ມຽນມາ ຢືນຢັນ ກວດພົບຜູ້ປ່ວຍໂຄວິດ-19 2 ຄົນ ທຳອິດໃນປະເທດ

89

ລັດຖະບານມຽນມາ ລາຍງານກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2 ຄົນ ທຳອິດ ໂດຍມີປະຫວັດການເດີນທາງມາຈາກຕ່າງປະເທດ ເມື່ອບໍ່ດົນມານີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸງ ປະເທດມຽນມາ ເມື່ອວັນອັງຄານ ທີ 24 ມີນາ ວ່າ ກະຊວງສາທາລະນະສຸກມຽນມາ ໄດ້ອອກຖະແຫຼງການ ເມື່ອວັນອັງຄານ ກ່ຽວກັບການກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຢ່າງນ້ອຍ 2 ຄົນ ເປັນຊາຍ ອາຍຸ 36 ປີ ຫາກໍ່ເດີນທາງມາຈາກອາເມຣິກາ ແລະ ຊາຍອາຍຸ 26 ປີ ມີປະຫວັດເດີນທາງໄປສະຫະຣາຊະອານາຈັກ ເມື່ອບໍ່ດົນມານີ້ ຂະນະທີ່ ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວຜູ້ສຳຜັດໃກ້ຊິດກັບຜູ້ປ່ວຍທັງສອງ ໃຫ້ເຂົ້າພົບກັບເຈົ້າທີ່ສາທາລະນະສຸກແລ້ວ.

ແນ່ນອນວ່າ ການປະກາດຂອງລັດຖະບານ ໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນຫຼາຍໃຫ້ແກ່ປະຊາຊົນ ໂດຍໃນເມືອງຢາງກຸງ ເຊິ່ງເປັນເມືອງໃຫຍ່ທີ່ສຸດ ປະຊາຊົນຈຳນວນຫຼວງຫຼາຍພາກັນຊື້ສິນຄ້າເພື່ອກັກຕຸນໄວ້ ແຕ່ບັນຍາກາດດັ່ງກ່າວກໍ່ໃຊ້ເວລາບໍ່ດົນ ກ່ອນທີ່ສະຖານະການຈະກັບມາເປັນປົກກະຕິ.

ອີກປະການໜຶ່ງ ຖ້າຢ້ອນກັບໄປເມື່ອກາງເດືອນນີ້ ລັດຖະບານມຽນມາ ໄດ້ຍົກລະດັບມາດຕະການເພື່ອປ້ອງກັນເຊື້ອໄວຣັສໂຄວິດ-19 ໃນປະເທດ. ເຊິ່ງລວມເຖິງການຫ້າມຈັດງານກິດຈະກຳຕ່າງໆທີ່ມີແຂກຄົນເຂົ້າຮ່ວມຫຼາຍຈົນເຖິງທ້າຍເດືອນເມສາ ເປັນຢ່າງໜ້ອຍ ເຊິ່ງກໍ່ໝາຍຄວາມວ່າ ບຸນສົງການປີນີ້ແມ່ນຖືກຍົກເລີກ, ການຮຽກຮ້ອງໃຫ້ປະຊາຊົນໃຫ້ມີສະຕິລະມັດລະວັງໃນການກັ່ນຕອງຂ່າວສານ ແລະ ການກຳນົດແນວທາງໃນການຊ່ວຍເຫລືອພາກທຸລະກິດທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດ ເນື່ອງຈາກວຽກສາຍການຜະລິດສ່ວນໃຫຍ່ໃນປະເທດມຽນມານຳເຂົ້າວັດຖຸດິບຈາກປະເທດຈີນ.

ນອກຈາກນີ້, ກະຊວງການຕ່າງປະເທດມຽນມາໄດ້ອອກຖະແຫຼງເມື່ອວັນເສົາ ໂຈະການອອກວີຊາເອເລັກໂທຣນິກ ແລະ ການຈ້ຳກາຜ່ານດ່ານຊາຍແດນ ສຳລັບພົນລະເມືອງທຸກສັນຊາດຈົນເຖິງວັນທີ 30 ເມສາ ຍົກເວັ້ນເຈົ້າໜ້າທີ່ການທູດທີ່ອາໄສຢູ່ປະເທດມຽນມາ, ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ແລະ ເຈົ້າໜ້າທີ່ອົງການຈັດຕັ້ງສາກົນ ທີ່ມີວຽກຈຳເປັນ.