ອຸຕຸເຕືອນ! 23-29 ມີນາ ພາກກາງ-ພາກໃຕ້ ກຽມຮັບມືກັບຝົນຕົກ ພ້ອມມີລົມພັດແຮງ

175

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 23 ຫາ 29 ມີນາ 2020 ວ່າ: ໃນໄລຍະວັນທີ 23 ຫາ 25 ມີນາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງຈະປົກຄຸ້ມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ພາບປະກອບຂ່າວ

ຈາກນັ້ນ, ວັນທີ 23 ຫາ 29 ມີນາ 2020 ຄວາມກົດດັນຂອງອາກາດ ຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກ ຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ພາບປະກອບຂ່າວ

ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້: ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ, ວັນທີ 26-28 ມີນາ ອາກາດຈະຮ້ອນຂຶ້ນ. ອຸນຫະພູມຕ່ໍາສຸດ 16 – 18 ອົງສາ ແລະ ສູງສຸດ 29 – 31 ອົງສາ.

ພາບປະກອບຂ່າວ

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດຈະຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ບໍ່ແກ້ວ, ອຸດົມໄຊ ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນ, ວັນທີ 26 ຫາ 28 ມິນາ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ. ອຸນຫະພູມຕ່ໍາສູດ 20 – 22 ອົງສາ ແລະ ສູງສູດ 36 ຫາ 33 ອົງສາ.

ພາກກາງ: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດຍັງຈະຮ້ອນຫາຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ໃນຕອນກາງເວັນ ແລະ ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 22 ຫາ 24 ອົງສາ ແລະ ສູງສຸດ 36 – 38 ອົງສາ.

ສະເພາະແຂວງ ໄຊສົມບຸນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດໜາວເຢັນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ຈາກນັ້ນ, ວັນທີ 26 ຫາ 29 ມີນາ ຄວາມກົດດັນອາກາດຕໍ່າຈະມີກໍາລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ. ອຸນຫະພູມຕ່ໍາສຸດ 15 – 17 ອົງສາ ແລະ ສູງ ສຸດ 27 – 29 ອົງສາ.

ພາກໃຕ້: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດຍັງຈະຮ້ອນຫາຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ໃນຕອນກາງເວັນ. ຈາກນັ້ນ, ວັນທີ 25 ຫາ 28 ມີນາ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື, ອຸນຫະພູມຕ່ໍາສຸດ 23 – 25 ອົງສາ ແລະ ສູງສຸດ 36 – 38 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດຍັງຈະເຢັນຫາໜາວເຢັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 14 – 12 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ສຳລັບນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 23 ຫາ 29 ມີນາ ອາກາດຍັງຈະຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ເປັນບາງໂອກາດພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 22 – 24 ອົງສາ ແລະ ສູງສຸດ 26 – 38 ອົງສາ.