ລາວທານີ ຊຸກຍູ້ປື້ມ ແລະ ບິກ ໃຫ້ກອງປະຊຸມໃຫຍ່ ຄັ້ງທີ lV ອົງຄະນະພັກເມືອງພູຄູນ

252

ບໍລິສັດ ລາວທານີ ຈຳກັດ ຕົວແທນຈຳໜ່າຍລົດກົນຈັກໜັກ ແລະ ພະຫະນະທົ່ວໄປ ຂອງໂຕໂຢຕ້າ, ໂຄມັດສຸ ແລະ ຮີໂນ ຢ່າງເປັນທາງການ ໃຫ້ການສະໜັບສະໜູນ ປື້ມຂຽນສະເພາະຂອງກອງປະຊຸມໃຫຍ່ ຄັ້ງທີ lV ຂອງອົງຄະນະພັກເມືອງພູຄູນ ຈຳນວນ 250 ຫົວ, ປື້ມປະຫວັດຜູ້ນຳຂອງອາຊຽນ ຈຳນວນ 250 ຫົວ ພ້ອມດ້ວຍບິກຂຽນ ຈຳນວນ 200 ກ້ານ ລວມມູນຄ່າ 45 ລ້ານກີບ ໃຫ້ແກ່ການດຳເນີນການຈັດກອງປະຊຸມໃຫຍ່ ຄັ້ງທີ lV ຂອງອົງຄະນະພັກເມືອງພູຄູນ ແຂວງຫຼວງພະບາງ ເຊິ່ງຈະໄຂຂຶ້ນໃນມໍ່ໆນີ້.

ພິທີມອບ-ຮັບປື້ມ ແລະ ບິກ ຈຳນວນດັ່ງກ່າວ ໄດ້ມີຂຶ້ນ ເມື່ອວັນທີ 22 ມີນາ ຜ່ານມາ ທີ່ບໍລິສັດ ລາວທານີ ຈຳກັດ ຕົວແທນຈຳໜ່າຍລົດກົນຈັກໜັກ ແລະ ພະຫະນະທົ່ວໄປ ຂອງໂຕໂຢຕ້າ, ໂຄມັດສຸ ແລະ ຮີໂນ ຢ່າງເປັນທາງການ ບ້ານພະຂາວ (ຫຼັກ7) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນການກ່າວມອບໂດຍທ່ານ ເພັດສະລາດ ສະຫວັນ ຕາງໜ້າລິສັດ ລາວທານີ ຈຳກັດ ຕົວແທນຈຳໜ່າຍລົດກົນຈັກໜັກ ແລະ ພະຫະນະທົ່ວໄປ ຂອງໂຕໂຢຕ້າ, ໂຄມັດສຸ ແລະ ຮີໂນ ຢ່າງເປັນທາງການ ແລະ ກ່າວຮັບແມ່ນທ່ານ ຈັນຊົມ ຫຼວງວິເສດ ຕາງໜ້າການນຳເມືອງພູຄູນ ມີບັນດາພະນັກງານຂອງທັງສອງສ່ວນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ຈັນຊົມ ຫຼວງວິເສດ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງບໍລິສັດດັ່ງກ່າວ ທີ່ມີນໍ້າໃຈຊຸກຍູ້ປື້ມ ແລະ ບິກຈຳນວນດັ່ງກ່າວ ເຊິ່ງມັນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຕໍ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ lV ຂອງອົງຄະນະພັກເມືອງພູຄູນ ເຊິ່ງຈະໄຂຂຶ້ນໃນມໍ່ໆນີ້ ມີສະດວກຮອບດ້ານ ແລະ ຂໍໃຫ້ເຊື່ອໝັ້ນວ່າພວກເຮົາຈະນຳໃຊ້ປື້ມດັ່ງກ່າວນີ້ ໃຫ້ເກີດຄຸນປະໂຫຍດສູງສຸດ ແນໃສ່ດຳເນີນກອງປະຊຸມດັ່ງກ່າວໄດ້ປະສົບຜົນສຳເລັດ ແລະ ຢ່າງມີໝາກຜົນສູງ. ຫວັງຢ່າງຍິ່ງວ່າໃນໂອກາດຕໍ່ໄປພວກເຮົາຍັງຄົງຈະໄດ້ຮັບການຊຸກຍູ້ແບບນີ້ຕື່ມອີກ

ໂອກາດດຽວກັນ, ທ່ານ ເພັດສະລາດ ສະຫວັນ ກໍໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ແກ່ ບໍລິສັດ ລາວທານີ ຈຳກັດ ຕົວແທນຈຳໜ່າຍລົດ ໂຕໂຢຕ້າ, ໂຄມັດສຸ ແລະ ຮີໂນ ຢ່າງເປັນທາງການ ທີ່ມອບປື້ມ ແລະ ບິກ ຈຳນວນນີ້ ປະກອບສ່ວນໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ lV ຂອງອົງຄະນະພັກເມືອງພູຄູນ ໄດ້ດໍາເນີນໄປຕາມວາງລະ ແລະ ເນື້ອໃນທີ່ໄດ້ວາງໄວ້ຢ່າງມີກຽດ ແລະ ສະຫງ່າ. ເຖິງຢ່າງໃດກໍດີ, ກໍເຊື່ອໝັ້ນວ່າ ການອຸປະຖຳຄັ້ງນີ້ ເຖິງຈະບໍ່ຫຼາຍ ແຕ່ກໍມີຄວາມໝາຍຄວາມສຳຄັນ ຈະສາມາດປະກອບສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ ສາມາດດຳເນີນໄປດ້ວຍຜົນສຳເລັດທີ່ຕັ້ງເປົ້າໝາຍໄວ້.

ສຳລັບການອຸປະຖຳຂອງບໍລິສັດ ລາວທານີ ຈຳກັດ ຕົວແທນຈຳໜ່າຍລົດ ໂຕໂຢຕ້າ, ໂຄມັດສຸ ແລະ ຮີໂນ ຢ່າງເປັນທາງການ ເຊິ່ງປະກອບມີປື້ມຂຽນສະເພາະຂອງກອງປະຊຸມດັ່ງກ່າວ ຈຳນວນ 250 ຫົວ, ປື້ມປະຫວັດຜູ້ນຳຂອງອາຊຽນ ຈຳນວນ 250 ຫົວ ແລະ ບິກຂຽນ ຈໍານວນ 200 ກ້ານ ລວມມູນຄ່າ 45 ລ້ານກີບ.