ນ້ຳປັ່ນແອັບເປິລຄາຣາເມລ ( Caramel Apple Milkshake )

59

ແອັບເປິລຂຽວຂຶ້ນຊື່ວ່າເປັນໝາກໄມ້ສຳລັບການຫຼຸດນ້ຳໜັກ ເພາະລົດຊາດຂອງແອັບເປິລຂຽວທີ່ແຕກຕ່າງ ແລະ ມີນ້ຳຕານນ້ອຍ. ນອກຈາກນີ້, ເປືອກຂອງແອັບເປິລຂຽວຍັງອັດແໜ້ນໄປດ້ວຍປະໂຫຍດຫຼວງຫຼາຍ ບໍ່ວ່າຈະເປັນໃຍອາຫານທີ່ມີໃນປະລິມານສູງຈຶ່ງຊ່ວຍໃນເລື່ອງລະບົບຂັບຖ່າຍ, ຊ່ວຍໃຫ້ລະດັບສານຕ້ານອະນຸມູນອິດສະຫຼະສູງຂຶ້ນ ແລະ ຍັງຊ່ວຍຫຼຸດ ຄວາມຢາກອາຫານໄດ້ນໍາອີກ. ດ້ວຍສະພາບອາກາດຮ້ອນອົບເອົ້າແບບນີ້ກໍຢາກໄດ້ເຄື່ອງດື່ມເຢັນໆຈັກຈອກ. ມື້ນີ້ຈຶ່ງນໍາເອົາລາຍການອາຫານເຄື່ອງດື່ມນ້ຳປັ່ນແອັບ ເປິລຄາຣາເມລ ມາໃຫ້ລອງ.

ສ່ວນປະສົມ:

1 ກະແລັມວານິລາ 2 ຖ້ວຍນ້ອຍ.

2 ແອັບເປິລໄຊເດີ 1 ຖ້ວຍນ້ອຍ.

3 ນົມສົດ 1 ຈອກນ້ອຍ.

4 ແອັບເປິລຂຽວຊອຍ 1 ໜ່ວຍ.

5 ຊ໋ອດຄາຣາເມລ 2 ບ່ວງແກງ

6 ຊ໋ອດຄາຣາເມລ, ແອັບເປິລ ແລະ ວິບປິ້ງຄຣີມສຳລັບແຕ່ງໜ້າ.

ວິທີປັ່ນ:

ນຳກະແລັມ, ແອັບເປິລໄຊເດີ, ນົມສົດ ແລະ ຊ໋ອດຄາຣາເມລ ໃສ່ໂຖປັ່ນໆໃຫ້ລະອຽດຈົນເປັນເນື້ອນຽນແລ້ວຈຶ່ງໃສ່ແອັບເປິລຂຽວລົງໄປ. ຈາກນັ້ນ, ປັ່ນຕໍ່ຈົນເປັນເນື້ອດຽວກັນແລ້ວຖອກໃສ່ຈອກແຕ່ງໜ້າດ້ວຍວິບປິ້ງຄຣີມ, ຊ໋ອດຄາຣາເມລ ແລະ ແອັບເປິລພ້ອມເສີບ.

( ຂໍ້ມູນຈາກ: belfont-edairy.com )

[ ຮຽບຮຽງ: ນຸ້ມນິ້ມ ]