ແນະນຳຜະລິດຕະພັນສະໝຸນໄພຈາກບ້ານດົງຄຳຊ້າງ

153

ການຜະລິດຢາສະໝຸນໄພແມ່ນມີມາແຕ່ດົນນານຈົນເຖິງປັດຈຸບັນ ແລະ ຜູ້ມີຄວາມຮູ້ດ້ານສະໝຸນໄພ ກໍສາມາດນຳເອົາໄປຕໍ່ຍອດເຮັດເປັນຜະລິດຕະພັນຈຳໜ່າຍໄດ້.

ທ່ານ ນາງ ພຽງດາວອນ ສີສຸລາດ ຜູ້ຜະລິດ ແລະ ຈຳໜ່າຍ ຜະລິດຕະພັນສະໝຸນໄພຢູ່ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ປັດຈຸບັນທາງຄອບຄົວມີຜະລິດຕະພັນທີ່ຜະລິດໄດ້ ຄື: ສະບູສະໝຸນໄພມີ້ນຊັນປະສົມນ້ຳເຜິ້ງປ່າ, ຂີງຜົງບໍ່ມີນ້ຳຕານ, ຊາຈຸ່ມບໍ່ມີນ້ຳຕານ, ຂີງຜົງຊະນິດມີນ້ຳຕານ, ງາດຳ ເຊິ່ງໄດ້ເລີ່ມເຮັດມາໄດ້ປີກວ່າແລ້ວ ແລະ ພວກເຮົາຍັງເປັນມືໃໝ່.

ການຕັດສິນໃຈເຮັດຜະລິດຕະພັນສະໝຸນໄພນີ້ຂຶ້ນມາ ກໍເນື່ອງຈາກເລັງເຫັນ ຄວາມສຳຄັນດ້ານສຸຂະພາບຂອງປະຊາຊົນຄົນລາວ ແລະ ການຕະຫຼາດບໍ່ຢາກໃຫ້ປະຊາຊົນຄົນລາວເຮົາເນັ້ນແຕ່ຢາຫຼວງຫຼາຍ ເຊິ່ງສະໝຸນໄພກໍຊ່ວຍຈຳນວນໜຶ່ງເລື່ອງສຸຂະພາບ ເຊັ່ນ: ເປັນຫວັດ, ເປັນໄອ, ເຈັບຕົນຕົວ, ເຈັບຄໍໃຊ້ສະໝຸນໄພປິ່ນປົວກໍຊ່ວຍໄດ້ ເພາະຕົນເອງກໍໄດ້ກິນເບິ່ງແລ້ວຮູ້ສຶກວ່າດີ ແລະ ຕັດສິນໃຈເຮັດເປັນຜະລິດຕະພັນຂຶ້ນມາ ພ້ອມທັງເປັນການສ້າງຜະລິດຕະພັນຂອງລາວຂຶ້ນມານຳອີກ.

ເລີ່ມຕົ້ນການຜະລິດການຫຸ້ມຫໍ່: ການທີ່ເປັນຜູ້ປະກອບການໃໝ່ກ້າວເຂົ້າມາເຮັດຜະລິດຕະພັນສະໝຸນໄພນີ້ ຖືວ່າໄດ້ມີການຮຽນຮູ້ເລື່ອງການຫຸ້ມຫໍ່ມາຈາກທາງດ້ານອິນເຕີເນັດ ບວກກັບຮຽນນຳໝູ່ເພື່ອນທີ່ເຫັນເຂົາເຈົ້າເຮັດມາ. ສະນັ້ນ, ກໍໄດ້ນຳເອົາບາງບົດຮຽນຈາກໝູ່ເພື່ອນນັ້ນມາປະຍຸກໃຊ້ຜະລິດເປັນຂອງຕົນເອງ ເຊິ່ງຕອນເລີ່ມຕົ້ນແມ່ນພົບຄວາມຫຍຸ້ງຍາກຫຼາຍ ເພາະຕອນເລີ່ມທຳອິດອຸປະກອນເຄື່ອງມືຕ່າງໆທີ່ໃຊ້ໃນການຜະລິດຍັງບໍ່ມີ, ອຸປະກອນຍັງບໍ່ທັນເປັນລັກສະນະໂຮງງານ ເພາະຜະລິດໃນຄອບຄົວ ແຕ່ປັດຈຸບັນກໍເລີ່ມພັດທະນາຂຶ້ນມາເລື້ອຍໆ.

ດ້ານການຕອບຮັບ: ເຫັນວ່າຖ້າມີການພັດທະນາໄປເລື້ອຍໆການຕອບຮັບກໍຖືວ່າຂ້ອນຂ້າງດີຂຶ້ນ ສິນຄ້າກໍພໍໄດ້ຂາຍຂຶ້ນມາ ເພາະວ່າໝູ່ເຫັນກໍພາກັນສະໜັບສະໜູນ, ແຕ່ການຕະຫຼາດນ້ອຍ ເນື່ອງຈາກຍັງເປັນມືໃໝ່ບໍ່ຮູ້ຈະຈຳໜ່າຍຢູ່ໃສ ໂດຍອາໄສມີງານວາງສະແດງຈາກພາກລັດ ຈຶ່ງໄດ້ອອກວາງຈຳໜ່າຍ ແລະ ມີການຂາຍທາງອອນລາຍ ແຕ່ຍັງບໍ່ທັນເອົາຈິງເອົາຈັງ ແລະ ຍັງບໍ່ທັນເກັ່ງທາງດ້ານຕະຫຼາດອອນລາຍປານໃດ. ໃນຂະນະທີ່ຜະລິດຕະພັນສິນຄ້າ ລູກຄ້າທ່ານໃດທີ່ໄດ້ຊື້ໄປກິນແລ້ວກໍຈະມາສັ່ງອີກ ໂດຍສະເພາະແມ່ນຜະລິດຕະພັນງາດຳ ໂດຍຊື້ໄປຄັ້ງໜຶ່ງ 2 ຖົງ ແລະ ຄັ້ງຕໍ່ໄປກໍຈະສັ່ງ 4 – 5 ຖົງຂຶ້ນໄປ ເພາະຜະລິດພັນຂອງເຮົາແມ່ນເນັ້ນຜະລິດຄຸນນະພາບແທ້ຈະບໍ່ປົນສິ່ງອື່ນຫຼາຍ, ທ່ານ ນາງ ພຽງດາວອນ ສີສຸລາດ ເຈົ້າຂອງຜະລິດຕະພັນກ່າວ:

ຖ້າຫາກທ່ານໃດສົນໃຈຜະລິດຕະພັນສະບູສະໝຸນໄພມີ້ນຊັນປະສົມນ້ຳເຜິ້ງປ່າ, ຂີງຜົງບໍ່ມີນ້ຳຕານ, ຊາຈຸ່ມບໍ່ມີນ້ຳຕານ, ຂີງຜົງຊະນິດມີນ້ຳຕານ, ງາດຳ ສາມາດຕິດຕໍ່ ທ່ານ ນາງ ພຽງດາວອນ ສີສຸລາດ ໄດ້ເບີໂທ 020 59055266 ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

[ ໂດຍ: ສັນຕິ, ຮູບ: ສຸກສະຫວັນ ]