ແຮງງານທີ່ກັບຈາກຈາກຕ່າງປະເທດເຂົ້າດ່ານວຽງຈັນ-ໜອງຄາຍເຊົ້າດຽວ 500 ກວ່າຄົນ

157

ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ໄດ້ແຜ່ລາມໄປຫຼາຍປະເທດທົ່ວໂລກ ແລະ ສົ່ງຜົນກະທົບຕໍ່ທຸລະກິດ-ການຜະລິດຫຼາຍແຫ່ງໄດ້ໂຈະ ຫຼື ຢຸດການຈ້າງງານເປັນການຊົ່ວຄາວ, ຂະນະທີ່ແຮງງານຈຳນວນໜຶ່ງກໍ່ມີຄວາມເປັນຫ່ວງຕໍ່ສຸຂະພາບ ແລະ ໄດ້ສວຍໂອກາດນີ້ກັບບ້ານເກີດມາຢູ່ກັບຄອບຄົວ ຈິ່ງພາກັນເດີນທາງຂ້າມແດນກັບບ້ານຖືເປັນຈຳນວນຫຼາຍທີ່ສຸດ.

ຕາມລາຍງານບໍ່ເປັນທາງການຢູ່ຕາມບັນດາດ່ານສາກົນແມ່ນມີຄົນລາວທີ່ໄປເຮັດວຽກ ແລະ ອາໄສຢູ່ປະເທດເພື່ອນບ້ານກັບມາລາວຫຼາຍພໍສົມຄວນ ແລະ ມາອັ່ງອໍຢູ່ດ່ານກວດຄົນເຂົ້າເມືອງ ເນື່ອງຈາກເປັນຊ່ວງການລະບາດຂອງພະຍາດໂຄວິດທີ່ທຸກຄົນກັງວົນ ແລະ ຕ້ອງໃຊ້ເວລາໃນການຄັດກອງກວດສອບຢ່າງດີທີ່ສຸດ ຕາມຂໍ້ມູນຫຼ້າສຸດໃນເຊົ້າດຽວຂອງມື້ນີ້ມີຄົນລາວມາຜ່ານດ່ານຂົວວຽງຈັນ-ໜອງຄາຍເຖິງ 500 ກວ່າຄົນ.

ອີງຕາມ ໜັງສືລາຍງານຂອງດ່ານ ຕມ ສາກົນຂົວມິດຕະພາບ-ລາວໄທ 1 ພະແນກຕຳຫຼວດກວດຄົນເຂົ້າ-ອອກ ເມືອງ ຫ້ອງສັນຕິພາບ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ຈຳນວນແຮງງານເຂົ້າມາລາວ ໃນຊ່ວງເຊົ້າຂອງວັນທີ 23 ມີນາ 2020 ມີຈຳນວນທັງໝົດ 521 ຄົນ ກັບເຂົ້າສູ່ບັນດາແຂວງ ແລະ ເມືອງ ຕ່າງໆໃນ ສປປ ລາວ ດັ່ງນີ້:

ຄົນນະຄອນຫຼວງວຽງຈັນ ຈຳນວນ 224 ຄົນ, ແຂວງວຽງຈັນ ມີ 161 ຄົນ, ນັກບວດ 2 ຄົນ, ແຂວງບໍລິລິຄຳໄຊມີຈຳນວນ 17 ຄົນ, ສະຫວັນນະເຂດ ມີຈຳນວນ 8 ຄົນ (ໄປເມືອງເຟືອງ 1 ຄົນ), ແຂວງຄຳມ່ວນ ຈຳນວນ 17 ຄົນ, ອຸດົມໄຊ ຈຳນວນ 13 ຄົນ, ຫຼວງພະບາງ ຈຳນວນ 39 ຄົນ, ສາລະວັນ ຈຳນວນ 11 ຄົນ, ຈາກຈຳປາສັກ ຈຳນວນ 8 ຄົນ, ບໍ່ແກ້ວ ຈຳນວນ 1 ຄົນ ແລະແຂວງໄຊສົມບູນ ຈຳນວນ 4 ຄົນ.

ໃນຈຳນວນນີ້ຍັງບໍ່ທັນລວມເອົາຕອນບ່າຍຂອງວັນທີ 23 ນຳ, ນອກຈາກນີ້ແຮງງານລາວທີ່ກັບປະເທດຜ່ານດ່ານສາກົນອື່ນໆອີກຈຳນວນຫຼາຍ, ຫ້ອງຂ່າວເສດຖະກິດ-ການຄ້າຈະນຳສະເໜີທ່ານຜູ້ອ່ານເປັນແຕ່ລະໄລຍະ.