ນຳໃຊ້ແພດໝໍ ແລະ ນັກສຶກສາການແພດ ນັບໝື່ນຄົນຮອງຮັບແຮງງານລາວ ທີ່ກັບຈາກຕ່າງປະເທດ

186

ເພື່ອຮອງຮັບການກວດ ແລະ ຄັດກອງ ແຮງງານລາວທີ່ກັບຈາກຕ່າງປະເທດ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ຫຼາຍປະເທດໃນໂລກ ທີ່ມີທ່າອ່ຽງເພີ່ມຂຶ້ນ ໃນນັ້ນປະເທດໄທກໍ່ແມ່ນໜຶ່ງໃນປະເທດທີ່ມີການລະບາດເພີ່ມຂຶ້ນຕໍ່, ຍ້ອນແນວນັ້ນ ທາງການຈຶ່ງໄດ້ໃຊ້ຫຼາຍມາດຕະການເພື່ອຄວບຄຸມການແຜ່ລະບາດຂອງພະຍາດທີ່ຮ້າຍແຮງນີ້ ແລະ ສົ່ງຜົນກະທົບເຖິງແຮງງານຂອງລາວເຮົາທີ່ໄປເຮັດວຽກຢູ່ໄທ ຈຳນວນຫຼາຍໄດ້ພາກັນແຫ່ກັບຄືນສູ່ບ້ານເກີດເມືອງນອນຂອງຕົນ.

ທາງກະຊວງສາທາລະນະສຸກນໍາໃຊ້ພະນັກງານແພດໝໍ ແລະ ນັກສຶກສາການແພດນັບໝື່ນຄົນຮອງຮັບແຮງງານລາວທີ່ກັບຈາກຕ່າງປະເທດ ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ຫຼາຍປະເທດໃນໂລກ ທີ່ມີທ່າອ່ຽງເພີ່ມຂຶ້ນນັບມື້, ໃນຊ່ວງເວລາທີ່ຫຼາຍຄົນມີຄວາມເປັນຫ່ວງຕໍ່ສຸຂະພາບ ແລະຊີວິດ ແຮງງານລາວຢູ່ຕ່າງປະເທດແມ່ນພາກັນຫຼັງ່ງໄຫຼກັບບ້ານ ໂດຍສະເພາະຢູ່ປະເທດໄທໃນສອງວັນມານີ້ແຮງງານລາວນັບພັນຄົນມາກອງກັນຢູ່ດ່ານຂົວມິດຕະພາບ ທັງດ່ານໜອງຄາຍ, ຊ່ອງເມກ ແລະສະຫວັນນະເຂດ.

ທ່ານລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນຕອນແລງ ວັນທີ 22 ມິນານີ້ວ່າ: ກະຊວງສາທາລະນະສຸກ ໄດ້ມີແຈ້ງການດ່ວນເຖິງພະນັກງານທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບມືກັບແຮງງານລາວ ທີ່ໄປເຮັດວຽກຢູ່ໄທ ທີ່ກໍາລັງເດີນທາງກັບບ້ານເກີດເມືອງນອນ ໃນຂະນະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍໃຫ້ໃຊ້ມາດຕະການຄັດກອງ ກັບທຸກໆຄົນ ນັບທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວ ແມ່ນຕ້ອງຖືກຈໍາກັດສະຖານທີ່ພັກເຊົາ ເປັນເວລາ 14 ວັນ, ໂດຍກະຊວງສາທາລະນະສຸກ ໄດ້ຈັດສົ່ງພະນັກງານແພດ ແລະ ນັກສຶກສາພະຍາບານ ຫຼາຍໝື່ນຄົນອອກໄປສົມທົບກັບເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄປປະຈໍາຢູ່ດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ເພາະມີແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັບແສນຄົນ ກໍາລັງເດີນທາງກັບຄືນບ້ານເກີດເມືອງນອນຂອງຕົນ.

ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວອີກວ່າ: ຍ້ອນປະເທດໄທໄດ້ປິດດ່ານຊາຍແດນ ຈາກວິກິດການພະຍາດໂຄວິດ-19, ກະຊວງສາທາລະນະສຸກ ຈຶ່ງຮຽກຮ້ອງເຖິງປະຊາຊົນ ແລະ ເຈົ້າໜ້າທີ່ ທີ່ປະຈໍາຢູ່ບັນດາດ່ານເຂົ້າ-ອອກປະເທດ ຈົ່ງເອົາໃຈໃສ່ກວດຂັນທຸກຄົນທີ່ເຂົ້າອອກດ່ານຢ່າງເຄັ່ງຄັດ ໂດຍປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ ພ້ອມທັງຈັດສະຖານທີ່ກັກກັນໃຫ້ເຂົາເຈົ້າຢ່າງເໝາະສົມເປັນເວລາ 14 ວັນ, ເຖິງວ່າຈະບໍ່ມີອາການສະແດງອອກ ຫຼື ບໍ່ກໍ່ຕາມ.

ທ່ານລັດຕະນະໄຊ ເພັດສຸວັນ ຍັງຮຽກຮ້ອງມາຍັງທົ່ວສັງຄົມບໍ່ໃຫ້ແຕກຕື່ນຢ້ານກົວຈົນເກີນໄປ ເພາະບາງຄົນໄປຊື້ອາຫານ ແລະ ເຄື່ອງໃຊ້ມາກັກຕຸນໄວ້ ເພາະວ່າລັດຖະບານໄດ້ມີມາດຕະການ ໃນການສະໜອງອາຫານ ແລະ ເຄື່ອງໃຊ້ປະຈໍາວັນ ຕະຫລອດເຖິງນໍ້າມັນເຊື້ອໄຟ ໃຫ້ມີຮັບໃຊ້ສັງຄົມຢ່າງພຽງພໍ.

ພາບຈາກ: ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ