ເຕືອນ!ຢ່າກັກຕຸນອາຫານຈົນເກີດວິກິດ

78

ເອຟເອໂອເຕືອນມາດຕະຖານປິດເມືອງ ແລະ ຄວາມແຕກຕື່ນຂອງປະຊາຊົນໃນການຊື້ ແລະ ກັກຕຸນສິນຄ້າອາດຈະເຮັດໃຫ້ລາຄາອາຫານໂລກແພງຈົນເກີດວິກິດ.

ເຈົ້າໜ້າທີ່ອົງການອາຫານ ແລະ ກະສິກໍາແຫ່ງສະຫະປະຊາຊາດຫຼືເອຟເອໂອເຕືອນວ່າ:ມາດຕະການປິດເມືອງ ແລະ ຄວາມແຕກຕື່ນຂອງປະຊາຊົນໃນການຊື້ ແລະ ກັກຕຸນສິນຄ້າຈາກສະຖານການລະບາດຂອງໂຄວິດ-19.

ໂດຍການກະທໍາດັ່ງກ່າວແຫ່ງຈະເຮັດໃຫ້ລາຄາອາຫານໂລກເພີ່ມສູງຂຶ້ນໃນລະດັບວິກິດ,ທັງທີ່ອຸປະທານຂອງເຂົ້າສານ,ພືດຜັກ ແລະ ນໍ້າມັນພືດໃນປະເທດສົ່ງອອກຫຼັກຢູ່ໃນລະດັບພຽງພໍກໍຕາມ.

ຄໍາເຕືອນນີ້ເກີດຂຶ້ນພາຍຫຼັງປະຊາຊົນໃນຫຼາຍປະເທດທົ່ວໂລກຕ່າງພາກັນກັກຕຸນອາຫານ ແລະ ສິນຄ້າ,ຕັ້ງແຕ່ເຂົ້າສານ,ອາຫານແຫ້ງຕະຫຼອດຮອດເຈ້ຍອະນາໄມເຮັດໃຫ້ລາຄາພື້ນຖານຂອງເຂົ້າສານໃນຕະຫຼາດຂື້ຂາຍລ່ວງໜ້າເພີ່ມຂຶ້ນກວ່າ6%ໃນເດືອນທີ່ຜ່ານມາ.