ງ່າຍໆກັບ 6 ຊ່ອງທາງຊຳລະພາສີທີ່ດິນ ປະຈຳປີ 2020

222

ເພື່ອເຮັດໃຫ້ການເກັບລາຍຮັບພາສີທີ່ດິນປະຈໍາປີ ດ້ວຍການຊໍາລະພາສີທີ່ດິນ ມີຄວາມສະດວກ, ໂປງໃສ່ ທັນຕາມກໍານົດເວລາ ແລະ ເປັນເອກະພາບກັນໃນຂອບເຂດເທດປະເທດ ກະຊວງການເງິນ ອອກແຈ້ງການ ໃຫ້ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ໃຊ້ ຫຼື ນໍາໃຊ້ທີ່ດິນ ຢູ່ ສປປ ລາວ ສາມາດຊຳລະພາສີທີ່ດິນຜ່ານ 6 ຊ່ອງທາງ ຫຼື ຜ່ານຫ້ອງການ ການເງິນບ້ານ ບ່ອນທີ່ດິນຕັ້ງຢູ່ ໃຫ້ທັນກຳນົດເວລາ.

ອີງຕາມ ແຈ້ງການ ກະຊວງການເງິນ ສະບັບເລກທີ 0838/ກງ ລົງວັນທີ 23 ມີນາ 2020 ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ໃຊ້ ຫຼື ນໍາໃຊ້ທີ່ດິນ ຢູ່ ສປປ ລາວ ໃຫ້ດຳເນີນການເສຍພາສີທີ່ດິນ ປະຈໍາປີ 2020 ຕາມບັນດາຊ່ອງທາງດ້ານລຸ່ມນີ້ :

ພາບປະກອບຂ່າວ

1 ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ໃຊ້ ຫຼື ນໍາໃຊ້ທີ່ດິນ ຢູ່ ສປປ ລາວ ສາມາດຊໍາລະພາສິທີ່ດິນຜ່ານລະບົບທະນາຄານ ດ້ວຍຕົນເອງ ຜ່ານ 6 ທາງເລືອກຄື: ຊໍາລະຜ່ານລະບົບເຄົ້າເຕີ ທະນາຄານ (Counter); ຊໍາລະຜ່ານທາງ ອອນລາຍ (ຊໍາລະຜ່ານ BCEL One ຫລື BCEL i-bank ແລະ ຊ່ອງ ທາງອອນລາຍ ທະນາຄານຕົວແທນ); ຊໍາລະຜ່ານຕູ້ເອທີເອັມ (ATM); ຊໍາລະຜ່ານຕູ້ອັດຕະໂນມັດ (Kiosk), ຊໍາລະຜ່ານຈຸດໃຫ້ບໍລິການ ທີ່ໄດ້ຮັບອະນຸຍາດ (BCOME) ແລະ ຊໍາລະຜ່ານທະນາຄານຕົວແທນ.

ກໍລະນີ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຜູ້ໃຊ້ ຫຼື ນໍາໃຊ້ທີ່ດິນ ຢູ່ ສປປ ລາວ ທີ່ບໍ່ມີເງື່ອນໄຂໃນການຊໍາລະໃນກໍລະນີຂ້າງເທິງ ຫຼື ບໍ່ມີໜ່ວຍງານບໍລິການທະນາຄານ ແລະ ຕົວແທນຮັບຊໍາລະ ສາມາດຊໍາລະຜ່ານຫ້ອງການ ການເງິນບ້ານ ບ່ອນທີ່ດິນຕັ້ງຢູ່ ສ່ວນເອກະສານປະກອບ ໃຫ້ປະຕິບັດຕາມຂໍ້ທີ 2 ຂອງແຈ້ງການສະບັບນີ້.

ພາບປະກອບຂ່າວ

2 ການຊໍາລະພາສີທີ່ດິນປະຈໍາປີ ຕ້ອງໄດ້ສະແດງເອກະສານ ດັ່ງນີ້: ໃບຕາດິນ ແລະ ໃບເກັບເງິນພາສີທີ່ດິນຂອງປີຫຼ້າສຸດ ຫຼື ໃບຢັ້ງຢືນສິດນໍາໃຊ້ທີ່ດິນ ແລະ ໃບເກັບເງິນພາສີທີ່ດິນຂອງປີຫຼ້າສຸດ ຫຼື ໃບຕິດຕາມເສຍພາສີທີ່ດິນ (ກໍລະນີບໍ່ມີໃບຕາດິນ ຫຼື ໃບຢັ້ງຢືນສິດນໍາໃຊ້); ເອກະສານຢັ້ງຢືນທີ່ຂະ ແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ພາກສ່ວນອື່ນທີ່ມີສິດອະນຸຍາດອອກໃຫ້ ແລະ ໃບເກັບເງິນພາສີທີ່ດິນຂອງປີຫຼ້າສຸດ.

3 ກໍລະນີ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ໃຊ້ ຫຼື ນໍາໃຊ້ທີ່ດິນ ຫາກລະເມີດກ່ຽວກັບພາສີທີ່ດິນ ຈະຖືກປະຕິບັດມາດຕະການ ຕາມຄໍາແນະນໍາເພິ່ມເຕີມ ກ່ຽວກັບການຈັດຕັ້ງປະຕິບັດການເກັບພາສີທີ່ດິນຜ່ານລະບົບທະນາຄານ ສະບັບເລກທີ 3909/ກງ, ລົງວັນທີ 04 ທັນວາ 2018 ຢ່າງເຂັ້ມງວດ ເຊັ່ນ:

ຜູ້ທີ່ມາແຈ້ງເສຍພາສີທີ່ດິນຊັກຊ້າເກີນເວລາ ຈະຖືກປັບໃໝ 10% ຂອງຈໍານວນເງິນທີ່ຕ້ອງເສຍພາສີທີ່ດິນໃນປີ; ຜູ້ທີ່ແຈ້ງເສຍພາສີທີ່ດິນບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນຕາມເນື້ອທີ່ດິນທີ່ຕົນໄດ້ຮັບສິດໃຊ້ ແລະ ສິດນໍາໃຊ້ແລ້ວ ຈະຖືກປັບໃໝ 30% ຂອງຈໍານວນເງິນທີ່ຕ້ອງເສຍພາສີທີ່ດິນໃນປີ; ຜູ້ທີ່ບໍ່ຍອມແຈ້ງເນື້ອທີ່ດິນ ທີ່ຕົນໄດ້ຮັບສິດໃຊ້ ແລະ ສິດນໍາໃຊ້ ຈະຖຶກປັບໃໝຕາມກໍລະນີ ດັ່ງນີ້:

ປີທີ 1: ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນ ພ້ອມຄ່າປັບໃໝ 100% ຂອງຈໍານວນເງິນຕ້ອງເສຍ. ປີທີ 2: ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນ ພ້ອມຄ່າປັບໃໝ 150% ຂອງຈໍານວນເງິນຕ້ອງເສຍ. ປີທີ 3: ໃຫ້ເສຍພາສີທີ່ດິນຄືນໃຫ້ຄົບຖ້ວນ ພ້ອມຄ່າປັບໃໝ 200% ຂອງຈໍານວນເງິນຕ້ອງເສຍເປັນຕົ້ນ. ດັ່ງນັ້ນ, ຈິ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ພາບປະກອບຂ່າວ