ຄົບຮອບ 65 ປີ ການນຳແຂວງໄຊສົມບູນ ຮ່ວມວາງພວງມາລາລະລຶກວັນສ້າງຕັ້ງພັກ

96

ວັນທີ 24 ມີນາ 2020 ການນຳພັກ-ລັດ ແຂວງໄຊສົມບູນ, ນຳໂດຍ ສະຫາຍ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິຕະພັນໄກສອນພົມວິຫານ ແລະ ອະນຸສາວະລີ ນັກຮົບນິລະນາມ, ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22 ມີນາ 1955-22 ມີນາ 2020).

ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງດັ່ງກ່າວ, ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈ ຂອງທົ່ວປວງຊົນລາວທັງຊາດ ຕະຫລອດໄປ.

ພັກເຮົາຈະຕ້ອງໄດ້ສືບຕໍ່ຍົກສູງຄວາມສາມາດ ແລະ ເພິ່ມທະວີບົດບາດການນຳພາຂອງພັກໃນທຸກດ້ານ, ສ້າງພັກໃຫ້ປອດໄສເຂັ້ມແຂງ ແລະ ໜັກແໜ້ນນັ້ນ, ພະນັກງານ-ລັດຖະກອນ ແລະ ສະມາຊິກພັກທັງໝົດ ຕ້ອງກໍາແໜ້ນສະພາບວຽກງານການເມືອງແນວຄິດ ແລະ ເອົາໃຈໃສ່ປັບປຸງຄົ້ນຄົ້ວທິດສະດີບົນພື້ນຖານຢຶດໝັ້ນທິດສະດີ ມາກ-ເລນິນ; ເພີ່ມທະວີວຽກງານກໍ່ສ້າງພັກໃຫ້ໜັກແໜ້ນ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ໄປພ້ອມກັບລະບຽບວິໄນພາຍໃນພັກຢ່າງເຂັ້ມງວດ; ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງພະນັກງານ, ສະມາຊິກພັກ ໃນການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ; ເອົາໃຈໃສ່ປັບປຸງວຽກງານປ້ອງກັນພັກ, ບຳລຸງສ້າງຖັນແຖວພະນັກງານທາງດ້ານຄຸນສົມບັດ ແລະ ຄວາມສາມາດມີນ້ຳໃຈຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກຢ່າງເຂັ້ມງວດ.

MediaLaos