Huawei ຮ່ວມ Deloitte ເຜີຍແຜ່ຂໍ້ມູນ COVID – 19 ກັບ 5G ການປັບປຸງລະບົບດ້ານສາທາລະນະສຸກ

157

ໃນການຮ່ວມມືກັບ ຫົວເຫວີຍ ໃນຄັ້ງນີ້ Deloitte ໄດ້ຕີພິມເອກະສານທາງເຕັກນິກລະບົບໃໝ່ ເພື່ອຫາລືເຖິງຄຸນລັກສະນະທີ່ສຳຄັນຂອງ 5G ທີ່ສາມາດເຮັດວຽກຮ່ວມກັບເຕັກໂນໂລຊີອື່ນໆ ເພື່ອເພີ່ມປະສິດທິພາບຂອງການປ້ອງກັນ ແລະ ປິ່ນປົວພະຍາດລະບາດ ລວມເຖິງຊຸກຍູ້ການປ່ຽນແປງລະບົບດິຈິຕອລດ້ານສາທາລະນະສຸກ.

ເອກະສານສະບັບນີ້ໄດ້ມີຫົວຂໍ້ວ່າ “ ການປະສົມປະສານລະຫວ່າງ COVID – 19 ກັບ 5G ໂອກາດໃນການປັບປຸງລະບົບດ້ານສາທາລະນະສຸກ ” ວິເຄາະຕົວຢ່າງຂອງການຄວບຄຸມ ແລະ ການປິ່ນປົວ COVID – 19 ໃນປະເທດຈີນ ເພື່ອຢືນຢັນຄວາມຕ້ອງການຂໍ້ມູນຂອງຜູ້ມີສ່ວນໄດ້ສ່ວນເສຍທີ່ແຕກຕ່າງກັນໃນກໍລະນີສຸກເສີນ.

ນອກຈາກການນຳສະເໜີການຄົ້ນພົບ ບົດລາຍງານນີ້ຈະກ່າວເຖິງຄຸນລັກສະນະທີ່ສຳຄັນຂອງ 5G ເຊັ່ນ: ການເຊື່ອມຕໍ່ຄວາມໄວສູງ, ຈຸດເຊື່ອມຕໍ່ຂະໜາດໃຫຍ່, ຄື້ນຄວາມຖີ່ຕໍ່າ ແລະ ວົງກວ້າງຂອງຂໍ້ມູນສາມາດປະສົມປະສານຂອງຂໍ້ມູນຂະໜາດໃຫຍ່ໄດ້, AI ແລະ ເຕັກໂນໂລຊີ ຄລາວ ( ເຕັກໂນໂລຊີກ້ອນເມກ ) ເພື່ອປັບປຸງຄວາມພະຍາຍາມໃນການປ້ອງກັນການລະບາດຂອງໂລກ. ຄຸນສົມບັດເຫຼົ່ານີ້ສາມາດຈັດການກັບຄວາມທ້າທາຍໃນການຮັບສົ່ງຂໍ້ມູນ ລະຫວ່າງການແຜ່ລະບາດລວມເຖິງຄວາມເປັນໄປໄດ້ສໍາລັບແນວຄິດໃໝ່ ແລະ ວິທີການປິ່ນປົວໃໝ່.

ໃນບັນດາຜົນການຄົ້ນຄວ້າລາຍງານນີ້ໄດ້ລະບຸວ່າ: ປະສິດທິຜົນຂອງການສື່ສານ ແລະ ການແລກປ່ຽນຂໍ້ມູນມີຄວາມສຳຄັນໃນການຄັດກອງຜູ້ຕິດເຊື້ອ ແລະ ຄວບຄຸມການລະບາດຂອງພະຍາດ. ໂຄງສ້າງພື້ນຖານຂອງເຄືອຂ່າຍມືຖືທີ່ເຂັ້ມແຂງ ເຊັ່ນ: 5G ຍັງສາມາດກວດສອບ ແລະ ວິເຄາະໄລຍະໄກຢ່າງຕໍ່ເນື່ອງລະຫວ່າງການຖ່າຍໂອນຜູ້ປ່ວຍ ແລະ ຮອງຮັບການຖ່າຍຮູບຄວາມຮ້ອນສຳລັບການກວດສອບການຕິດເຊື້ອ, ສະໜັບສະໜູນແພຼັດຟອມການກວດສອບການແຜ່ລະບາດຂອງພະຍາດ, ສູນບັນຊາການໄພພິບັດທາງທໍາມະຊາດ ແລະ ການໃຫ້ຄຳປຶກສາດ້ານການປິ່ນປົວທາງໄກແມ່ນການນຳໃຊ້ 5G ທີ່ສາມາດໃຊ້ປະໂຫຍດຈາກການເພີ່ມຂຶ້ນຢ່າງວ່ອງໄວຂອງ COVID – 19.

ໃນທີ່ສຸດລະບົບການຮັກສາສຸຂະພາບທີ່ມີການເຂົ້າເຖິງການເຊື່ອມຕໍ່ 5G ໄດ້ຮັບຜົນປະໂຫຍດຈາກເວລາຕອບສະໜອງທີ່ດີຂຶ້ນ, ການກວດສອບຄົນເຈັບ, ການເກັບຂໍ້ມູນ ແລະ ການວິເຄາະການເຮັດວຽກຮ່ວມກັນທາງໄກ ແລະ ການຈັດສັນຊັບພະຍາກອນ, ເປັນຕົວຢ່າງສຳລັບການສ້າງແພຼັດຟອມຕອບສະໜອງຕໍ່ເຫດສຸກເສີນສາທາລະນະເທິງລະບົບດິຈິຕອລ ແລະ ຂັບເຄື່ອນດ້ວຍຂໍ້ມູນຄລາວ ( ຂໍ້ມູນກ້ອນເມກ ).

ຢູ່ປະເທດຈີນ ຫົວເຫວີຍ ເຮັດວຽກຮ່ວມກັບມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຫົວຈົ່ງ ແລະ ເຕັກໂນໂລຊີ Lanwon ເພື່ອພັດທະນາ ແລະ ເປີດຕົວບໍລິການການວິເຄາະຮູບພາບທາງການແພດດ້ານປະລິມານສຳລັບ AI – COVID – 19.

ດ້ວຍເຕັກໂນໂລຊີຊັ້ນນຳ ເຊັ່ນ: ການເບິ່ງເຫັນດ້ວຍຄອມພິວເຕີ ແລະ ການວິເຄາະພາບທາງການແພດ ບໍລິການນີ້ສາມາດສົ່ງຜົນການວັດປະລິມານ CT ໂດຍອັດຕະໂນມັດໄປຫາແພດດ້ານການຖ່າຍພາບ ແລະ ຄລີນິກ, ຊ່ວຍຫຼຸດບັນຫາການຂາດແຄນແພດໝໍທີ່ສາມາດບົ່ງມະຕິພະຍາດ COVID – 19 ໄດ້ຢ່າງຖືກຕ້ອງ, ບັນເທົາຄວາມກົດດັນຂອງການກັກກັນ ແລະ ຫຼຸດຜ່ອນພາລະວຽກງານຂອງແພດໝໍ.

ເອກະສານສະບັບນີ້ຕັ້ງຂໍ້ສັງເກດວ່າ ຄວາມສຳເລັດຂອງການນຳໃຊ້ 5G ໃນຂົງເຂດສາທາລະນະສຸກ ສາມາດກະຕຸ້ນໃຫ້ທຸລະກິດໃນຂະແໜງການອື່ນໆ ສາມາດຍົກລະດັບຄວາມນິຍົມຂອງ 5G ແລະ ຄົ້ນຄວ້ານໍາໃຊ້ເຕັກໂນໂລຊີໃໝ່ໃນການຄຸ້ມຄອງຕົວເມືອງທີ່ອັດສະລິຍະ. ສິ່ງເຫຼົ່ານີ້ລວມເຖິງການຈັດສັນຊັບພະຍາກອນການຜະລິດເພື່ອການຄຸ້ມຄອງສິ່ງແວດລ້ອມ ແລະ ການບຳລຸງຮັກສາລະບົບການຂົນສົ່ງ.

ຫົວເຫວີຍ ແລະ ບັນດາຄູ່ຮ່ວມງານທົ່ວໂລກໄດ້ເຮັດວຽກຮ່ວມກັນໃນໂຄງການ 5G ຫຼາຍໂຄງການ ເຊິ່ງກວມເອົາຫຼາຍໆຂົງເຂດລວມທັງວິທະຍາໄລ ແລະ ການສຶກສາ.

ຜ່ານໂຄງການ 5G Partner Innovation ຫົວເຫວີຍ ວາງແຜນທີ່ຈະລົງທຶນ 20 ລ້ານໂດລາສະຫະລັດ ເຂົ້າໃນການພັດທະນານຳໃຊ້ 5G ໃນໄລຍະ 5 ປີຂ້າງໜ້າ ເພື່ອສ້າງລະບົບນິເວດ 5G ທີ່ຈະເລີນຮຸ່ງເຮືອງ. ໃນຖານະຜູ້ຈັດຫາ 5G ຊັ້ນນໍາລະດັບໂລກ ຫົວເຫວີຍ ໄດ້ຮັບສັນຍາ 5G ທັງໝົດ 91 ໃນຮູບແບບການຄ້າ ແລະ ສົ່ງອອກຫຼາຍກວ່າ 600.000 5G Massive MIMO Active Antenna Unit ( AAU ).