ທັງໝົດນີ້ຄືສາເຫດທີ່ເຮັດໃຫ້ລາຄາຄຳຕົກ

238

ປັດຈຸບັນທົ່ວໂລກພົບພໍ້ກັບສະຖານະການແຜ່ລະບາດຂອງໂຄວິດ – 19 ເຮັດໃຫ້ສະພາບເສດຖະກິດໂລກເກີດ ຄວາມປັ່ນປ່ວນ ແລະ ສັບສົນ. ນັ້ນເປັນເຫດຜົນໜຶ່ງທີ່ເຮັດໃຫ້ລາຄານໍ້າມັນຕົກຕໍ່າລົງ ຈາກຄວາມຕ້ອງການໃຊ້ນ້ຳມັນໜ້ອຍລົງ, ໄລຍະນີ້ລາຄາຄຳກໍໄດ້ຕົກລົງຫຼາຍທີ່ສຸດຈາກ 7,7 ລ້ານກວ່າກີບຕໍ່ບາດ ປັບຫຼຸດລົງມາຢູ່ທີ່ 7,1 ລ້ານ ກວ່າກີບຕໍ່ 1 ບາດ.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການ ຮ້ານຄຳພູວົງ ໃຫ້ສຳພາດວ່າ: ສາເຫດຂອງການປັບຕົວລົງຂອງລາຄາຄຳ ສ້າງ ຄວາມປະຫຼາດໃຈເພາະປົກກະຕິແລ້ວເມື່ອຫຸ້ນຈາກທົ່ວໂລກປັບຕົວລົງຈະມີແຮງຊື້ຄຳໃນຖານະຊັບສິນປອດໄພ ແລະ ຈະສົ່ງຜົນໃຫ້ລາຄາຄຳສູງຂຶ້ນ. ແນວໃດກໍດີ, ເຫດການຄັ້ງນີ້ຕ່າງ ເພາະຕະຫຼາດຫຸ້ນຈາກທົ່ວໂລກຫຼຸດລົງແຮງ ຈົນເຂົ້າສູ່ພາວະຂາລົງຢ່າງເປັນທາງການ ເຮັດໃຫ້ນັກລົງທຶນລາຍໃຫຍ່ຖືກເອີ້ນເງິນປະກັນຈາກການລົງທຶນໃນຕະຫຼາດຫຼັກຊັບ ນັກລົງທຶນຈໍາຕ້ອງເທຂາຍຄໍາອອກມາ ເພື່ອເປັນຫຼັກຊັບຄ້ຳປະກັນລວມໄປເຖິງຊົດເຊີຍການຂາດທຶນຂອງຕະຫຼາດຫຸ້ນ ລວມໄປເຖິງຊັບສິນອື່ນໆຈາກທົ່ວໂລກ.

ເລື່ອງນີ້ເຄີຍເກີດຂຶ້ນແລ້ວໃນໄລຍະປີ 2008 ເຊິ່ງໃນໄລຍະວິກິດແຮມເບີເກີ. ຫາກເຫດການນີ້ຊໍ້າຮອຍປະຫວັດສາດ ຄາດວ່າຄວາມຕ້ອງການເງິນສົດຂອງນັກລົງທຶນອາດກົດດັນລາຄາຂາຍໃນຕະຫຼາດຄຳໄປຈັກໄລຍະໜຶ່ງ ເມື່ອຄວາມຕື່ນຕົກໃຈໃນຕະຫຼາດເບົາບາງລົງ ນັກລົງທຶນຈະກັບມາພິຈາລະນາເຖິງປັດໄຈພື້ນຖານຕ່າງໆ ແລະ ກັບເຂົ້າມາຊື້ຄຳໃນທີ່ສຸດເພາະຄຳຍັງເປັນຊັບສິນທີ່ປອດໄພໃນພາວະທີ່ບໍ່ແນ່ນອນ.

ຫາກພິຈາລະນາໃນດ້ານປັດໄຈພື້ນຖານ ຈະພົບວ່າປັດໄຈສະໜັບສະໜູນໃຫ້ລາຄາຄໍາປັບຕົວສູງຂຶ້ນນັ້ນຍັງຄົບຖ້ວນ ບໍ່ວ່າຈະເປັນປັດໄຈເສດຖະກິດຈາກທົ່ວໂລກທີ່ຊະລໍຕົວ ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ – 19 ຈົນເຮັດໃຫ້ເກີດພາວະເສດຖະກິດຖົດຖອຍ. ນອກນີ້, ຍັງມີປັດໄຈການຫຼຸດດອກເບ້ຍຈາກທະນາຄານກາງທົ່ວໂລກທີ່ມີທ່າອ່ຽງຢູ່ໃນລະດັບຕ່ຳ.
ພວກເຮົາຕ້ອງຕິດຕາມເບິ່ງວ່າສະຖານະການໂລກຈະເປັນແນວໃດ ແລະ ເມື່ອໃດຈະສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ ແລະ ເສດຖະກິດຈະຖົດທອຍຫຼາຍປານໃດ? ນີ້ຄືສິ່ງທີ່ນັກລົງທຶນທຸກຄົນຕ້ອງມີສະຕິ ແລະ ຕິດຕາມເບິ່ງຢ່າງໃກ້ຊິດ, ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ກ່່າວ.

ສຳລັບລາຄາຄຳຮ້ານຄຳພູວົງ ວັນທີ 23 ມີນາ 2020, ລາຄາຂາຍ 1 ບາດ 7.189.000 ກີບ; 1 ສະຫຼຶງ ລາຄາຂາຍ 1.79.000 ກີບ, ຂະນະທີ່ຂຶ້ນສູງສຸດປີຮອບ 2020 ຄືວັນທີ 6 ມີນາ ລາຄາ 1 ບາດ 7.709.000 ກີບ; 1 ສະຫຼຶງ 1.929.000 ກີບ.
ຂະນະທີ່ລາຄາຄຳຕະຫຼາດໂລກໃນວັນທີ 23 ມີນານີ້ Gold spot ລາຄາ 1.493 ໂດລາສະຫະລັດຕໍ່ອອນ ແລະ ລາຄາຄຳຮູບປະພັນທີ່ປະເທດໄທ ຮັບຊື້ 22.740 ບາດຕໍ່ 1 ບາດ ແລະ ຂາຍອອກ 23.750 ບາດ; ຄຳແທ່ງ ຮັບຊື້ 23.150 ບາດຕໍ່ 1 ບາດ ແລະ ຂາຍອອກ 23.250 ບາດຕໍ່ 1 ບາດ.

[ ຂ່າວ: ສັນຕິ ]