ໜັກໜ່ວງ! ຫຼວງນໍ້າທາປະສົບໄພແລ້ງ ປະຊາຊົນຂາດແຄນນໍ້າດື່ມ-ນໍ້າໃຊ້

286

ນັບແຕ່ປີຜ່ານມາ ສປປ ລາວ ໄດ້ຜະເຊີນກັບໄພແຫ້ງແລ້ງຄຸມຄາມ ເນື່ອງຈາກມີຝົນຕົກນ້ອຍ ສົ່ງຜົນໃຫ້ແມ່ນໍ້າຫຼາຍສາຍບົກແຫ້ງ ບໍ່ສາມາດເອື້ອອຳນວຍແກ່ການຜະລິດກະສິກຳຂອງຊາວກະສິກອນໄດ້ຢ່າງພຽງພໍ ປັດຈຸບັນ ປະຊາຊົນຊາວແຂວງ ຫຼວງນໍ້າທາ ກຳລັງປະສົບກັບໄພແຫ້ງແລ້ງ ເນື່ອງຈາກແມ່ນໍ້າຫຼາຍສາຍທີ່ເຄີຍຫຼໍ່ລ້ຽງຊາວແຂວງຫຼວງນໍ້າທາໃນເມື່ອກ່ອນ ນັບມື້ນັບບົກແຫ້ງລົງ ແລະ ບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການ ເຮັດໃຫ້ປະຊາຊົນຢູ່ຫຼາຍບ້ານ ທີ່ຕິດກັບສາຍນໍ້າພາຍໃນເມືອງຫຼວງນໍ້າທາ ຂາດແຄນນໍ້າດື່ມ-ນໍ້າໃຊ້.

ພາບປະກອບຂ່າວ

ຈາກສະພາບການດັ່ງກ່າວ ທ່ານ ສີຕັນ ເພນຈັນທາ ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພ້ອມດ້ວຍພະນັກງານວິຊາການ ໄດ້ລົງເກັບກໍາຂໍ້ມູນສະພາບໄພແລ້ງຢູ່ບັນດາບ້ານ ທີ່ຕິດກັບສາຍນໍ້າພາຍໃນເມືອງຫຼວງນໍ້າທາ ແຂວງ ຫຼວງນໍ້າທາ ເພື່ອສະຫຼຸບສັງລວມລາຍງານໃຫ້ຂັ້ນເທິງ. ເຊິ່ງການລົງເກັບກໍາແມ່ນໄດ້ເລີ່ມມາແຕ່ວັນທີ 21 ມີນາ 2020 ໂດຍໄດ້ລົງເຂດບ້ານ, ສາຍນໍ້າ ແລະ ສາຂາຂອງສາຍນໍ້າ ພາຍໃນເມືອງຫຼວງນໍ້າທາຄື:

ພາບປະກອບຂ່າວ

ເຂດນໍ້າທຸງ, ບ້ານບໍ່ເຕ່ນ, ນໍ້າແກນ້ອຍ, ນໍ້າແກໃຫ່ຍ, ຫ້ວຍນໍ້າຂຸ່ນ; ສາຍນໍ້າກົ່ງ, ນໍ້າລ້າ, ນໍ້າເຫຼືອງ, ນໍ້າມັດເກົ່າ, ນໍ້າຈ່ຽນ; ສາຍນໍ້າແງ້ນ, ນໍ້າຢ໋າງ, ນໍ້າມັດໃໝ່, ນໍ້າຈ່ຽນຕອນເທິງ, ນໍ້າຮອຍ; ສາຍນໍ້າຕະລານ, ນໍ້າຂອນ, ນໍ້າແຊ ແລະ 5 ສາຍນໍ້າຫ້າ, ນໍ້າລື ໂດຍກໍາເກັບສະພາບສາຍນໍ້າບົກແຫ້ງ, ການຂາດແຄນນໍ້າກິນ-ນໍ້າໃຊ້ຂອງປະຊາຊົນ, ພ້ອມທັງຊອກຫາສາເຫດຂອງການເກີດໄພແລ້ງ ແລະ ວິທີແກ້ໄຂຊ່ວຍເຫຼືອປະຊາຊົນ ຕາມການສະເໜີຂອງບ້ານ ເຊິ່ງຄາດວ່າການເກັບກໍາຂໍ້ມູນຈະໃຫ້ສໍາເລັດພາຍໃນເດືອນ ມີນາ 2020 ນີ້.

ພາບປະກອບຂ່າວ

ຜ່ານການລົງເກັບຂໍ້ມູນຂອງບັນດາບ້ານຈໍານວນໜຶ່ງ ພົບວ່າແມ່ນໍ້າສາຍຕ່າງໆບົກແຫ້ງຫຼາຍ, ບາງສາຍນໍ້າແຫ້ງຂອດບໍ່ມີນໍ້າໄຫຼ, ປະຊາຊົນຂາດນໍ້າດື່ມ-ນໍ້າໃຊ້ ລະບົບນໍ້າລິນບໍ່ພຽງພໍ ຍ້ອນນໍ້າຍອດຫ້ວຍບົກແຫ້ງ, ສາເຫດອາດແມ່ນເນື່ອງມາຈາກ ການການຕັດໄມ້ທໍາລາຍປ່າເທິງຍອດນໍ້າ, ໄພໄໝ້ລາມປ່າ, ການຖາງປ່າປູກເຂົ້າເນີນສູງ, ການຫັນປ່ຽນຂອງດິນປ່າໄມ້ທໍາມະຊາດມາເປັນດິນກະສິກໍາປູກຝັງ-ລ້ຽງສັດ. ນອກນັ້ນ, ແມ່ນໍ້າບາງສາຍເປິເປື້ອນຍ້ອນການຖີ້ມຂີ້ເຫຍື້ອຊະຊາຍໃສ່ແມ່ນໍ້າ, ບາງພື້ນທີ່ການສ້າງຄູກັນເຈື່ອນການຖົມດິນຕັນສາຍນໍ້າ ແລະ ມີການດັດແລວສາຍນໍ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.

ພາບປະກອບຂ່າວ

ພາຍຫຼັງທີ່ໄດ້ເກັບກໍາຂໍ້ມູນສະພາບໄພແຫ້ງແລ້ງຢູ່ພາຍໃນແຕ່ລະບ້ານ ແລ້ວທາງທິມງານຈະໄດ້ສະເໜີໄປຍັງຂັ້ນເທິງເພື່ອໃຫ້ການຊ່ວຍເຫຼືອ ແລະ ແກ້ໄຂໂດຍໄວ.

ທີ່ມາ: ຂ່າວສານຫຼວງນໍ້າທາ