ການກໍ່ສ້າງຕາຝັ່ງເຈື່ອນແຄມຂອງ ນະຄອນໄກສອນ ຄືບໜ້າຫຼາຍກວ່າ 50%

121

ໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມຂອງ ນະຄອນໄກສອນ ພົມວິຫານ ມີຄວາມຍາວປະມານ 980 ແມັດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2019 ໂດຍໄດ້ຮັບການສະໜອງທຶນຈາກທະນາຄານພັດທະນາອາຊີ ມາຮອດປັດຈຸບັນຄືບໜ້າຫຼາຍກວ່າ 50% ຫຼັງຈາກສ້າງສໍາເລັດຈະເປັນສູນການຄ້າຄົບວົງຈອນ, ສູນກີລາ, ບ່ອນອອກກໍາລັງກາຍ, ຮ້ານອາຫານ, ແຫຼ່ງທ່ອງທ່ຽວ ເຊິ່ງຈະກາຍເປັນໃບໜ້າໃໝ່ຂອງ ນະຄອນໄກສອນ ພົມວິຫານ.

ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມຂອງ ນະຄອນໄກສອນ ພົມວິຫານ ໃຫ້ຮູ້ໃນວັນທີ 19 ມີນາ 2020 ວ່າ: ໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມຂອງ ນະຄອນໄກສອນ ພົມວິຫານ ແມ່ນຈະກວມເອົາເຂດດ່ານປະເພນີລະຫວ່າງ ນະຄອນໄກສອນ ພົມວິຫານ ( ສປປ ລາວ ) – ມຸກດາຫານ ( ປະເທດໄທ ) ມີຄວາມຍາວທັງໝົດ 980 ແມັດ ແລະ ກວ້າງ 50 ແມັດ ອອກຈາກໜ້າທາງ, ມີມູນຄ່າການລົງທຶນຫຼາຍກວ່າ 4,5 ລ້ານໂດລາ ໂດຍການສະໜອງທຶນຈາກທະນາຄານພັດທະນາອາຊີ. ໂຄງການນີ້ໄດ້ເລີ່ມມີການກໍ່ສ້າງແຕ່ເດືອນມິຖຸນາ 2019 ແລະ ປັດຈຸບັນນີ້ແມ່ນສໍາເລັດແລ້ວຫຼາຍກວ່າ 50% ຄາດວ່າຈະສ້າງສໍາເລັດໃນປີ 2021 ທີ່ຈະມາເຖິງນີ້.

ທ່ານ ພົມມາ ກ່າວຕື່ມອີກວ່າ: ໂຄງການນີ້ເປັນໂຄງການໃຫຍ່ນອກຈາກການສ້າງຕາຝັ່ງເຈື່ອນແລ້ວ ຍັງມີການປັບປຸງເສັ້ນທາງພາຍໃນເຂດດັ່ງກ່າວ. ນອກນັ້ນ, ຍັງຈະມີໄຟເຍືອງທາງ, ສ້າງສວນດອກໄມ້, ສວນສາທາລະນະເພື່ອເປັນບ່ອນອອກກໍາລັງກາຍ, ສ້າງສູນການຄ້າທີ່ມີຫຼາຍກວ່າ 10 ສູນການຄ້າ ແລະ ອື່ນໆ.