ມີ 13 ບໍລິສັດ ລົງທຶນປູກພືດກະສິກໍາເປັນສິນຄ້າຢູ່ເມືອງພຽງ

222

ເມືອງພຽງ ແຂວງໄຊຍະບູລີ ມີບໍລິສັດ ເອກະຊົນ 13 ບໍລິສັດ ເຂົ້າລົງທຶນປູກພືດກະສິກຳໃນເນື້ອທີ່ 2 ພັນກວ່າເຮັກຕາ ສາມາດສ້າງວຽກເຮັດງານທຳໃຫ້ກັບປະຊາຊົນທີ່ປູກພືດໃນໂຄງການດັ່ງກ່າວມີລາຍຮັບປະມານ 3 ລ້ານກວ່າກີບຕໍ່ເຮັກຕາ.

ທ່ານ ຄໍາພັນ ຄໍາພູບົວ ຮອງເຈົ້າເມືອງພຽງ ໄດ້ເປີດເຜີຍຕໍ່ທີມງານຂ່າວແຂວງໄຊຍະບູລີ ໃນທ້າຍອາທິດຜ່ານມາ ວ່າ: ປັດຈຸບັນເມືອງພຽງ ໄດ້ສຸມໃສ່ຊຸກຍູ້ຂະບວນການຜະລິດກະສິກໍາເປັນສິນຄ້າ ໂດຍການສົ່ງເສີມຮ່ວມມືລົງທຶນກັບເອກະຊົນທັງພາຍໃນ ແລະ ຕ່າງປະເທດໃນຮູບແບບປະຊາຊົນມີສ່ວນຮ່ວມໃນຮູບແບບ 2 + 3 ( ປະຊາຊົນມີທີ່ດິນ, ມີແຮງງານ, ນັກທຸລະກິດມີທຶນ, ເຕັກນິກ – ຝຸ່ນ – ປຸ໋ຍ ແລະ ການຕະຫຼາດ ).

ນອກນີ້, ຍັງຮັບປະກັນໄດ້ທັງ 3 ປະໂຫຍດ ຄື: ຜົນປະໂຫຍດຂອງປະຊາຊົນ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງລັດ ເຊິ່ງສະແດງອອກໃນປັດຈຸບັນມີນັກລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນປູກພືດກະສິກໍາເປັນສິນຄ້າຢູ່ເມືອງພຽງ ມີ 13 ບໍລິສັດ ໃນເນື້ອທີ່ທັງໝົດ 2.248 ເຮັກຕາ. ໃນນີ້, ລົງທຶນປູກກ້ວຍຫອມ ມີ 5 ບໍລິສັດ ເນື້ອທີ່ 1.127 ເຮັກຕາ, ປູກໝາກພຸກ 1 ບໍລິສັດ ເນື້ອທີ່ 227 ເຮັກຕາ, ປູກໝາກໂມ 4 ບໍລິສັດ ເນື້ອທີ່ 352 ເຮັກຕາກວ່າ, ປູກຖົ່ວເຫຼືອງ ມີ 2 ບໍລິສັດ ເນື້ອທີ່ 489 ເຮັກຕາກວ່າ, ປູກເຂົ້ານາແຊງ 1 ບໍລິສັດ ເນື້ອທີ່ 51 ເຮັກຕາກວ່າ.

ຈາກໂຄງການດັ່ງກ່າວໄດ້ເຮັດໃຫ້ແຕ່ລະພາກສ່ວນໄດ້ຮັບຜົນປະໂຫຍດຫຼາຍດ້ານ ເຊັ່ນ: ປະຊາຊົນມີລາຍຮັບຈາກຄ່າເຊົ່າດິນ ສະເລ່ຍ 3,5 ລ້ານກີບຕໍ່ເຮັກຕາ, ຄ່າແຮງງານຂັ້ນຕໍ່າວັນລະ 50 ພັນກີບຕໍ່ວັນຕໍ່ຄົນ ຍັງເຮັດໃຫ້ປະຊາຊົນມີວຽກເຮັດງານທໍາຫຼາຍຂຶ້ນ, ລັດໄດ້ຮັບອາກອນຄ່າເຊົ່າ, ອາກອນຂອດຂົນສົ່ງສິນຄ້າ, ອາກອນແຮງງານ, ຄ່າຊັບພະຍາກອນນໍ້າ ແລະ ພັນທະອາກອນຕ່າງໆຕາມລະບຽບກົດໝາຍ. ຄຽງຄູ່ກັນນີ້, ທາງໂຄງການຍັງໄດ້ປະກອບສ່ວນທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງບ້ານ, ເມືອງ ແລະ ແຂວງ ຕາມເງື່ອນໄຂ ຄວາມອາດສາມາດຕົວຈິງຕື່ມອີກ.

[ ຂ່າວ: ບຸນທີ ]