ເຈົ້າແຂວງອັດຕະປື ຮຽກຮ້ອງໃຫ້ສັງຄົມກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ

198

65 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ສືບຕໍ່ພາລະກິດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກນັ້ນ ໄດ້ກັບກາຍເປັນຄວາມຈິງທີ່ມີການຂະຫຍາຍຕົວຕັ້ງໜ້າຢ່າງຈະແຈ້ງ, ປະຊາຊົນລາວບັນດາເຜົ່າໃນແຕ່ໄລຍະໄດ້ມີ ຄວາມຢູ່ເຢັນເປັນສຸກສືບທອດຕໍ່ກັນມາຈົນຮອດປັດຈຸບັນ ເປັນຕົ້ນຢູ່ແຂວງອັດຕະປື ດ້ານເສດຖະກິດ, ວັດທະນະທຳ – ສັງຄົມ ໄດ້ມີການຂະຫຍາຍຕົວ ແລະ ວຽກງານອື່ນໆທີ່ຢູ່ພາຍໃຕ້ການນຳພາຂອງພັກກໍມີຄວາມເຂັ້ມແຂງ ແລະ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ( ວັນທີ 22 ມີນາ 1955 – 22 ມີນາ 2020 ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື ຕາງໜ້າໃຫ້ແກ່ການນຳຂອງແຂວງ ກໍຄືປະຊາຊົນບັນດາເຜົ່າທົບທວນໃຫ້ຮູ້ວ່າ: ຜົນສຳເລັດທີ່ຍາດມາໄດ້ບົນພື້ນຖານການນຳພາຂອງພັກ, ຄະນະນໍາກໍຄືພໍ່ແມ່ປະຊາຊົນຊາວແຂວງອັດຕະປື ຍັງຢຶດໝັ້ນຢູ່ພາຍໃຕ້ການນຳພາຂອງພັກ ແລະ ເດີນຕາມເສັ້ນທາງສັງຄົມນິຍົມທີ່ພັກໄດ້ກຳນົດນັ້ນຢ່າງສະເໝີຕົ້ນສະເໝີປາຍ.

ຖືໂອກາດນີ້ຮຽກຮ້ອງມາຍັງການນຳ, ພະນັກງານສະມາຊິກພັກ – ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຕ້ອງໄດ້ເອົາໃຈໃສ່ຍົກສູງສະຕິພັກໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ປະຕິບັດບົດບາດຂອງສະມາຊິກພັກ ເພື່ອປະກອບສ່ວນເຂົ້າໃນການພັດທະນາສ້າງສາແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນ.

ບັນດາສະຫາຍສະມາຊິກພັກ ກໍຄືພະນັກງານຫຼັກແຫຼ່ງ, ພະນັກງານໜຸ່ມນ້ອຍຮຸ່ນສືບທອດຈົ່ງໄດ້ເພີ່ມທະວີນ້ຳໃຈຮັກຊາດອັນສູງສົ່ງ, ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ, ປົກປັກຮັກສາໝາກຜົນຂອງການປະຕິວັດ ພ້ອມກັນກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກຍາດເອົາໄຊຊະນະມາສູ່ປະເທດຊາດ. ພໍ່ແມ່ປະຊາຊົນຈົ່ງໄດ້ເຊື່ອໝັ້ນຂອງການນຳພາຂອງພັກ ພ້ອມກັນປະກອບສ່ວນພັດທະນາທາງດ້ານເສດຖະກິດ – ສັງຄົມ, ການແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆໃຫ້ດີຂຶ້ນ, ສ້າງພັກໃຫ້ມີຄວາມປອດໄສ, ເຂັ້ມແຂງ, ໜັກແໜ້ນ, ສ້າງສັງຄົມໃຫ້ມີ ຄວາມສີວິໄລ ແລະ ຍຸຕິທຳເປັນກ້າວໆ ທຸກຄົນໃນສັງຄົມຕ້ອງໄດ້ເຂົ້າຮ່ວມຕາມຂະບວນການລວມຂອງພັກ ລະບຽບກົດໝາຍຂອງລັດ ໃຫ້ມີ ຄວາມເຂັ້ມງວດກວ່າເກົ່າ.

[ ໂດຍ: ມາລາທິບ ]