ຫຼອນໄປນໍາກັນກັບຮູບເງົາ “ The Invisible Man ມະນຸດລ່ອງຫົນ ”

194

ຖືໄດ້ວ່າເປັນໜຶ່ງໃນຕົວລະຄອນສະຫຍອງຂວັນທີ່ຕິດອັນດັບ Universal Monsters ສໍາລັບຮູບເງົາ “ The Invisible Man ມະນຸດລ່ອງຫົນ ” ຂຽນໂດຍ H.G. WELLS ກ່ອນຈະກາຍເປັນຮູບເງົາລະດັບຕຳນານ. ຫຼັງຈາກຜິດຫວັງກັບການປັ້ນຈັກກະວານປີສາດໃນຍຸກ Dark Universe ໂດຍມີ The Mummy ແລະ ພັກໂຄງການມາສ້າງເປັນຮູບເງົາດ່ຽວທີ່ບໍ່ເຊື່ອມໂຍງຈັກກະວານ.

ຮູບເງົາ “ The Invisible Man ມະນຸດລ່ອງຫົນ ” ໄດ້ຄ້າຍຮູບເງົາ Blumhouse Productions ມາພັດທະນາ ແລະ ເລົ່ງເລື່ອງລາວໃໝ່ໆທີ່ເປັນການຕີຄວາມໝາຍໃນການສ້າງທີ່ແຕກຕ່າງຈາກແບບເກົ່າ.

ມີເລື່ອງລາວເວົ້າເຖິງຍິງສາວທີ່ກໍາລັງປະສົບບັນຫາກັບການໃຊ້ຊີວິດຮ່ວມກັບແຟນໜຸ່ມທີ່ໃຊ້ແຕ່ອາລົມ ໂດຍແຟນໜຸ່ມເປັນນັກວິທະຍາສາດຜູ້ຮັ່ງມີ ແລະ ສະຫຼາດຫຼັກແຫຼມ ເຮັດໃຫ້ຍິງຄົນນີ້ໝົດຄວາມອົດທົນຈຶ່ງຕັດສິນໃຈໜີໄປຢູ່ກັບນ້ອງສາວ ແລະ ໝູ່, ຈົນມື້ໜຶ່ງກໍໄດ້ຮັບຂ່າວວ່າແຟນໜຸ່ມໄດ້ຂ້າຕົວຕາຍ. ຫຼັງຈາກທີ່ຍິງຄົນນັ້ນໄດ້ເງິນພ້ອມກັບການເລີ່ມຕົ້ນຊີວິດໃໝ່ຂອງຕົນເອງ ແຕ່ມີບາງຢ່າງທີ່ຍັງຕາມຫຼອກຫຼອນລາວຕະຫຼອດເວລາ ຈົນຕັ້ງຂໍ້ສັງເກດວ່າກໍາລັງຖືກຄົນໃກ້ຕົວໄລ່ລ່າ ແລະ ບໍ່ສາມາດແນມເຫັນໄດ້ ຫຼື ວ່າແຟນໜຸ່ມຂອງລາວຍັງບໍ່ຕາຍ.

ໃນຕົ້ນປີ 2019 ຄ້າຍຮູບເງົາ Blumhouse Productions ໄດ້ປະສົບຜົນສໍາລັບກັບການສ້າງຮູບເງົາ “ Halloween ” ແລະ ໄດ້ຕັດສິນໃຈເອົາຕົວລະຄອນມະນຸດລ່ອງຫົນມາສ້າງເປັນຮູບເງົາດ່ຽວ ແລະ ຕີຄວາມໝາຍໃໝ່ ໂດຍໄດ້ Leigh Whannell ມາເປັນຜູ້ກໍາກັບໂດຍໄດ້ກະລັງຕີຄວາມສາມາດຈາກຜົນງານການກໍາກັບຮູບເງົາ “ Insidious: Chapter 3 ”, ຢາກຮູ້ບໍ່ວ່າໃຜທີ່ເປັນມະນຸດລ່ອງຫົນ ແລະ ໄລ່ຕາມຍິງສາວຄົນນີ້ແບບຫຼອກຫຼອນ ເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

(eight=”968″ ຂໍ້ມູນຈາກ:  Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]