ຮອງເຈົ້າແຂວງໄຊສົມບູນ ລົງຊຸກຍູ້ການກໍ່ສ້າງເສັ້ນທາງເທສະບານເມືອງຮົ່ມ

110

ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການກໍ່ສ້າງເສັ້ນທາງຕັດຕາຜ້າ ແລະ ປູຢາງສອງຊັ້ນ ຈຸດສຸມຜາລະແວກເທສະບານເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 20 ມີນາຜ່ານມາ ໂດຍມີ ທ່ານ ໄຊສົມພັນ ລີເຕັ່ງເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ, ທ່ານ ສີວອນ ບຸນມີສິດາວົງ ປະທານ ບໍລິສັດ ສີຮຸ່ງເຮືອງ ພັດທະນາ ກໍ່ສ້າງຈຳກັດ ຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງຕັດຕາຜ້າ ແລະ ປູຢາງສອງຊັ້ນ ຈຸດສຸມຜາລະແວກ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2014 ໂດຍແມ່ນ ບໍລິສັດ ສີຮຸ່ງເຮືອງ ພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າ 133,63 ຕື້ກວ່າກີບ ປະຕິບັດໄດ້ 19,5% ເປັນມູນຄ່າ 25 ຕື້ກວ່າກີບ. ມາຮອດປີ 2016 ໂຄງການຖືກໂຈະກວດກາ ແລະ ທົບທວນຄືນການອອກແບບ ແລະ ມູນຄ່າການກໍ່ສ້າງ.

ພາຍຫຼັງໄດ້ຮັບການກວດກາຄືນຈາກຄະນະສະເພາະກິດຂອງລັດຖະບານແລ້ວ ມາຮອດປີ 2019 ຈຶ່ງໄດ້ຮັບການເຫັນດີໃຫ້ສືບຕໍ່ກໍ່ສ້າງຈາກຂັ້ນເທິງ ໂດຍໃຫ້ ບໍລິສັດ ສີຮຸ່ງເຮືອງ ພັດທະນາ ກໍ່ສ້າງ ຈຳກັດ ເປັນຜູ້ສືບຕໍ່ກໍ່ສ້າງ ເຊິ່ງໄດ້ມີການດັດແກ້ແບບກໍ່ສ້າງຈາກໜ້າທາງເບຕົງ ມາເປັນທາງປູຢາງ 2 ຊັ້ນ ລາຍລະອຽດຂອງໂຄງການ ມີຄື: ເສັ້ນທາງສາຍຫຼັກໄລຍະທີ 1 ແຕ່ບ້ານນໍ້າຄຽນ ຫາ ສາມແຍກຜາລະແວກ ຍາວ 1.700 ແມັດ; ໄລຍະທີ 2 ແຕ່ສາມແຍກຕະຫຼາດຜາລະແວກ ຫາ ທາງເຂົ້າສຳນັກງານປົກຄອງເມືອງໃໝ່ ຍາວ 2.300 ແມັດ, ໜ້າທາງປູດ້ວຍຢາງ 2 ຊັ້ນ, ກວ້າງ 10 ແມັດ, ບໍ່ມີດອນກາງທາງ, ມີທາງຄົນຢ່າງສອງຂ້າງທາງ ກວ້າງເບື້ອງລະ 1,50 ແມັດ, ມີຮ່ອງລະບາຍນໍ້າຂ້າງທາງ, ເທເບຕົງສະເພາະບ່ອນທີ່ມີເນີນສູງຊັນ ແລະ ມີໄຟເຍືອງທາງທັງສອງຂ້າງສະຫຼັບກັນ.

ສຳລັບເສັ້ນທາງຕາຜ້າພາຍໃນເທສະບານເມືອງຮົ່ມ ແຕ່ A1 ຮອດ A12 ປູດ້ວຍຢາງ 2 ຊັ້ນ, ກວ້າງ 7 ແມັດ, ຮ່ອງລະບາຍນໍ້າເປັນຮ່ອງດິນ, ບ່ອນທີ່ມີເນີນສູງຊັນເທເບຕົງ ແລະ ບໍ່ມີໄຟເຍືອງທາງ. ກຳນົດໄລຍະເວລາໃນການກໍ່ສ້າງແມ່ນຈະໃຫ້ສຳເລັດພາຍໃນ 3 ປີ ນັບຈາກເດືອນມີນາປີ 2020 ເປັນຕົ້ນໄປ ງົບປະມານການຊຳລະໂຄງການດັ່ງກ່າວແມ່ນທຶນງົບປະມານຂອງແຂວງໄຊສົມບູນ.