ສະຫາຍ ຄອນປະເສີດ ຫຼວງສຸວັນນະວົງ ຖືກຄັດເລືອກເປັນເລຂາໜ່ວຍພັກ ທຄຕລ ສາຂາແຂວງເຊກອງ

101

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງເຊກອງ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຂອງຕົນຂຶ້ນໃນອາທິດຜ່ານມາ ເພື່ອສະຫຼຸບຕີລາຄາຄືນການຊີ້ນຳ – ນຳພາຂອງຄະນະໜ່ວຍພັກໄລຍະ 5 ປີຜ່ານມາ ( 2015 – 2019 ). ນອກນັ້ນ, ກໍໄດ້ປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງເລືອກໄດ້ ສະຫາຍ ຄອນປະເສີດ ຫຼວງສຸວັນນະວົງ ຫົວໜ້າທະນາຄານ ທຄຕລ ສາຂາແຂວງເຊກອງ ເປັນເລຂາໜ່ວຍພັກ.

ໃນທີ່ປະຊຸມ ທະນາຄານ ທຄຕລ ສາຂາແຂວງເຊກອງ ໄດ້ສະຫຼຸບຜົນງານ 5 ປີຜ່ານມາໃນແຕ່ລະດ້ານໂດຍສະເພາະ: ດ້ານການເມືອງ – ແນວຄິດ, ການຈັດຕັ້ງ ແລະ ປັບປຸງ – ຂະຫຍາຍສະມາຊິກພັກ, ແບບແຜນການນຳພາ, ການຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ – ຄໍາສັ່ງ, ຂໍ້ກໍານົດ ແລະ ນິຕິກໍາຕ່າງໆ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ການບໍລິການລູກຄ້າທີ່ມາໃຊ້ບໍລິການຂອງທະນາຄານໃຫ້ມີປະສິດທິພາບ ແລະ ເພີ່ມຂອດບໍລິການດ້ານວຽກງານສິນເຊື່ອ ເພື່ອໃຫ້ເຂົ້າສູ່ລະບຽບການ ພ້ອມທັງໃຫ້ສອດຄ່ອງກັບທິດທາງນະໂຍບາຍຂອງພັກ ແລະ ລັດຖະບານເພື່ອເຮັດໃຫ້ຍອດສິນເຊື່ອຂອງ ທຄຕລ ເພີ່ມຂຶ້ນໃນແຕ່ລະປີ.

ໃນທີ່ປະຊຸມກໍໄດ້ປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ ເຊິ່ງກອງປະຊຸມຄັ້ງປະຖົມມະລືກເຫັນດີເລືອກເອົາ ສະຫາຍ ຄອນປະເສີດ ຫຼວງສຸວັນນະວົງ ເປັນເລຂາ, ສະຫາຍ ຕຸລາ ວົງໜໍ່ແກ້ວ ເປັນຮອງເລຂາ ແລະ ເຫັນດີເລືອກເອົາ ສະຫາຍ ຄໍາແດງ ຄໍາພັນຂາວ ເປັນຄະນະ ທັງເປັນຜູ້ເຮັດວຽກງານກວດກາຂອງໜ່ວຍພັກ ເພື່ອພ້ອມກັນສືບຕໍ່ຊີ້ນຳ – ນຳພາຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ນັບມື້ເຂັ້ມແຂງຂຶ້ນກວ່າເກົ່າ.

ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ແບບຢ່າງນໍາໜ້າທາງດ້ານການບໍລິການຕ່າງໆ ແລະ ເອົາໃຈໃສ່ການສໍາຫຼວດກວດກາ, ການດໍາເນີນຊີວິດການເມືອງພາຍໃນຈຸ, ໜ່ວຍເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ພາຍນອກໃຫ້ກວ້າງຂວາງ.

(ຂ່າວ – ຮູບ: ແວວຕາ )