ກຸ່ມບໍລິສັດ ເຄພີ ຈັດຈຳໜ່າຍຜະລິດຕະພັັນສານຫຼໍ່ລື່ນ ແລະ ນໍ້າມັນເຄື່ອງເຊວ ຢ່າງເປັນທາງການໃນລາວ

180

ວັນທີ 23 ມີນາ 2020 ທີ່ບໍລິສັດ ເຄພີ ຈຳກັດ ນະຄອນຫຼວງວຽງຈັນ ໄດ້ມີການແຈ້ງໃຫ້ຊາບວ່າ: ບໍລິສັດໄດ້ຮັບສິດໃຫ້ເປັນຜູ້ຈັດຈຳໜ່າຍຜະລິດຕະພັນສານຫຼໍ່ລື່ນ ແລະ ນ້ຳມັນເຄື່ອງເຊວ ສຳລັບຍານພາຫະນະກົນຈັກ ແລະ ໂຮງງານອຸດສາຫະກຳ.

ຜ່ານການຮ່ວມມືໃນຄັ້ງນີ້ຈະເຮັດໃຫ້ ບໍລິສັດ ເຄພີ ສາມາດນຳຜະລິດຕະພັນທີ່ເປັນຍີ່ຫໍ້ທີ່ມີຄຸນນະພາບສູງ ແລະ ຊື່ສຽງລະດັບໂລກເຂົ້າມາສູ່ຕະຫຼາດໃນ ສປປ ລາວ.

ໃນການໄດ້ຮັບສິດເປັນຜູ້ຈັດຈຳໜ່າຍ, ບໍລິສັດ ເຄພີ ຈຳກັດ ສາມາດນຳເອົາສິນຄ້າທີ່ມີຫຼາກຫຼາຍມາບໍລິການໃຫ້ແກ່ຕະຫຼາດຕາມຄວາມເໝາະສົມກັບການໃຊ້ງານຂອງລູກຄ້າ ເຊັ່ນ: ເຊວຮີຣິກ( Shell Herix ) ສຳລັບໃຊ້ກັບລົດໃຫຍ່, ເຊວແອດວານ ( Shell Advance ) ສຳລັບລູກຄ້າທີ່ໃຊ້ລົດຈັກ. ພ້ອມນີ້ກໍຍັງມີນໍ້າມັນເຄື່ອງ ແລະ ສານຫຼໍ່ລື່ນທີ່ໃຊ້ກັບລົດຂົນສົ່ງ, ໂຮງງານອຸດສາຫະກຳ, ການກໍ່ສ້າງ, ໂຮງງານພະລັງງານໄຟຟ້າ ແລະ ໂຮງງານອຸດສາຫະກຳຕ່າງໆພ້ອມກັບການບໍລິການໃຫ້ຄຳປຶກສາທາງດ້ານເຕັກນິກວິຊາການຕ່າງໆ ເພື່ອໃຫ້ເໝາະສົມແກ່ການນຳໃຊ້.

ນໍ້າມັນເຄື່ອງເຊວ ມີຈຳໜ່າຍ 100 ກວ່າປະເທດໃນໂລກ ແລະ ເປັນອັນດັບ 1 ໃນການເປັນຜູ້ສະໜອງດ້ານນໍ້າມັນເຄື່ອງຕິດຕໍ່ກັນ 13 ປີຊ້ອນ ( ແຫຼ່ງຂໍ້ມູນຈາກ: Kline & Company 2019 ) ເປັນນໍ້າມັນທີ່ມີຄຸນນະພາບສູງທີ່ມີການຮ່ວມມືກັບທີມແຂ່ງລົດໃນລະດັບຕົ້ນໆຂອງໂລກ ເຊັ່ນ: ເຟີຣາຣີ ( Scuderia Ferrari ) ແລະ ບີເອັມດັບເບິລຢູ ( BMW ), ເສີມຂະຫຍາຍ ຄວາມຮູ້ ແລະ ຖ່າຍທອດເຕັກໂນໂລຊີກ່ຽວກັບວິທະຍາສາດຂອງນໍ້າມັນເຄື່ອງຈາກຂໍ້ມູນການແຂ່ງຂັນດັ່ງກ່າວມາສູ່ຜະລິດຕະພັນສຳລັບການຄ້າ. ນອກນີ້, ເຊວເອງຍັງປະສົບຜົນສຳເລັດກັບການຮ່ວມມືທາງດ້ານການຄ້າກັບບັນດາຜູ້ນໍາຫຼັກໃນດ້ານການຜະລິດສິນຄ້າທີ່ໃຊ້ເປັນຕົວແບບ ( OEM ) ໃຫ້ກັບຫຼາຍໆບໍລິສັດ ເຊັ່ນ: ກຸ່ມບໍລິສັດ Fiat Chrysler Automobiles ( FCA ) Group, Hyundai, General Electric, Aaggreko ແລະ ອື່ນໆ.

ບໍລິສັດ ເຄພີ ຈຳກັດ ເຊິ່ງເປັນທີ່ຮັບຮູ້ທົ່ວໄປແລ້ວວ່າເປັນບໍລິສັດທີ່ໃຫ້ການບໍລິການ ແລະ ເປັນຜູ້ນຳທາງດ້ານການຈັດຈຳໜ່າຍສິນຄ້າອຸປະໂພກ – ບໍລິໂພກ. ນອກນີ້, ຍັງເປັນຜູ້ຈັດຈຳໜ່າຍລົດໂຕໂຢຕ້າ, ລົດໄຖຄູໂບຕ້າ, ລົດຈັກຢາມາຮາ ແລະ ອື່ນໆ.

“ ພວກເຮົາໃຫ້ຄວາມສຳຄັນກັບ ຄວາມຍືນຍົງ ແລະ ຈັນຍາບັນໃນການເຮັດທຸລະກິດ. ດັ່ງນັ້ນ, ພວກເຮົາຈະຮ່ວມມືກັບຜູ້ສະໜອງສິນຄ້າ ແລະ ຄູ່ຮ່ວມທຸລະກິດບົນພື້ນຖານທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຍືນຍົງ ເນື່ອງຈາກການເຕີບໂຕທາງດ້ານຕະຫຼາດຍານພາຫະນະ ແລະ ອຸດສາຫະກຳໃນປະເທດ, ພວກເຮົາເຊື່ອໝັ້ນວ່າການໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຈັດຈຳໜ່າຍນໍ້າມັນເຄື່ອງ ແລະ ຜະລິດຕະພັນສານຫຼໍ່ລື່ນຂອງເຊວ ຈະເຮັດໃຫ້ບໍລິສັດສາມາດຕອບສະໜອງຄວາມຕ້ອງການ ແລະ ຄວາມຮູ້ທີ່ຖືກຕ້ອງກ່ຽວກັບການນຳໃຊ້ຜະລິດຕະພັນຫຼໍ່ລື່ນຂອງລູກຄ້າ ເພື່ອໃຫ້ໄດ້ປະສິດທິພາບສູງສຸດ ອີກທັງຍັງຈະຊ່ວຍຮັກສາສິ່ງແວດລ້ອມໃຫ້ດີຂຶ້ນ, ທ່ານ ເຂັມຊາດ ພິລາພັນເດຊ ປະທານ ກຸ່ມບໍລິສັດ ເຄພີ ຈຳກັດ ກ່າວ.

ໃນໂອກາດນີ້, ທ່ານ ເຈິໂຣນ ຟູ ຜູ້ຈັດການໃຫຍ່ ບໍລິສັດນໍ້າມັນເຄື່ອງເຊວ ປະຈຳພາກພື້ນເອເຊຍປາຊີຟິກ ກ່າວວ່າ: “ ການໄດ້ເປັນຄູ່ຮ່ວມທຸລະກິດກັບ ກຸ່ມບໍລິສັດ ເຄພີ ຈຳກັດ ແມ່ນມີ ຄວາມສຳຄັນທີ່ສຸດສຳລັບການທີ່ຈະເຕີບໂຕ ແລະ ປະສົບຜົນສຳເລັດຂອງ ເຊວ ” ພວກເຮົາເອງຕື່ນເຕັ້ນທີ່ຈະເຫັນ ເຄພີ ໄດ້ນຳເອົາເຕັກໂນໂລຊີທີ່ນໍາໜ້າຂອງພວກເຮົາມາສູ່ ສປປ ລາວ, ພວກເຮົາ ເຊວ ແລະ ເຄພີ ຫວັງເປັນຢ່າຍິ່ງວ່າຜະລິດຕະພັນຫຼໍ່ລື່ນ ແລະ ນໍ້າມັນເຄື່ອງເຊວ ຈະເປັນສ່ວນໜຶ່ງໃນການພັດທະນາ ແລະ ການເຕີບໂຕຂອງ ສປປ ລາວ.

ກຸ່ມບໍລິສັດ ເຄພີ ຈຳກັດ ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນນັບຕັ້ງແຕ່ວັນທີ 1 ເດືອນມັງກອນ 2020 ເປັນຕົ້ນມາ ໄດ້ເລີ່ມກິດຈະກໍາດ້ານການຕະຫຼາດ, ການຈັດຈຳໜ່າຍ ແລະ ການສະໜັບສະໜູນທາງດ້ານເຕັກນິກວິຊາການຢ່າງເປັນທາງການແລ້ວ.

ເບີໂທ: 021 5150 29 – 30