ລາວມີ 4 ສູນວິເຄາະພະຍາດໂຄວິດ – 19 ໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກ

144

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວຢືນຢັນ ສປປ ລາວ ມີເຄື່ອງມືທີ່ທັນສະໄໝສາມາດກວດເຊື້ອພະຍາດໂຄວິດ – 19 ໄດ້. ໃນນີ້, ຢູ່ນະຄອນຫຼວງມີ 4 ສູນ ທີ່ໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກ.

ໃນວັນທີ 20 ມີນາ 2020 ທີ່ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການສ້າງຄວາມໝັ້ນໃຈໃນຫ້ອງວິເຄາະເຊື້ອພະຍາດໂຄວິດ – 19 ໃຫ້ປະຊາຊົນລາວໄດ້ເຊື່ອໝັ້ນໃນມາດຕະຖານສາກົນ ແລະ ໄດ້ຮັບຮອງຜົນຈາກອົງການອະນາໄມໂລກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ກ່ຽວກັບປະເດັນຄວາມສາມາດຂອງຫ້ອງວິເຄາະພະຍາດຂອງ ສປປ ລາວ ທີ່ຫຼາຍປະເທດ ແລະ ປະຊາຊົນໄດ້ຕັ້ງຄໍາຖາມວ່າສາມາດບົ່ງມະຕິພະຍາດໄດ້ແນ່ນອນແທ້ບໍ່ ຫຼື ມີການປິດບັງຄວາມຈິງ ເຊິ່ງພວກເຮົາສາມາດຮັບປະກັນຜົນກວດຈາກຫ້ອງວິເຄາະທີ່ໄດ້ມາດຕະຖານສາກົນ ໂດຍມີສູນກວດວິເຄາະເຊື້ອພະຍາດໂຄວິດ – 19 ຈໍານວນ 4 ສູນ ທີ່ສາມາດວິເຄາະເຊື້ອໄດ້ຢ່າງຖືກຕ້ອງ ຄື: ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ, ຫ້ອງວິເຄາະສະຖາບັນປັດສະເຕີລາວ, ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດ ແລະ ສູນວິໄຈພະຍາດຊຶມເຊື້ອເມລີເອີ ເຊິ່ງທັງ 4 ສູນແມ່ນໄດ້ຮັບຄຸນນະພາບໃນລະດັບສາກົນຢັ້ງຢືນຈາກອົງການອະນາໄມໂລກ ພ້ອມທັງມີເຄື່ອງມືທີ່ທັນສະໄໝ ແລະ ມີຫ້ອງກວດທີ່ຮັບປະກັນຄວາມປອດໄພສູງບໍ່ໜ້ອຍໜ້າປະເທດໃດ.

ໂດຍທຸກຜົນກວດທີ່ໄດ້ຮັບການຢັ້ງຢືນໃນປະເທດ ກໍຍັງໄດ້ສົ່ງໄປກວດຕື່ມທີ່ຫ້ອງກວດອົງການອະນາໄມໂລກທີ່ອົສຕຣາລີ ແລະ ໄດ້ຮັບການຮ່ວມມືຈາກທີມງານອົງການອະນາໄມໂລກ ໃນການວິເຄາະກວດຫາເຊື້ອພະຍາດໂຄວິດ – 19. ສະນັ້ນ, ຈຶ່ງໝັ້ນໃຈໄດ້ວ່າຖ້າກວດພົບເຊື້ອຈະບໍ່ມີການປິດບັງຄວາມຈິງຕໍ່ປະຊາຊົນ ເຊິ່ງທຸກແຂວງຈະມີພະນັກງານວິເຄາະປະຈໍາ 5 ຄົນຂຶ້ນໄປ ແລະ ມີການກຽມ ຄວາມພ້ອມໃນການເກັບຕົວຢ່າງທີ່ຖືກຕ້ອງ.

ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ ຕົວເລກຜູ້ຕິດເຊື້ອທົ່ວໂລກປະຈໍາວັນທີ 21 ມີນາ 2020 ມີຈໍານວນ 275.429 ກໍລະນີ, ເສຍຊີວິດ 11.397 ກໍລະນີ ແລະ ປິ່ນປົວຫາຍດີ 88.256 ກໍລະນີ. ສໍາລັບຢູ່ ສປປ ລາວ ມີກໍລະນີສົງໄສ 109 ກໍລະນີ. ໃນນັ້ນ, 103 ກໍລະນີຜົນກວດແມ່ນບໍ່ພົບເຊື້ອ ແລະ ອີກ 6 ກໍລະນີແມ່ນຍັງລໍຖ້າຜົນກວດ.