ນໍາໃຊ້ເຄື່ອງມືອອນລາຍສົ່ງບົດຮຽນໄລຍະປິດໂຮງຮຽນຊົ່ວຄາວ

171

ກະຊວງສຶກສາທິການ ແລະ ກີລາ ໄດ້ແຈ້ງປິດການຮຽນ – ການສອນຊົ່ວຄາວ ເປັນເວລາ 1 ເດືອນ ຕັ້ງແຕ່ວັນທີ 19 ມີນາ ຫາ 21 ເມສາ 2020 ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ໂດຍແນະນຳໃຫ້ຈັດການຮຽນ – ການສອນຜ່ານຮູບແບບຕ່າງໆຕາມທ່າແຮງ ແລະ ເງື່ອນໄຂຂອງແຕ່ລະສະຖານການສຶກສາ. ທີ່ຢູ່ເຂດຫ່າງໄກສອກຫຼີກທີ່ບໍ່ສາມາດນໍາໃຊ້ວັອດແອັບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ອຳນວຍການໂຮງຮຽນພອນສະຫວັນຊົນເຜົ່າ ກຽມມະຫາວິທະຍາໄລແຫ່ງຊາດ ( ຮພຊ ) ໄດ້ໃຫ້ສຳພາດວ່າ: ໃນໄລຍະປິດການຮຽນ – ການສອນຊົ່ວຄາວນີ້ ຮພຊ ໄດ້ມອບໝາຍວຽກບ້ານໃຫ້ນັກຮຽນຕາມບົດສອນທີ່ຄວນສອນໃນແຕ່ລະອາທິດ ໂດຍສະເພາະແມ່ນບົດຝຶກຫັດຕ່າງໆ ໂດຍໃຫ້ຄູປະຈຳຫ້ອງຕັ້ງກຸ່ມວັອດແອັບແຕ່ລະຫ້ອງ ລວມເຖິງຄູປະຈຳແຕ່ລະວິຊາ ເພື່ອສະດວກໃນການຕິດຕໍ່ຖາມສິ່ງທີ່ບໍ່ເຂົ້າໃຈຕ່າງໆໃນຕໍາລາຮຽນ.

ນັກຮຽນໃນ ຮພຊ ທີ່ອາໄສຢູ່ໃນພື້ນທີ່ທີ່ມີອິນເຕີເນັດ ກວມພຽງ 90% ສ່ວນ 10% ແມ່ນອາໄສຢູ່ເຂດຫ່າງໄກສອກຫຼີກບໍ່ມີສັນຍານອິນເຕີເນັດ. ສະນັ້ນ, ໂຮງຮຽນກໍມີນະໂຍບາຍໃຫ້ຈຳນວນນັກຮຽນດັ່ງກ່າວ ໂດຍຈະສອນພິເສດເພື່ອທົດແທນຄືນ ພາຍຫຼັງສະພາບການລະບາດໂຄວິດ – 19 ສະຫງົບລົງ ເພື່ອໃຫ້ທັນກັບນັກຮຽນຄົນອື່ນໆ ແລະ ອາດຈະເລື່ອນການສອບເສັງໄປອີກ 3 ອາທິດ ຫຼື ຍາວກວ່ານັ້ນອີງຕາມຄວາມເໝາະສົມ.

ພາບປະກອບຂ່າວເທົ່ານັ້ນ

ນອກນັ້ນ, ໃນແຕ່ລະມື້ໂຮງຮຽນໄດ້ແຕ່ງຕັ້ງພະນັກງານ ຄູ – ອາຈານຜັດປ່ຽນກັນປະຈຳການ, ປະສານຫານັກຮຽນ, ຜູ້ປົກຄອງໂດຍຜ່ານຄູປະຈຳຫ້ອງ ເພື່ອລາຍງານສະຖານະການ. ນອກນັ້ນ, ຖ້າຫາກຫຼັງວັນທີ 21 ເມສາ 2020 ສະຖານະການບໍ່ດີຂຶ້ນ ໂຮງຮຽນກໍຈະສືບຕໍ່ປະຕິບັດການຮຽນ – ການສອນທາງວັອດແອັບຕໍ່ໄປ ຈົນກວ່າສໍາເລັດໂຄງການຫຼັກສູດໃນແຕ່ລະຊັ້ນຮຽນ.
ສຳລັບ ມສ ວຽງຈັນ ກໍໄດ້ນຳໃຊ້ວັອດແອັບໃນການຕິດຕໍ່ປະສານກັນລະຫວ່າງຄູ – ອາຈານ ແລະ ນັກຮຽນເຊັ່ນກັນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ສຳພາດວ່າ: ກ່ອນຈະປິດການຮຽນ – ການສອນຊົ່ວຄາວ, ຄູປະຈຳແຕ່ລະວິຊາກໍໄດ້ເອົາບົດຮຽນ ແລະ ບົດຝຶກຫັດໃຫ້ນັກຮຽນຂອງຕົນໄປຮຽນດ້ວຍຕົນເອງຢູ່ເຮືອນ. ນອກນັ້ນ, ຄູປະຈຳຫ້ອງ ແລະ ຄູປະຈຳວິຊາ ກໍໄດ້ຕັ້ງກຸ່ມວັອດແອັບ ເພື່ອຕິດຕໍ່ປະສານຫາຜູ້ປົກຄອງ ແລະ ນັກຮຽນ ເພື່ອສົ່ງບົດຮຽນ ແລະ ບົດຝຶກຫັດຕື່ມຕາມຕາຕະລາງຮຽນ. ຖ້ານັກຮຽນບໍ່ເຂົ້າໃຈກໍສາມາດໂທປຶກສານໍາ ຄູ – ອາຈານປະຈຳວິຊາໄດ້. ສ່ວນເລື່ອງການສອນທົດແທນຄືນ ເພື່ອປະຕິບັດຕາມຫຼັກສູດທີ່ວາງໄວ້ແມ່ນຈະປະຕິບັດຕາມການຊີ້ນໍາຂອງກົມສາມັນສຶກສາ.

ພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນໂຮງຮຽນ ໄດ້ແຕ່ງຕັ້ງຄູ – ອາຈານປະຈຳການ ເພື່ອແຕ່ງບົດສອນ ແລະ ສ້າງແຜນການສອນໃຫ້ແກ່ຄູທີ່ມາຝຶກຫັດຢູ່ ມສ ວຽງຈັນ ປົກກະຕິຕາມຄຳສັ່ງຂອງຂະບວນການຝຶກຫັດ. ນອກນັ້ນ, ຖ້າຫາກຫຼັງວັນທີ 21 ເມສາ ສະຖານະການບໍ່ດີຂຶ້ນ ທາງໂຮງຮຽນຈະປະຕິບັດຕາມຄຳສັ່ງຂອງກະຊວງສຶກສາທິການ ແລະ ກີລາ, ສຳລັບໂຮງຮຽນແມ່ນຈະສືບຕໍ່ສົ່ງບົດຄົ້ນຄວ້າ ແລະ ແນະນຳນັກຮຽນເຮັດວຽກບ້ານສົ່ງໃຫ້ຄູທີ່ຮັບຜິດຊອບໃນແຕ່ລະວິຊາທາງວັອດແອັບຄືເກົ່າ.

[ ຂ່າວ: ກາວຊົ່ງ ]