ຜົນກະທົບຈາກໂຄວິດແຮງເກືອບ25ລ້ານຄົນຈະວ່າງວຽກ

98

ປະຊາກອນໂລກເກືອບ25ລ້ານຄົນທົ່ວໂລກຈະວ່າງວຽກເນື່ອງຈາກການລະບາດຂອງໂຄວິດ-19ຂະນະທີ່ສະຖານະການໃນອຸດສາຫະກໍາຕ່າງໆທົ່ວໂລກພາກັນປິດທຸລະກິດສາເຫດເພາະລາຍໄດ້ຕົກ.

ອົງການແຮງງານສາກົນຫຼືໄອແອວໂອລາຍງານວ່າ:ປະຊາກອນໂລກຈະວ່າງວຽກປະມານ5,3-24,7ລ້ານຄົນເນື່ອງຈາກວິກິດເສດຖະກິດ ແລະ ແຮງງານທີ່ເກີດຈາກໂຄວິດ-19ລະບາດເຊິ່ງສູງກວ່າໃນໄລຍະວິກິດການການເງິນໂລກໄລຍະປີ2008-2009ທີ່ເຮັດໃຫ້ມີຄົນວ່າງວຽກ22ລ້ານຄົນ.

ໄອແອວໂອຄາດຄະເນວ່າ:ການເຮັດວຽກຈະຕໍ່າກວ່າລະດັບຈະເພີ່ມຂຶ້ນຫຼາຍເນື່ອງຈາກຜົນກະທົບທາງເສດຖະກິດຈາກໂຄວິດ-19ເຮັດໃຫ້ຊົ່ວໂມງເຮັດວຽກ ແລະ ຄ່າຈ້າງຫຼຸດລົງ,ແຮງງານໃນປະເທດກໍາລັງພັດທະນາເຊິ່ງມັກຊ່ວຍບັນເທົາຜົນກະທົບຈາກການປ່ຽນແປງອາດບໍ່ສາມາດເຮັດໄດ້ເຊັ່ນນັ້ນໃນເວລານີ້ເພາະຂໍ້ຈໍາກັດໃນການເຄື່ອນໄຫວຂອງປະຊາຊົນ ແລະ ສິນຄ້າ.

ໃນລາຍງານໃຫ້ຮູ້ວ່າ:ການຈ້າງວຽກທີ່ຫຼຸດລົງຈະເຮັດໃຫ້ແຮງງານສູນເສຍລາຍໄດ້ຈໍານວນຫຼາຍປະມານ8,6ຮ້ອຍຕື້ໂດລາເຖິງ3,4ພັນຕື້ໂດລາພາຍໃນປີ2020.