ສຸກສາລາບ້ານຄູນມະນີ ເມືອງຄູນຄໍາ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດ

105

ບໍ່ດົນຜ່ານມານີ້, ທີ່ຫ້ອງການສາທາລະນະສຸກເມືອງຄູນຄໍາ ໄດ້ຈັດພິທີມອບ-ຮັບ ອຸປະກອນການແພດໃຫ້ສຸກສາລາບ້ານຄູນມະນີ ພາຍໃຕ້ການເປັນປະທານຂອງທ່ານ ສຸລິຍົງ ໂພຄໍາ, ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຫົວໜ້າ – ຮອງຫົວໜ້າຫ້ອງການ, ທີມງາມລັດວິສາຫະກິດໄຟຟ້າລາວ(ໂຄງການເຂື່ອນໄຟຟ້ານໍ້າຫີນບູນ), ພະນັກງານວິຊາການຫ້ອງການສຸກສາລາເມືອງເຂົ້າຮ່ວມ.

ສຳລັບອຸປະກອນການແພດທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 2 ລາຍການຄື: ຊຸດອຸປະກອນມີ 16 ລາຍການ ແລະ ເຄື່ອງໃຊ້ສຸກສາລາມີ 8 ລາຍການ ເຊິ່ງມີມູນຄ່າລວມທັງໝົດ 59.959.250 ກີບ ນອກຈາກອຸປະກອນນີ້ແລ້ວ ຍັງຈະໄດ້ສະໜັບສະໜູນທາງດ້ານຝຶກອົບຮົມວິຊາການແພດ ເພື່ອໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດດີຂຶ້ນເລື້ອຍໆ.

ກ່າວມອບໂດຍ ທ່ານ ນາງ ສົມພິດ ໄມວັນໂນ ຕາງໜ້າລັດວິສາຫະກິດໄຟຟ້າລາວ (ໂຄງການເຂື່ອນໄຟຟ້ານໍ້າຫີນບູນ) ແລະ ກ່າວຮັບໂດຍທ່ານ ແກ້ວອຸດອນ ສຸວັນໄຊ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ.

ທີ່ມາ: Khammouane News