ຈາກສິລະປິນຜັນຕົວເປັນຄູສອນດົນຕີອາຊີບ

952

ການເຮັດອາຊີບໃດໜຶ່ງນັ້ນ ເມື່ອເຖິງຈຸດອີ່ມຕົວເຮົາກໍຢາກຈະຊອກແນວເຮັດໃໝ່ ຫຼື ຜັນຕົວໄປເຮັດແນວອື່ນທີ່ຖະໜັດຄາດວ່າຈະດີກວ່າ, ອິດສະຫຼະກວ່າ ແລະ ໝັ້ນຄົງ. ດັ່ງເສັ້ນທາງອາຊີບຊາຍຄົນນີ້ ໄຊ ລາຊາ ຈາກເປັນນັກສິລະປິນ, ນັກດົນຕີ ຜັນຕົວເປັນຄູສອນດົນຕີເຮັດໃຫ້ຊີວິດມີອິດສະຫຼະຫຼາຍຂຶ້ນ, ສາມາດລ້ຽງຕົນເອງ ແລະ ຄອບຄົວໄດ້.

ທ່ານ ໄຊສະຫວ່າງ ລາຊາ ຫຼື ໄຊ ລາຊາ ເຈົ້າຂອງໂຮງຮຽນສອນດົນຕີ ມິວສິກເຮົ້າ 2 ໃຫ້ສຳພາດວ່າ: ກ່ອນຈະມາເປັນຄູສອນດົນຕີນີ້ຂ້າພະເຈົ້າໄດ້ຜ່ານການເປັນສິລະປິນຮ້ອງເພງ, ຫຼິ້ນດົນຕີມາແຕ່ຄາວຍັງນ້ອຍ, ສົນ    ໃຈຢາກຮຽນດົນຕີແຕ່ຢູ່ພາກໃຕ້            ( ບ້ານເກີດຢູ່ເມືອງລະຄອນເພັງ   ແຂວງສາລະວັນໃນປັດຈຸບັນ ) ເຊິ່ງຕອນນັ້ນເຫັນເຂົາເຈົ້າຫຼິ້ນດົນຕີກໍຢາກຫຼິ້ນນຳເຂົາໂດຍຮຽນນຳໝູ່ ເຊິ່ງຕອນນັ້ນກໍມີເຄື່ອງດົນຕີຢູ່ 2 ຢ່າງ ຄື: ຄີບອດກັບກີຕາແຕ່ຍັງຫຼິ້ນບໍ່ເປັນຈຶ່ງໄດ້ຈ້າງຄົນສອນ ເພາະແຕ່ກ່ອນຍັງບໍ່ມີໂຮງຮຽນສອນດົນຕີ, ບໍ່ມີອິນເຕີເນັດ, ບໍ່ມີຢູທູບ, ຮຽນເພງຜ່ານກະແຊັດໃນໄລຍະປີ 1995, ພໍອາຍຸໄດ້ 15 ປີ ໄດ້ຂຶ້ນເວທີສະແດງ, ຮ້ອງເພງຕາມງານຕ່າງໆເລື້ອຍໆມາ.

ຈາກນັ້ນ, ໄດ້ຂຶ້ນມາຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ໄປຮຽນຕໍ່ຢູ່ປະເທດເພື່ອນບ້ານຄືຢູ່ປະເທດໄທ ເພາະວ່າມີຄວາມຝັນຢາກເປັນນັກດົນຕີ, ໄດ້ໄປຮຽນຢູ່ໂຮງຮຽນສອນດົນຕີຈັງຫວັດພະເຍົາ 3 ປີ ໂດຍຄູສອນມາແຕ່ສະຫະລັດອາເມຣິກາ ຮຽນທັງຄີບອດ, ກີຕາ, ກອງ, ເບດ ແລະ ໄດ້ເຂົ້າແຂ່ງຂັນງານດົນຕີຂອງຈັດຫວັດພາກເໜືອຂອງໄທ ຈັດຂຶ້ນ ແລະ ກໍຍາດໄດ້ລາງວັນທີ 2 ຂອງການແຂ່ງຂັນໃນປີ 1999.

ຈາກນັ້ນ, ກໍໄດ້ໄປຮຽນຕໍ່ທີ່ນະຄອນຫຼວງບາງກອກ ປະເທດໄທ ໂດຍໄດ້ຊອກຫາຫຼາຍໂຮງຮຽນ ເພາະຮູ້ວ່າດົນຕີມັນບໍ່ມີວັນສິ້ນສຸດ ແລະ ຕົນເອງກໍມີແນວຄິດຢາກເປັນອາຈານສອນ, ຢາກເປີດໂຮງຮຽນສອນຢູ່ລາວຈະເຮັດແນວໃດ ກໍໄດ້ຊອກໄປຫາຮຽນຕາມໂຮງຮຽນເອກະຊົນ ເຊິ່ງໄດ້ເຂົ້າຮຽນທັງຢາມາຮາ ທີ່ຣັງສິດ, ປາກມິວສິກ ພ້ອມທັງຊອກຫາຮຽນນຳຄົນດັງໆທີ່ເຂົາເຈົ້ານິຍົມກັນໄປຮຽນນຳ.

ພາຍຫຼັງທີ່ໄດ້ຮຽນມາກໍໄດ້ຮິບໂຮມເອົາບົດຮຽນທຸກຢ່າງມາປະສົມປະສານກັນ ແລ້ວມາເຮັດເປັນປຶ້ມບົດຮຽນເປັນຂອງຕົນເອງ ເພື່ອມາສອນໃຫ້ຄົນລາວເຮົາໃຫ້ຮຽນຮູ້ເປັນໄວຂຶ້ນ ເພາະວ່າແຕ່ລະໂຮງຮຽນຢູ່ຕ່າງປະເທດບາງເທື່ອໃຊ້ເວລາຫຼາຍໃນການຮຽນ ເຊັ່ນ: ໂຮງຮຽນຢາມາຮາ ໃຊ້ເວລາ  1 – 2 ປີ ໝົດເງິນຫຼາຍຈຶ່ງຈະເປັນ ຫຼື ຈົບຫຼັກສູດ.

ມາໃນປີ 2014 – 2016 ຈຶ່ງໄດ້ເປີດສອນດົນຕີ ໂດຍເຊົ່າເຮືອນຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ເຮັດມາໄດ້ໄລຍະ 2 ປີ ກໍໄດ້ປິດໄປ ຫຼື ເອີ້ນໄດ້ວ່າລົ້ມລະລາຍ ເນື່ອງຈາກໝົດສັນຍາເຊົ່າເຮືອນບວກກັບໜ້າເຮືອນມີການກໍ່ສ້າງເສັ້ນທາງເຮັດໃຫ້ບໍ່ມີນັກຮຽນມາຮຽນ ເຊິ່ງການຮຽນໃນ 2 ປີນັ້ນສາມາດສ້າງນັກດົນຕີໄດ້ປະມານ 700 – 800 ຄົນ.

ຈາກນັ້ນ, ກໍໄດ້ພັກໄປເຮັດທຸລະກິດອື່ນໄລຍະໜຶ່ງ ເຊິ່ງໄດ້ຄິດໄປຄິດມາພ້ອມມີຫຼາຍຄົນບອກວ່າວິຊາເຈົ້າເກັ່ງດ້ານດົນຕີຄືບໍ່ສືບຕໍ່ເຮັດດ້ານນີ້ ແລະ ຖ້າເຮັດອາຊີບອື່ນ ຫຼື ໄປເປັນລູກນ້ອງຄົນອື່ນເຈົ້າຈະເຮັດບໍ່ໄດ້ ເພາະເຄີຍເຮັດອິດສະຫຼະຈຶ່ງຕັດສິນໃຈລອງເປີດສອນດົນຕີອີກຄັ້ງໃນທ້າຍປີ 2018 ໂດຍໄດ້ເຊົ່າຫ້ອງແຖວເຮັດເປັນຫ້ອງຊ້ອມດົນຕີ ເດືອນທຳອິດມີຄົນເຂົ້າມາຮຽນ 10 ຄົນ ແລະ ມາຮອດປັດຈຸບັນເປີດໄດ້ປີປາຍກໍມີຄົນຮູ້, ມີນັກຮຽນຫຼາຍຂຶ້ນສະເລ່ຍເດືອນລະບໍ່ຕໍ່າ 10 ຄົນ ມີລາຍຮັບປະມານ 10 ລ້ານກີບຕໍ່ເດືອນ ເຊິ່ງສາມາດລ້ຽງຕົນເອງ ແລະ ຄອບຄົວໄດ້ ພ້ອມມີແຜນຂະຫຍາຍບ່ອນຮຽນຕື່ນໃນນະຄອນຫຼວງວຽງຈັນ.

ຈາກຜົນງານທີ່ຕົນເອງໄດ້ສອນລູກສິດມາໄດ້ປະມານ 700 – 800 ຄົນ ຮູ້ສຶກພູມໃຈຫຼາຍເພາະຖືເປັນການໄດ້ສ້າງຄົນໃຫ້ມີອາຊີບ, ຊ່ວຍສ້າງນັກດົນຕີ, ນັກສິລະປິນ, ຮ້ອງເພງລາວ ແລະ ເສບເພງລາວຄຽງຄູ່ກັບເພງສາກົນໃຫ້ຢູ່ກັບສັງຄົມລາວຕະຫຼອດໄປ.

ດ້ານການສອນປັດຈຸບັນ ມິວສິກເຮົ້າ 2 ເປີດສອນຢູ່ 3 ປະເພດ ຄື: ກີຕາ, ຄີບອດ ແລະ ກອງຊຸດ ລາຄາຮຽນ 850.000 ກີບຕໍ່ເທີມ ໄລຍະ 3 ເດືອນ 12 ຊົ່ວໂມງ ໂດຍຮູບແບບການຮຽນແບບສ່ວນຕົວ ( ສອນຕົວຕໍ່ຕົວ ) ຮຽນເຂົ້າໃຈງ່າຍ, ສອນຮູ້ການເດີນຂອດ, ເສັ້ນທາງ solo, ສອນແກະເພງເອງໄດ້ໃນໄລຍະສັ້ນໆ, ສອນໃຊ້ແອັບຟຣີ, ແກະເພງໃນຢູທູບ ແລະ ສອນຜູ້ບໍ່ມີພື້ນຖານ ແລະ ມີພື້ນຖານເພື່ອຕໍ່ຍອດ ໂດຍມີຫຼັກສູດການຮຽນ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອະນຸຍາດ.

( ຂ່າວ – ຮູບ: ສັນຕິ )