ຟາມນາເຂົ້າຫອມ ບ່ອນຫຼິ້ນໃໝ່ບັນຍາກາດດີ ທີ່ບ້ານປາກຊີ ຫຼວງພະບາງ

95

ນັບວ່າໄລຍະນີ້ສະຖານທີ່ທ່ອງທ່ຽວຕ່າງໆ ງຽບເຫງົາເລີຍແຫຼະ ເພາະບໍ່ຄ່ອຍມີໃຜຢາກອອກຈາກບ້ານ ເຮືອນ ຫຼື ໄປຫຼິ້ນ ໄປທ່ຽວ ເນື່ອງຈາກກັງວົນກ່ຽວກັບພະຍາດ ໂຄວິດທີ່ແຜ່ລະບາດຢູ່ບັນດາປະເທດເພື່ອນບ້ານອ້ອມຂ້າງລລາວເຮົາ ແຕ່ເມື່ອສະຖານະການດີຂຶ້ນ ແນ່ນອນແລ້ວວ່າທຸກຢ່າງຈະກັບມາໃຊ້ຊີວິດເປັນປົກກະຕິ,

ມື້ນີ້ເລີຍຈະມາແນະນໍາໜຶ່ງສະຖານທີ່ພັກຜ່ອນເມືອງເໜືອເມືອງມໍລະດົກໂລກ, ເປັນບ່ອນນັ່ງຫຼິ້ນ, ພັກຜ່ອນຊົມວິວ ທີ່ທາງເພຈ໌ Outdoor Shot ໄດ້ເຜີຍແຜ່ພາບ ແລະ ຂໍ້ມູນໄວ້ ວ່າເປັນສະຖານທີ່ຫຼິ້ນໃໝ່ ຂອງແຂວງຫຼວງພະບາງ

ຕັ້ງ​ຢູ່ບ້ານ ປາກຊີ ເມືອງຫຼວງພະບາງ ນັ້ນກໍຄື ຟາມນາເຂົ້າຫອມ,

ຕາມພາບທີ່ເຫັນບັນຍາກາດດີສຸດໆ, ໃຫ້ເຫັນທໍາມະຊາດການດໍາລົງຊີວິດທີ່ສວຍງາມ; ຟາມນາເຂົ້າຫອມ ຕັ້ງຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 28Km ທີ່ນັ້ນມີທີ່ພັກແບບໂຮມສເຕ, ທີ່ພັກພ້ອມກິດຈະກຳສຸດຄຸ້ມລາຄາພຽງແຕ່ຫຼັກແສນ ຕຽງນຸ້ມໜ້ານອນ, ມີ ນໍ້າ, ໄຟ ແລະ ລາຄາກໍ່ເໝາະສົມສາມາດລົມກັນໄດ້ງ່າຍໆພິເສດສຳລັບຄົນລາວເລີຍ
ນອກນັ້ນຍັງມີກິດຈະກຳການເຮັດນາສຳລັບຄົນທີ່ສົນໃຈອີກ ຖືວ່າເປັນແນວຄິດການການສົ່ງເສີມໃຫ້ຄົນລາວທ່ຽວລາວຕາມວິຖີຊີວິດຂອງຄົນລາວ ຕາມສະບັບທາງເຈົ້າຂອງສະຖານທີ່ແຫ່ງນີ້.

ທີ່ສໍາຄັນກຽມອາຫານໄປເອງເດີ້ຈະເປັນແນວສຳເລັດຮູບ ຫຼື ຊື້ໄປເຮັດເອງກະໄດ້ຕາມສະບາຍເລີຍ….