ແຈ້ງດ່ວນ ຢຸດໃຫ້ບໍລິການລົດເມ ສາຍ ໄອເຕັກ-ຕະຫຼາດເຊົ້າ-ສະຫນາມບິນ ຊົ່ວຄາວ

192

ສໍາລັບໃຜທີ່ໃຊ້ບໍລິການລົດເມ ໂດຍສະເພາະສາຍ ໄອເຕັກ-ຕະຫຼາດເຊົ້າ-ສະຫນາມບິນ ຮູ້ໄວ້ວ່ານັບແຕ່ວັນທີ 24 ມີນາ 2020 ທາງຄິວລົດເມດັ່ງກ່າວຈະໄດ້ປິດໃຊ້ບໍລິການຊົ່ວຄາວ.

ໂດຍອີງຕາມ ການແຈ້ງເຕືອນຂອງກະຊວງສາທາລະນະສຸກ ເພື່ອຫຼີກລ້ຽງ ແລະ ປ້ອງກັນການລະບາດຂອງພະຍາດປອດອັກເສບ ໂຄວິດ – 19 ລະບາດ,

ທາງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 517/city2 ລົງວັນທີ 23 ມີນາ 2020

ແຈ້ງມາຍັງຜູ້ໂດຍສານຮັບຊາບວ່າ ນັບຕັ້ງແຕ່ ວັນທີ 24 ມີນາ 2020 ຈະໄດ້ຢຸດການໃຫ້ບໍລິການລົດເມ ສາຍ ໄອເຕັກ-ຕະຫຼາດເຊົ້າ-ສະຫນາມບິນ ຊົ່ວຄາວ ຈົນກວ່າສະພາບການຈະເຂົ້າສູ່ສະພາບການປົກກະຕິຈິ່ງກັບມາບໍລິການຄືນ.