ໂດນັລ ທຣຳ ສັ່ງສ້າງໂຮງໝໍພາກສະໜາມ ຢູ່ຈຸດວິກິດໂຄວິດ-19

53

ປະທານາທິບໍດີໂດນັລ ທຣຳ ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງກໍ່ສ້າງໂຮງໝໍຊົ່ວຄາວ ໃນຂົງເຂດທີ່ກຳລັງປະສົບກັບວິກິດທີ່ສຸດຂອງການແຜ່ລະບາດໂຄວິດ-19 ໃນສະຫະລັດ ລວມທັງລັດນິວຢອກ ແລະ ລັດແຄລິຟໍເນຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມືອວັນຈັນ ທີ 23 ມີນາ ວ່າ ປະທານາທິບໍດີໂດນັລ ທຣຳ ກ່າວເມື່ອວັນອາທິດ ວ່າ ຕົນມີຄຳສັ່ງໂດຍກົງໃຫ້ໜ່ວຍງານຄຸ້ມຄອງສະຖານະການສຸກເສີນ (FEMA: Federal Emergency Management Agency) ເລັ່ງກໍ່ສ້າງໂຮງໝໍພາກສະໜາມໃນ “ພື້ນທີ່ສີແດງ” ຂອງສະຫະລັດ ອາເມຣິກາ ເຊິ່ງສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສານພັນໃໝ່ ຫຼື ໂຄວິດ-19 ທີ່ມີຄວາມຮ້າຍແຮງທີ່ສຸດ ຄືນະຄອນຫຼວງວໍຊິງຕັນ, ລັດແຄລິຟໍເນຍ ແລະ ລັດນິວຢອກ.

ທັງນີ້ ລັດແຄລິຟໍເນຍ ຈະມີໂຮງໝໍພາກສະໜາມ ຢ່າງໜ້ອຍ 8 ແຫ່ງ ຮອງຮັບຜູ້ປ່ວຍໄດ້ 2.000 ຄົນ ສ່ວນລັດນິວຢອກ ຈະມີໂຮງໝໍພາກສະໜາມ ຢ່າງໜ້ອຍ 2 ແຫ່ງ ຮອບຮັບຜູ້ປ່ວຍໄດ້ 1.000 ຄົນ ເຊັ່ນດຽວກັບນະຄອນຫຼວງວໍຊິງຕັນ. ນອກຈາກນີ້, FEMA ເລັ່ງແຈກຈ່າຍຢາປິ່ນປົວພະຍາດ ແລະ ເຄື່ອງມືທາງການແພດ ລວມທັງຊຸດກວດໄປພື້ນທີ່ວິກິດທຸກແຫ່ງ ໂດຍໃຫ້ນະຄອນຫຼວງວໍຊິງຕັນ, ລັດແຄລິຟໍເນຍ ແລະ ລັດນິວຢອກ ກ່ອນ.

ນອກຈາກນີ້, ເຮືອໂຮງໝໍ “US NS Mersey” ຈະເດີນທາງຈາກເມືອງຊານດິເອໂກ ໄປທຽບທ່າເຮືອໃນນະຄອນລອສແອນເຈລີສ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນລັດແຄລິຟໍເນຍ ແລະ ທະຫານທີ່ເປັນນາຍຊ່າງກະຈາຍກຳລັງພື້ນທີ່ສ້າງໂຮງໝໍທຸກລັດ.

ສຳລັບຜູ້ປ່ວຍຈາກໄວຣັສໂຄວິດ-19 ສະສົມຢ່າງໜ້ອຍ 34.900 ຄົນ, ປິ່ນປົວເຊົາແລ້ວ 178 ຄົນ ແລະ ເສຍຊີວິດ 457 ຄົນ. ຜູ້ຕິດເຊື້ອຫຼາຍທີ່ສຸດໃນລັດນິວຢອກ ຜູ້ປ່ວຍສະສົມ 16.900 ຄົນ ແລະ ເສຍຊີວິດ 150 ຄົນ ໂດຍອາເມຣິກາພົບຜູ້ຕິດເຊື້ອຄັ້ງທຳອິດ ວັນທີ 29 ກຸມພາ ຜ່ານມາ.