ໄອເດຍດີ! ວິທະຍາໄລ ລາວ-ທ໊ອບ ທົດລອງສອນອອນລາຍຊໍ້າບົດຮຽນທີ່ຄ້າງຢູ່ ໄລຍະປິດວິທະຍາໄລ

131

ສືບເນື່ອງມາຈາກເຊື້ອຈຸລິນຊີສາຍພັນໃໝ່ ( ໂຄວິດ-19 ) ໄດ້ແຜ່ລະບາດໄປທົ່ວໂລກ ເຮັດໃຫ້ສົ່ງຜົນກະທົບໜັກ ໂດຍສະເພາະການສຶກສາໃນ ສປປ ລາວ ໄດ້ມີແຈ້ງການໂຈະການແຂ່ງຂັນໄປຈົນເຖິງທ້າຍເດືອນເມສາ 2020.

ຢ່າງໃດກໍຕາມ, ວິທະຍາໄລ ລາວ-ທ໊ອບ ກໍເປັນອີກວິທະຍາໄລໜຶ່ງທີ່ແຈ້ງປິດວິທະຍາໄລຊົ່ວຄາວຕາມແຈ້ງການ, ແຕ່ເນື່ອງຈາກທາງວິທະຍາໄລດັ່ງກ່າວ ຢາກໃຫ້ຄູອາຈານ ແລະ ນັກຮຽນ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຊໍ້າບົດຮຽນເກົ່າທີ່ຄ້າງຢູ່ ຈິ່ງໄດ້ເປີດທົດລອງສອນຜ່ານລະບົບອອນລາຍ ( ໄລທ໌ສົດ ) ພາຍໃນໄລຍະເວລາ 2 ອາທິດ.

ທ່ານ ປອ ພັນທະວິໄລ ນວນຮຸ່ນ ຮອງອໍານວຍການຂອງ ວິທະຍາໄລ ລາວ-ທ໊ອບ ໃຫ້ສໍາພາດວ່າ: ດັ່ງທີ່ຮູ້ລັດຖະບານລາວ ໄດ້ສັ່ງໂຈະການຮຽນ-ການສອນຊົ່ວຄາວ ເນື່ອງຈາກການລະບາດຂອງ ໂຄວິດ-19. ທັງນັ້ນ ຖ້າວິທະຍາໄລຂອງພວກເຮົາສົ່ງໂຈະເລີຍ ກໍຈະສົ່ງຜົນກະທົບຫຼາຍຢ່າງ. ດັ່ງນັ້ນ ຈິ່ງຄິດແບບຟອມການຮຽນ-ການສອນແບບອອນລາຍ ເພື່ອໃຫ້ນັກຮຽນສາມາດຮຽນຢູ່ເຮືອນ ໃນໄລຍະທີ່ປິດໂຮງຮຽນຊົ່ວຄາວ ເພື່ອຊໍ້າບົດຮຽນເກົ່າທີ່ຍັງຄ້າງຢູ່ ໂດຍເລີ່ມສອນແບບອອນລາຍນັບຕັ້ງແຕ່ວັນທີ 23 ມີນາ 2020 ຈົນເຖິງ ຮອດວັນທີ 9 ເດືອນເມສາ 2020 ເພາະຕາມກໍານົດແມ່ນພວກເຮົາຈະປິດເທີມໃນວັນທີ 9 ເມສາ 2020.

ທ່ານ ປອ ພັນທະວິໄລ ນວນຮຸ່ນ ກ່າວອີກວ່າ: ຢ່າງໃດກໍຕາມ ການສອນອອນລາຍ ກໍເປັນໂອກາດດີທີ່ພວກເຮົາຈະໄດ້ການສອນແບບໃໝ່ ແລະ ໃຫ້ຄູອາການໄດ້ອັບເກຼດໃນການແຕ່ງບົດສອນ ແລະ ວິທີສອນແບບໃໝ່. ຂະນະທີ່ ນັກຮຽນຈະໄດ້ທົດທອງສິ່ງໃໝ່ໆ, ສ່ວນວິທະຍາໄລຂອງພວກເຮົາ ຈະໄດ້ທົດລອງການສອນແບບດັ່ງກ່າວ ເພື່ອນໍາໄປໃຊ້ໃນອະນາຄົດ.