ອິນເດຍ ໂຈະບໍລິການເສັ້ນທາງລົດໄຟ – ຖ້ຽວບິນພາຍໃນປະເທດ

159

ຂະແໜງການບໍລິການທາງລົດໄຟ ແລະ ຖ້ຽວບິນພາຍໃນຂອງປະເທດອິນເດຍ ຖືກສັ່ງໂຈະຈົນໝົດເດືອນນີ້ “ເປັນຢ່າງໜ້ອຍ” ເພື່ອຫຼຸດການຮວມຕົວຂອງປະຊາຊົນ ເຊິ່ງເປັນມາດຕະການຫຼ້າສຸດຂອງລັດຖະບານ ເພື່ອຢຸດການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອັງຄານ ທີ 24 ມີນາ ວ່າ ການລົດໄຟຂອງອິນເດຍໄດ້ປະກາດຢຸດໃຫ້ບໍລິການຈົນເຖິງວັນທີ 31 ມີນາ ຍົກເວັ້ນບໍລິການຂົນສົ່ງສິນຄ້າ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ສ່ວນສາຍການບິນທຸກແຫ່ງຂອງອິນເດຍ ແມ່ນຢຸດບໍລິການຖ້ຽວບິນພາຍໃນປະເທດ ຕັ້ງແຕ່ວັນທີ 25 ມີນາ ຈົນໝົດເດືອນມີນາ ນີ້ “ເປັນຢ່າງໜ້ອຍ” ເພື່ອປະຕິບັດຕາມມາດຕະການຂອງລັດຖະບານ ເຊິ່ງຕ້ອງການຫຼຸດການເຕົ້າໂຮມປະຊາຊົນຈຳນວນຫຼາຍ ໂດຍອິນເດຍ ມີປະຊາກອນຫຼາຍເຖິງ 1.300 ລ້ານຄົນ.

ຂະນະທີ່ ນາຍົກລັດຖະມົນຕີນະເຣນທຣາ ໂມດີ ກ່າວເມື່ອວັນຈັນ ຜ່ານມາ ຫຼັງຈາກທົດລອງການປິດເມືອງທົ່ວປະເທດເປັນໄລຍະ 14 ຊົ່ວໂມງ ເມື່ອວັນອາທິດ ວ່າ ຍັງມີປະຊາຊົນອິນເດຍ “ຈຳນວນຫຼາຍ” ບໍ່ໃຫ້ຄວາມສຳຄັນກັບເລື່ອງນີ້ ທັງທີ່ກ່ຽວຂ້ອງກັບຄວາມເປັນຢູ່ຂອງຊີວິດ ເຊິ່ງຜູ້ນຳອິນເດຍ ກ່າວວ່າ ລັດຖະບານກາງຈະຍັງບໍ່ນຳໃຊ້ “ນະໂຍບາຍແບບເຂັ້ມງວດເດັດຂາດ” ແຕ່ຮຽກຮ້ອງໃຫ້ປະຊາຊົນໃຫ້ຄວາມຮ່ວມມື ປະຕິບັດຕາມມາດຕະການຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ເພື່ອຄອບຄົວ ແລະ ສັງຄົມ.

ທັງນີ້ ເມືອງໃຫຍ່ຫຼາຍແຫ່ງຂອງອິນເດຍ ລວມທັງນະຄອນຫຼວງນິວເດລີ, ເມືອງມູມໄບ ແລະ ເມືອງບັງກາລໍ ໄດ້ປະກາດມາດຕະການ “ປິດເມືອງ” ຕັ້ງແຕ່ວັນຈັນ ຜ່ານມາ ຈົນໝົດເດືອນນີ້. ຢ່າງໃດກໍ່ຕາມ, ທາງການລັດມະຫາຣາດ ທີ່ຕັ້ງຢູ່ແຄມຝັ່ງ ທາງພາກຕາເວັນຕົກຂອງປະເທດ ເຊິ່ງເປັນລັດທີ່ມີຜູ້ປ່ວຍສະສົມຫຼາຍທີ່ສຸດ ປະກາດບັງຄັບໃຊ້ມາດຕະການປິດເມືອງ ຕັ້ງແຕ່ວັນອັງຄານ ວັນທີ 24 ມີນາ ແລະ ສັ່ງຫ້າມບໍ່ໃຫ້ພົນລະເມືອງອອກຈາກບ້ານເຮືອນ ເນື່ອງຈາກ “ມີປະຊາຊົນຈຳນວນຫຼາຍ” ບໍ່ປະຕິບັດຕາມມາດຕະການຂອງລັດຖະບານ.

ປັດຈຸບັນ ອິນເດຍ ມີຜູ້ປ່ວຍສະສົມ ຢ່າງໜ້ອຍ 468 ຄົນ ປິ່ນປົວເຊົາແລ້ວ 34 ຄົນ ແລະ ເສຍຊີວິດ 9 ຄົນ ນັບຕັ້ງແຕ່ມີການຢືນຢັນ ຜູ້ຕິດເຊື້ອຄົນທຳອິດ ເມື່ອວັນທີ 30 ມັງກອນ ແລະ ຜູ້ເສຍຊີວິດຄົນທຳອິດ ເມື່ອວັນທີ 13 ມີນາ ຜ່ານມາ.