ຄົວລາວໄດ້ຮັບລາງວັນ Women 2020 ASEAN Award ທີ່ຟີລິບປິນ

111

ທ່ານ ນາງ ມະໂນລາ ດາລາວົງ ເຈົ້າຂອງຮ້ານອາຫານຄົວລາວ ເປັນຜູ້ປະກອບການຍິງຜູ້ດຽວໃນ ສປປ ລາວ ທີ່ໄດ້ຮັບລາງວັນ Women 2020 ASEAN Award ໃນງານກອງປະຊຸມສຸດຍອດຜູ້ປະກອບການຍິງ 2020: ທັດສະນະຜູ້ຍິງທີ່ສ້າງແຮງຂັບເຄື່ອນທົ່ວໂລກ ( WOMEN 2020 Entrepreneurship Summit: Perspectives of a Global Woman of Impact ) ເຊິ່ງຕາງໜ້າຮັບໂດຍ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຟີລິບປິນ ໃນວັນທີ 3 ມີນາ 2020 ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນ.

ຖືວ່າເປັນອີກໜຶ່ງຄວາມພາກພູມໃຈຂອງຄົນລາວ ທີ່ແມ່ຍິງສາມາດສ້າງແຮງຂັບເຄື່ອນ ແລະ ໄດ້ຖືກຍົກສູງທາງດ້ານບົດບາດຜູ້ປະກອບການຍິງໃນເວທີສາກົນ ເຊິ່ງລາງວັນ Women 2020 ASEAN Award ແມ່ນຖືຶກຈັດຂຶ້ນເພື່ອຊົມເຊີຍຜູ້ປະກອບການຍິງອາຊຽນທີ່ປະສົບຜົນສຳເລັດທາງດ້ານທຸລະກິດດ້ວຍວິໄສທັດຂອງຜູ້ນໍາ ແລະ ມີສ່ວນຮ່ວມໃນການສົ່ງເສີມເສດຖະກິດຂອງຊາດ ກໍຄືການພັດທະນາຫົວໜ່ວຍທຸລະກິດຂອງຕົນເອງຈົນປະສົບຄວາມສຳເລັດ.

ກອງປະຊຸມດັ່ງກ່າວໄດ້ຄັດເລືອກແມ່ຍິງຈາກບັນດາປະເທດສະມາຊິກໃນອາຊຽນ ເພື່ອຮັບລາງວັນ Women 2020 ASEAN Award ເຊິ່ງ ທ່ານ ນາງ ມະໂນລາ ເປັນແມ່ຍິງລາວພຽງຄົນດຽວທີ່ໄດ້ຮັບລາງວັນນີ້. ຄຽງຄູ່ກັນນັ້ນ, ຍັງມີບັນດາແມ່ຍິງອາຊຽນທີ່ໄດ້ຮັບລາງວັນນີ້ ໄດ້ແກ່: ທ່ານ ນາງ ຮອຍ ລິງ ຕານ ຜູ້ຮ່ວມກໍ່ຕັ້ງ Grab ( ປະເທດມາເລເຊຍ ); ທ່ານ ນາງ ຫງວຽນ ທິ ງ່າ ປະທານກຸ່ມບໍລິສັດ BRC ( ປະເທດຫວຽດນາມ ), ທ່ານ ນາງ ປຣີຍະພັນ ສຣີຫະວັດ ຈາກສູນບາເລ້ຊຽງໃໝ່ ( ປະເທດໄທ ); ທ່ານ ນາງ Lok Chum Teav Mao Chamnan ປະທານເຈົ້າໜ້າທີ່ຝ່າຍປະຕິບັດການທະນາຄານ Wing Limited Specialized ( ປະເທດກໍາປູເຈຍ ); ທ່ານ ນາງ ເຄມາຣີອາ ດູຣາມານ ( ປະເທດບຣູໄນ ); ທ່ານ ນາງ ເວໂຣນິກາ ໂຄລອນດໍາ ( ປະເທດອິນໂດເນເຊຍ ); ທ່ານ ນາງ ຄິນ ເລ    ( ປະເທດມຽນມາ ), ທ່ານ ນາງ ແອມ ເດເລຍ ອັລເບີດ ( ປະເທດຟີລິບປິນ ) ແລະ ທ່ານ ນາງ ດຣ. ຊີ ເຄັມ ( ປະເທດສິງກະໂປ ).

ຮ້ານອາຫານຄົວລາວ ໄດ້ສ້າງຕັ້ງຂຶ້ນຕັ້ງແຕ່ປີ 1994 ເຊິ່ງເປັນຮ້ານອາຫານລາວທີ່ເສີບອາຫານພ້ອມດ້ວຍວັດທະນະທຳ ໂດຍການບັນເລງດົນຕີພື້ນເມືອງລາວ ພ້ອມການສະແດງຟ້ອນທີ່ອ່ອນຊ້ອຍໃນແຕ່ລະມື້. ຕະຫຼອດໄລຍະຜ່ານມາຮ້ານອາຫານຄົວລາວໄດ້ຮັບໃຊ້ ແລະ ຮັບຕ້ອນແຂກພາຍໃນ ແລະ ຕ່າງປະເທດໃນງານສຳຄັນຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຜູ້ນໍາຈາກພາຍໃນປະເທດ ຫຼື ຈາກບັນດາປະທດຕ່າງໆ, ນັກສະແດງ ຫຼື ຜູ້ມີຊື່ສຽງຂອງຕ່າງປະເທດ ຕະຫຼອດຮອດພໍ່ແມ່ປະຊາຊົນຄົນລາວທຸກຄົນ.

 

[ ໂດຍ: ສົມສະຫວິນ ]