ກຸ່ມລ້ຽງສັດໃຫຍ່ບ້ານໂສດ ຖືເປັນໜໍ່ແໜງຂອງການຜະລິດກາຍເປັນສິນຄ້າ

266

ບ້ານໂສດ ເປັນກຸ່ມບ້ານໜຶ່ງທີ່ນອນໃນເຂດຈຸດສຸມພັດທະນາຂອງແຂວງຈໍາປາສັກ ທີ່ຂຶ້ນກັບເມືອງໂຂງ ປະກອບມີ 5 ບ້ານ: ມີພົນລະເມືອງ 4.556 ຄົນ ຍິງ 2.217 ຄົນ ຖືເປັນກຸ່ມບ້ານໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ເຊັ່ນ: ເນື້ອທີ່ດິນ, ປ່າໄມ້, ລະບົບແຫຼ່ງນ້ຳ ແລະ ທົ່ງຫຍ້າ ເຊິ່ງປະຊາຊົນສ່ວນຫຼາຍແມ່ນທຳການຜະລິດປູກຝັງ – ລ້ຽງສັດເປັນອາຊີບຕົ້ນຕໍ ແລະ ຈຳນວນໜຶ່ງຢຶດໝັ້ນໃນອາຊີບຄ້າຂາຍເປັນສຳຮອງ.

ພາບປະກອບຂ່າວ

ດັ່ງນັ້ນ, ເພື່ອເສີມຂະຫຍາຍທ່າແຮງດັ່ງກ່າວ ຄະນະພັກຮາກຖານກຸ່ມບ້ານ ແລະ ອົງການປົກຄອງບ້ານໄດ້ມີການວາງແຜນ ແລະ ຂຽນບົດສະເໜີໂຄງການລ້ຽງງົວເປັນສິນຄ້າ ພ້ອມທັງສ້າງຕັ້ງກຸ່ມຜູ້ລ້ຽງງົວມີຈຳນວນ 39 ກຸ່ມ, ມີ 289 ຄອບຄົວ ເຊິ່ງໄດ້ຮັບການສະໜອງທຶນດ້ານສິນເຊື່ອຈາກທະນາຄານນະໂຍບາຍ ທັງໝົດ 2 ຕື້ 676 ລ້ານກີບ ສົມທົບກັບທຶນຂອງປະຊາຊົນທີ່ມີແລ້ວນຳໃຊ້ເຂົ້າໃນການຈັດຊື້ພໍ່ – ແມ່ພັນງົວ ພ້ອມທັງສ້າງລະບຽບການຄຸ້ມຄອງຂອງກຸ່ມ ຕິດພັນກັບການຈັດຝຶກອົບຮົມທາງດ້ານວິຊາການຈາກຫ້ອງການກະສິກຳ – ປ່າໄມ້ເມືອງໃຫ້ແກ່ສະມາຊິກຂອງກຸ່ມ.

ເລີ່ມຕົ້ນທຳອິດໃນປີ 2014 ມີງົວທັງໝົດ 764 ໂຕ, ຜ່ານການລ້ຽງຕົວຈິງມາເຖິງທ້າຍປີ 2019 ຈຳນວນງົວໄດ້ເພີ່ມຂຶ້ນເປັນ 2.964 ໂຕ ແລະ ໄດ້ເລີ່ມຂາຍງົວໃນປີ 2016 – 2019 ໂດຍສະເລ່ຍຄອບຄົວໜຶ່ງໄດ້ຂາຍງົວອອກຈຳນວນ 12 ໂຕ ສາມາດສ້າງລາຍຮັບພາຍໃນກຸ່ມໄດ້ 12 ຕື້ 138 ລ້ານກີບ.

ພາບປະກອບຂ່າວ

ນອກຈາກນັ້ນ, ກໍຍັງມີລາຍໄດ້ຈາກການຂາຍເຂົ້າເປືອກ 9 ຕື້ 753 ລ້ານກີບ, ລາຍຮັບຈາກການຂາຍໝູ ແລະ ສັດປີກ 3 ຕື້ 612 ລ້ານກີບ, ສ່ວນລາຍຮັບຈາກການຂາຍພືດຜັກຊະນິດຕ່າງໆ ແລະ ເຄື່ອງປ່າຂອງນາ 2 ຕື້ 167 ລ້ານກີບ, ໝາກມ່ວງຫິມະພານ 657 ລ້ານກີບ.

ລວມລາຍຮັບທັງໝົດໄດ້ 28 ຕື້ 329 ລ້ານກວ່າກີບ ຫາກສະເລ່ຍໃສ່ຄອບຄົວໜຶ່ງຈະມີລາຍຮັບ 98 ລ້ານກວ່າກີບ ເຊິ່ງຖືວ່າເປັນການສ້າງລາຍຮັບໃຫ້ກັບຄອບຄົວໄດ້ດີພໍສົມຄວນ ອັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນຄອບຄົວຂອງ ທ່ານ ຊ່ຽນ ມີງົວ 65 ໂຕ, ຜະລິດເຂົ້າໄດ້ 22 ໂຕນຕໍ່ປີ, ສວນໝາກມ່ວງຫິມະພານ 5 ເຮັກຕາ, ປູກພືດຜັກ 6,5 ເຮັກຕາ ແລະ ສາມາດສ້າງລາຍຮັບໄດ້ 530 ລ້ານກີບຕໍ່ປີ.

ພາບປະກອບຂ່າວ

[ ໂດຍ: ສົມສະຫວິນ ]