສຊີ ທີມຊາດລາວ ຈະນຳໃຊ້ປະສົບການທີ່ເຄີຍຮ່ວມຊີງແຊັມໂລກ ເຂົ້າຮ່ວມການແຂ່ງຂັນກີລາຍິງປືນ ໄອພີເອັສຊີ ( ລາຍການ   ໂປຣດັກຊັນ ) ເພື່ອເປັນການຄັດເລືອກນັກແມ່ນປືນພອນສະຫວັນດີເດັ່ນ ທັງໝົດຈຳນວນ 7 ຄົນ. ໃນນັ້ນ, ເປັນຍິງ 1 ຄົນ ກຽມເປັນຕົວແທນທັບນັກກີລາຍິງປືນທີມຊາດລາວ ລາຍການຊີງແຊັມໂລກ ຫຼື ເວີຣຊຸດ 2020 ຈະຈັດຂຶ້ນທີ່ປະເທດໄທ ໃນເດືອນພະຈິກ 2020.

ທ້າວ ສິງຄຳ ສີປະເສີດ ນັກກີລາຍິງປືນອະດີດນັກກີລາ ໄອພີເອັສຊີ ທີມຊາດລາວ ໃຫ້ສໍາພາດໃນວັນທີ 23 ມີນາ 2020 ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຈາກສະໂມສອນຍິງປືນ ໄອພີເອັສຊີລາວ ໃຫ້ເຂົ້າຮ່ວມຍິງປືນ ໄອພີເອັສຊີ ຊີງແຊັມແຫ່ງປະເທດລາວ ຈະຈັດຂຶ້ນໃນວັນທີ 27 ມີນານີ້ ເພື່ອເປັນການຄັດເລືອກນັກກີລາດີເດັ່ນ ຈຳນວນ 7 ຄົນ. ໃນນັ້ນ, ເປັນຍິງ 1 ຄົນ ກຽມສົ່ງເຂົ້າຮ່ວມແຂ່ງຂັນຊີງແຊັມໂລກທີ່ປະເທດໄທ ໃນເດືອນພະຈິກ 2020 ກໍໄດ້ມີການຫ້າງຫາກະກຽມຄວາມພ້ອມຂອງຕົນເອງຢ່າງຮອບດ້ານ ໂດຍສະເພາະອຸປະກອນປືນທີ່ຈະນຳໃຊ້ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ສາມາດບອກໄດ້ວ່າປັດຈຸບັນແມ່ນພ້ອມ 100%.

“ ຢ່າງໃດກໍຕາມ, ລາຍການ ໄອພີເອັສຊີ ຊີງແຊັມລາວ ໃນຄັ້ງນີ້ປະໝາດບໍ່ໄດ້, ມີນັກກີລາລະດັບສີມືດີຮຸ່ນນ້ອງຂຶ້ນມາໃໝ່ຈຳນວນຫຼວງຫຼາຍ. ສະນັ້ນ, ເພື່ອຮັບປະກັນໃຫ້ໄດ້ຕິດ 1 ໃນ 7 ຄົນ ກໍຈະນຳເອົາປະສົບການທີ່ເຄີຍເຂົ້າຮ່ວມການແຂ່ງຂັນຍິງປືນ ໄອພີເອັສຊີ ຊີງແຊັມໂລກ ຫຼື ເວີຣຊຸດ 2018 ທີ່ປະເທດຝຣັ່ງ ຮັບກຽດເປັນເຈົ້າພາບ ສ້າງຜົນງານຢ່າງສຸດຄວາມສາມາດ ”, ທ້າວ ສິງຄຳ ກ່າວ.

ສຳລັບການແຂ່ງຂັນກີລາຍິງປືນ ໄອພີເອັສຊີ ລາຍການ ໂປຣ ດັກຊັນ ຈະຈັດຂຶ້ນໃນວັນທີ 27 ມີນາ 2020 ມີການກຳນົດແຂ່ງຂັນທັງໝົດ 10 ສະໜາມ ຄາດວ່າຈະມີນັກກີລາທີ່ເຂົ້າຮ່ວມຊີງໄຊເກືອບ 30 ຄົນ. ໃນນັ້ນ, ແມ່ນຈະຄັດເລືອກເອົານັກກີລາ 7 ຄົນ ຍິງ 1 ຄົນ ທີ່ມີຄະແນນດີທີ່ສຸດ ເພື່ອຕາງໜ້າທັບນັກກີລາຍິງປືນ ໄອພີເອັສຊີ ທີມຊາດລາວ  ເຂົ້າຮ່ວມລາຍການຊີງແຊັມໂລກທີ່ປະເທດໄທ ຮັບກຽດເປັນເຈົ້າພາບໃນເດືອນພະຈິກ 2020.

ສ່ວນຜົນງານການແຂ່ງຂັນກີລາຍິງປືນຊີງແຊັມໂລກທີ່ປະເທດຝຣັ່ງ ເປັນເຈົ້າພາບເມື່ອປີ 2018 ຜ່ານມາ ມີນັກກີລາຫຼາຍພັນຄົນເກືອບ 40 ປະເທດສົ່ງເຂົ້າຮ່ວມແຂ່ງຂັນ. ໃນນັ້ນ, ສປປ ລາວ ສົ່ງນັກກີລາເຂົ້າຮ່ວມພຽງ 3 ຄົນ ເຊິ່ງປະກອບມີ ທ້າວ ອະໂນໄທ ເມືອງມະນີ, ທ້າວ ສິງຄຳ ສີປະເສີດ ແລະ ທ້າວ ສຸນັນ ວັດທະນະບູນ ໂດຍມີການຊີງໄຊກັນຫຼາຍລາຍ ການສາມາດສ້າງຜົນງານໄດ້   ຢູ່ອັນດັບກາງໆຂອງລາຍການດັ່ງກ່າວ.

( ຂ່າວ – ຮູບ: ຄໍາສອນ+ສົງການ )