ຈຳນວນອາດຊະຍາກຳໄຊເບີເພີ່ມສູງຂຶ້ນ ເມື່ອຄົນເລີ່ມເຮັດວຽກຢູ່ເຮືອນ

119

ເນື່ອງຈາກສະຖານະການຂອງ ໂຄວິດ – 19 ທີ່ໜ້າເປັນຫ່ວງຂຶ້ນນັບມື້ຫຼາຍປະເທດໄດ້ເລີ່ມມີນະໂຍບາຍ Social Distance “ ໄລຍະທາງສັງຄົມ ” ຄື: ຫຼຸດການພົບປະກັນ,  ໂຈະກິດຈະກຳທີ່ຄົນມາລວມຕົວກັນ ເພື່ອຫຼຸດອັດຕາການແຜ່ເຊື້ອໄວຣັສ ໂຄວິດ – 19 ທີ່ເວລານີ້ຈຳນວນຍອດຜູ້ຕິດເຊື້ອຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການເຮັດວຽກຢູ່ເຮືອນ ( Remote Working ) ເປັນນະໂຍບາຍທີ່ເວລານີ້ ຫຼາຍບໍລິສັດເລີ່ມປະກາດໃຊ້ ຫຼື ໂຮງຮຽນ, ມະຫາວິທະຍາໄລຕ່າງໆ ກໍເລີ່ມສອນແບບອອນລາຍແທນ ( Online classes ) ເຊິ່ງບໍ່ວ່າຈະຮຽນ ຫຼື ເຮັດວຽກ ກໍຈະຕ້ອງໃຊ້ຄອມພິວເຕີໃນການເຊື່ອມຕໍ່ອິນເຕີເນັດເປັນສ່ວນໃຫຍ່.

ບັນຫາທີ່ຕາມມາ ຄືຄວາມສ່ຽງດ້ານອາດຊະຍາກຳດ້ານໄຊເບີ ( Cybercrime ) ກໍມີທ່າອ່ຽງສູງຂຶ້ນຈາກບັນຫາຂອງໂຄວິດ – 19 ເຮັດໃຫ້ບໍລິສັດສ່ວນໃຫຍ່ຈຳເປັນຕ້ອງເລັ່ງໃຊ້ມາດຕະການໃຫ້ພະນັກງານເຮັດວຽກຢູ່ເຮືອນ ໂດຍໃຊ້ຊ໊ອຟແວຣ໌ຕ່າງໆເຂົ້າມາຊ່ວຍ ແຮັກເກີກໍອາໄສຈັງຫວະນີ້ໃນການໂຈມຕີເຫຍື່ອທີ່ບໍ່ມີຄວາມຊ່ຽວຊານດ້ານເຕັກໂນໂລຊີ.

ເຖິງວ່າການເຮັດວຽກ ຫຼື ຮຽນແບບອອນລາຍຈະບໍ່ແມ່ນເລື່ອງໃໝ່ ແຕ່ການທີ່ປະລິມານຜູ້ໃຊ້ເພີ່ມຂຶ້ນຢ່າງກະທັນຫັນ ຍ່ອມເຮັດໃຫ້ແຮັກເກີມີໂອກາດໂຈມຕີຫຼາຍຂຶ້ນ ຈາກແຕ່ກ່ອນທີ່ພະນັກງານເຂົ້າເຖິງອິນເຕີເນັດຈາກເຄືອຂ່າຍໃນບໍລິສັດທີ່ມີທີມໄອທີຄອຍຖ້າເບິ່ງແຍງ ຖືກປ່ຽນໄປເຊື່ອມຕໍ່ຈາກອິນເຕີເນັດໃນເຮືອນທີ່ມີຄວາມປອດໄພຕ່ຳກວ່າ ຫຼື ຄອມພິວເຕີສ່ວນຕົວທີ່ບໍ່ມີລະບົບຮັກສາຄວາມປອດໄພທຽບເທົ່າກັບໃນອົງກອນ.

ຄວາມຫ່າງໄກຈາກເພື່ອນຮ່ວມງານກໍມີຜົນໃນບ່ອນເຮັດວຽກ ເມື່ອເຮົາພົບບັນຫາ ເຊັ່ນ: ມີອີເມລແປກໆ ຫຼື ລິ້ງທີ່ສົງໄສປາກົດຂຶ້ນມາ ເຮົາອາດຈະຖາມໝູ່ເພື່ອນກ່ອນ ຫຼື ຫາກຄລິກໄປ ລະບົບຮັກສາຄວາມປອດໄພຂອງບໍລິສັດກໍຊ່ວຍປ້ອງກັນເອົາໄວ້ໄດ້ ແຕ່ເມື່ອເຫດການນີ້ເກີດຂຶ້ນທີ່ເຮືອນມັນອາດບໍ່ເປັນແບບນັ້ນ.

ນັກວິໄຈດ້ານຄວາມປອດໄພລະບຸວ່າ: ໃນໄລຍະເລີ່ມຕົ້ນແຮັກເກີຈະອາໄສປະໂຫຍດຈາກຄວາມລະແວງທີ່ມີຕໍ່ໄວຣັສ ໂຄວິດ – 19 ເຮັດໃຫ້ເຫຍື່ອຕິດກັບດັກ ເຊິ່ງບໍ່ແມ່ນເລື່ອງທາງທິດສະດີ ແຕ່ໄດ້ເກີດຂຶ້ນແລ້ວຫຼາຍຄັ້ງ ພຽງແຕ່ຄາດວ່າມັນຈະເພີ່ມຈຳນວນຫຼາຍຂຶ້ນ ແລະ ຈາກລາຍງານດ້ານຄວາມປອດໄພພົບວ່າຄົ້ນພົບປະລິມານການແຮັກທີ່ຢູ່ໃນທີມຂອງ ໂຄວິດ – 19 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນການໃຊ້ເຕັກນິກການຫຼອກລວງ, ສ້າງເວັບໄຊປອມ ຫຼື ນຳມັນແວຣ໌ມາກັບໄຟລ໌ເອກະສານ.

ນອກຈາກນີ້ນັກວິໄຈດ້ານ ຄວາມປອດໄພຍັງໄດ້ໃຫ້ ຄວາມເຫັນວ່າ: ການເຮັດວຽກຢູ່ເຮືອນ ພະນັກງານມັກຈະຖືກລົບກວນຈາກສິ່ງຮອບຕົວໄດ້ຫຼາຍກວ່າປົກກະຕິ ພວກເຂົາມັກຈະເຮັດວຽກ ພ້ອມກັບກວດເຊັກອີເມລສ່ວນຕົວ ຫຼື ເຂົ້າເບິ່ງເວັບໄຊທີ່ບໍ່ກ່ຽວກັບວຽກຫຼາຍກວ່າເວລາຢູ່ໃນບ່ອນເຮັດວຽກ ເຮັດໃຫ້ຄວາມສ່ຽງເພີ່ມຂຶ້ນຫຼາຍໄປອີກ.

ບໍລິສັດ ຫຼື ສະຖານສຶກສາ ຈຶ່ງຄວນໃຫ້ຄວາມຮູ້ດ້ານ Cybercrime ແກ່ພະນັກງານທີ່ຕ້ອງເຮັດວຽກຢູ່ເຮືອນ ຕ້ອງປ້ອງກັນທັງໄວຣັສ ໂຄວິດ – 19 ແລະ ໄວຣັສ ຄອມພິວເຕີໄປພ້ອມກັນ.

( ທີ່ມາ: threatpost.com , arstechnica.com )

[ ໂດຍ: ສົມລົດ ]