ບໍ່ຄຳເຊໂປນ ສະໜັບສະໜູນການປົກປັກຮັກສາມໍລະດົກ

268

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ – ທອງເຊໂປນ ( ລຊມລ ) ຫຼື ບໍ່ຄຳເຊໂປນ ໄດ້ມອບຕູ້ວາງສະແດງ ລວມມູນຄ່າ 25 ພັນໂດລາສະຫະລັດ ໃຫ້ແກ່ຫໍພິພິທະພັນຂອງ 3 ພາກສ່ວນ ລວມມີ: ຫໍພິພິທະພັນແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ, ຫໍພິພິທະພັນແຂວງສະຫວັນນະເຂດ ແລະ ຫໍວັດທະນະທຳເມືອງວິລະບູລີ.

ການປະກອບສ່ວນຂອງບໍລິສັດໃນຄັ້ງນີ້ ແມ່ນແນໃສ່ປົກປັກຮັກສາ ແລະ ສືບຕໍ່ສົ່ງເສີມວັດຖຸບູຮານທີ່ຄົ້ນພົບຢູ່ໃນເຂດຂຸດຄົ້ນ ບໍ່ຄຳ – ທອງ ເຊໂປນ ໃນເຂດເມືອງວິລະບູລີ ແຂວງສະຫວັນນະເຂດ, ການສຶກສາ – ຄົ້ນຄວ້າບູຮານຄະດີນີ້ແມ່ນເປັນ 1 ໃນຜົນງານທີ່ພົ້ນເດັ່ນໃນບັນດາໂຄງການທີ່ໄດ້ມີການສະໜັບສະໜູນຈາກ ບໍລິສັດ ລຊມລ ທີ່ໄດ້ສືບຕໍ່ປະຕິບັດມາໄດ້ກວ່າ 1 ທົດສະວັດແລ້ວ.

ໃນເດືອນກັນຍາ 2019 ທາງ ບໍລິສັດ ລຊມລ ກໍໄດ້ມອບວັດຖຸບູຮານ ກວ່າ 7.800 ລາຍການ ໃຫ້ແກ່ລັດຖະບານ ລວມມີ: ວັດຖຸບູຮານປະເພດທອງ, ທອງແດງ, ຫີນປະດັບເອ້, ເຄື່ອງປັ້ນດິນເຜົາ, ໄມ້ ເຊິ່ງລ້ວນແຕ່ໄດ້ຄົ້ນພົບໂດຍບໍລິສັດຢູ່ໃນເຂດຂຸດຄົ້ນບໍ່ຄຳ – ທອງເຊໂປນ, ວັດຖຸບູຮານທີ່ໄດ້ຄົ້ນພົບ ແລະ ມອບໃຫ້ລັດຖະບານເຫຼົ່ານີ້ເປັນການເພີ່ມ ຄວາມອຸດົມສົມບູນໃຫ້ແກ່ວັດຖຸບູຮານຂອງກ່ອນສະໄໝປະຫວັດສາດ.

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ແລະ ຜູ້ຈັດການພະແນກພົວພັນກັບຜູ້ມີສ່ວນຮ່ວມ ແລະ ຊຸມຊົນຂອງ ລຊມລ ໄດ້ກ່າວວ່າ: ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ, ບໍລິສັດ ລຊມລ ໄດ້ລົງທຶນຫຼາຍກວ່າ 1,3 ລ້ານໂດລາ ເຂົ້າໃນການສະໜັບສະໜູນການອະນຸຮັກປະຫວັດສາດລາວ ແລະ ມໍລະດົກວັດທະນະທຳ ກວ່າ 3 ພັນປີ. ຜ່ານການຮ່ວມມືດ້ານການຄົ້ນຄວ້າບູຮານຄະດີ ກັບກົມມໍລະດົກຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລເຈມສ໌ຄຸກ ຂອງອົສຕຣາລີ. ການຮ່ວມມືດັ່ງກ່າວແມ່ນການສະໜັບສະໜູນວຽກງານພາກສະໜາມທີ່ເປັນການເຕົ້າໂຮມການຮ່ວມມືທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບຊາດ ແລະ ສາກົນ. ໄດ້ເປີດໂອກາດໃຫ້ມີອາສາສະໝັກ ຈາກນະຄອນຫຼວງວຽງຈັນ, ປະຊາຊົນທ້ອງຖິ່ນ, ນັກສຶກສາຈາກປະເທດອົສຕຣາລີ, ນັກສຶກສາລາວ, ນັກບູຮານຄະດີ ແລະ ເຈົ້າໜ້າທີ່ຈາກກົມມໍລະດົກທີ່ມາປະຈຳຢູ່ບໍ່ຄຳ – ທອງເຊໂປນ ໄດ້ຮ່ວມມືກັນໃນດ້ານການປະຕິບັດງານພາກສະໜາມ ແລະ ວຽກງານຄົ້ນຄວ້າຕ່າງໆຢ່າງໃກ້ຊິດ.

ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ໄດ້ກ່າວວ່າ: ການຮ່ວມມືລະຫວ່າງ ບໍລິສັດ ລຊມລ ແລະ ກົມມໍລະດົກ ເປັນການຮ່ວມມືທີ່ສູງສົ່ງ, ເປັນການຊ່ວຍເຫຼືອຈາກບໍລິສັດທີ່ມີຄຸນຄ່າສູງ ແລະ ມີຄວາມສຳຄັນທີ່ສຸດ ເພື່ອເຜີຍແຜ່ມໍລະດົກດ້ານວັດທະນະທຳໃຫ້ປະຊາຊົນລາວ ກໍຄືນັກທ່ອງທ່ຽວ, ວັດຖຸບູຮານທີ່ຄົ້ນພົບເຫຼົ່ານີ້ແມ່ນປຽບດັ່ງ “ ຄຳ ”. ທັງນີ້, ກໍຍ້ອນວ່າວັດຖຸດັ່ງກ່າວໄດ້ເປັນທັງຄຸນຄ່າທາງດ້ານເສດຖະກິດ ແລະ ຊື່ສຽງຂອງຊາດລາວ, ນັກທ່ອງທ່ຽວທີ່ມາເຫັນກໍສາມາດເວົ້າຕໍ່ໆກັນໄປ ແລະ ຢາກກັບມາຢ້ຽມຢາມຕົ້ນກຳເນີດຂອງວັດຖຸທີ່ມີຄຸນຄ່າເຫຼົ່ານີ້ ”.
ຜ່ານມາແມ່ນໄດ້ມີການຄົ້ນພົບວັດຖຸບູຮານສຳຄັນຫຼາຍຢ່າງຢູ່ບໍ່ຄຳ – ທອງເຊໂປນ ໃນບໍລິເວນເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງໃນນັ້ນໃນເດືອນມີນາ ຂອງສົກປີ 2018, ທີມງານນັກບູຮານຄະດີ ກໍໄດ້ຄົ້ນພົບຫຼັກຖານທີ່ເປັນໄມ້ຄ້ຳຫຼຸມບໍ່ແຮ່ – ບູຮານ ຫຼາຍກວ່າ 200 ຂຸມ ທີ່ມີອາຍຸຫຼາຍກວ່າ 3.000 ປີ.

ການຄົ້ນພົບນີ້ໄດ້ເຮັດໃຫ້ເມືອງວິລະບູລີ ໄດ້ກາຍເປັນໜຶ່ງໃນເຂດທີ່ມີການຄົ້ນພົບຮ່ອງຮອຍການຂຸດຄົ້ນບໍ່ແຮ່ ແລະ ການຫຼໍ່ – ຫຼອມໂລຫະ ( ໂລຫະກິດ ) ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນຍຸກກ່ອນປະຫວັດສາດ.