ການທ່ອງທ່ຽວຕົກຕໍ່າເຮັດໃຫ້ອາຊຽນຂາດດຸນງົບປະມານ

111

ອາຊຽນກໍາລັງເກີດບັນຫາການຂາດດຸນງົບປະມານຖ້າຈໍານວນນັກທ່ອງທ່ຽວຫຼຸດໜ້ອຍຖອຍລົງ50%ຈາກໂຄວິດ-19ລະບາດ.

ໂຄວິດ-19ຖືເປັນພາວະການລະບາດໃຫຍ່ລະດັບໂລກເນື່ອງຈາກມີການຕິດຕໍ່ລະຫວ່າງບຸກຄົນກະຈາຍໄປຫຼາຍພື້ນທີ່ທົ່ວໂລກ, ການເດີນທາງຂ້າມຊາຍແດນທີ່ເລີ່ມຫຼຸດລົງໂດຍສໍານັກຂ່າວນິກເຄອິປະເມີນວ່າສະມາຊິກອາຊຽນ8ປະເທດຈາກທັງໝົດ10ປະເທດຈະເກີດບັນຫາຂາດດຸນງົບປະມານຫາກວ່າຈໍານວນນັກທ່ອງທ່ຽວຕ່າງປະເທດຫຼຸດລົງປະມານ50%ໃນປີນີ້.

ປັດຈຸບັນອາຊຽນກໍາລັງຕໍ່ສູ້ກັບບັນຫາຄ່າເງິນອ່ອນຄ່າ ແລະ ນັກທ່ອງທ່ຽວຫຼຸດລົງກໍາລັງຈະມີບັນຫາເພີ່ມຂຶ້ນນັ້ນຄືໜີ້ຈາກພາຍນອກທີ່ຈະເພີ່ມຂຶ້ນເນັ້ນຢໍ້າອັນຕະລາຍຂອງປະເທດເສດຖະກິດທີ່ເພິ່ງພາລາຍໄດ້ຈາກການທ່ອງທ່ຽວຫຼາຍເກີນໄປ.

ປີນີ້ນັກທ່ອງທ່ຽວໃນແຕ່ລະປະເທດອາຊຽນຫຼຸດລົງເມື່ອປຽບທຽບກັບປີອື່ນໆເຮັດໃຫ້ລາຍຮັບຈາກການທ່ອງທ່ຽວໃນເດືອນ ມີນາທີ່ຄາດຄະເນວ່າຈະຫຼຸດລົງຫຼາຍ.