ແຈ້ງຂ່າວ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ມໍລະນະພາບແລ້ວ

92

ຂໍແຈ້ງຂ່າວ ມະຫາວິບປະໂຍກ (ຄວາມເສົ້າສະລົດໃຈອັນໃຫຍ່ຫຼວງ) ມາຍັງ ການນຳພາ ພັກລັດ ການຈັດຕັ້ງ ພໍ່ແມ່ຄູບາອາຈານ ພຣະສົງສາມະເນນ ອອກຕົນຍາດໂຍມ ພຸດທະສາສະນິກະຊົນລາວບັນດາເຜົ່າ ທັງພາຍໃນ ແລະຕ່າງປະເທດ ຊາບວ່າ

ບັດນີ້ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ ລະສະຣີຣະສັງຂານສ້ຽງພຣະຊົນມາຍຸແລ້ວ ໃນ ວັນອັງຄານ ວັນທີ 24 ມີນາ ພຣະພຸດທະສັງກາດ ໒໕໖໒ (2020) ທີ່ ໂຮງໝໍ 103 ນະຄອນຫຼວງວຽງຈັນ ລວມສິຣິຊົນມາຍຸ ໄດ້ 91 ປີ, 91 ວັນ

ປັດຈຸບັນ ພຣະສະຣີຣະສັງຂານ ໄດ້ນຳໄປປະດິດສະຖານຕັ້ງໄວ້ໃຫ້ບຳເພັນກຸສົນສັກກາຣະບູຊາ ທີ່ ຫໍທັມມະສະພາ ຊັ້ນ 2 ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ລາຍລະອຽດຕ່າງໆ ພ້ອມດ້ວຍ ກັບກຳນົດການ ຖວາຍພຣະເພີງພຣະສະຣີຣະສັງຂານ ຈະໄດ້ແຈ້ງຕາມພາຍຫຼັງ.

ຈາກ: ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ