ຈີນກວດພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດ ເປັນຄັ້ງທຳອິດ ໃນຮອບ 4 ວັນ

92

ລັດຖະບານປັກກິ່ງລາຍງານການກວດພົບຜູ້ປ່ວຍຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນປະເທດ ເປັນຄັ້ງທຳອິດ ໃນຮອບ 4 ວັນ ຂະນະທີ່ ບຸກຄະລາກອນດ້ານການແພດຂອງຈີນ ຊຸດໃໝ່ເດີນທາງໄປຊ່ວຍເຫຼືອປະເທດກຣີຊ ແລະ ເຊີເບຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອາທິດ ທີ 22 ມີນາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ລາຍງານສະຖານະການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຕັ້ງແຕ່ເດືອນທັນວາ ປີຜ່ານມາ ເຖິງວັນທີ 21 ມີນາ ຜ່ານມາ ພົບວ່າມີຜູ້ເສຍຊີວິດ ເພິມອີກ 6 ຄົນ ເພິ່ມຈຳນວນຜູ້ປ່ວຍສະສົມທົ່ວປະເທດ ຢ່າງໜ້ອຍ 3.261 ຄົນ.

ຂະນະທີ່ ໃນຮອບ 24 ຊົ່ວໂມງ ຜ່ານມາ ກວດພົບຜູ້ປ່ວຍໃໝ່ 46 ຄົນ ຈາກຈຳນວນດັ່ງກ່າວ ມີຜູ້ຕິດເຊື້ອພາຍໃນປະເທດພຽງ 1 ຄົນ ຖືເປັນຄັ້ງທຳອິດ ໃນຮອບ 4 ວັນ ທີ່ຈີນພົບຜູ້ປ່ວຍພາຍໃນປະເທດ ໂດຍຜູ້ປ່ວຍຄົນດັ່ງກ່າວອາໄສຢູ່ມົນທົນກວາງຕຸ້ງ ແລະ ແລະ ໄດ້ສຳຜັດໃກ້ຊິດກັບຄົນທີ່ຫາກໍ່ເດີນທາງກັບມາຈາກຕ່າງປະເທດ. ທັງນີ້, ສະຖິຕິຜູ້ປ່ວຍສະສົມຈາກໄວຣັສໂຄວິດ-19 ໃນປະເທດຈີນ ມີຢ່າງໜ້ອຍ 81.054 ຄົນ.

ດ້ານຖ້ຽວບິນພິເສດຂອງສາຍການບິນແອໄຊນາ ໄດ້ນຳບຸກຄະລາກອນດ້ານການແພດຂອງຈີນ ພ້ອມດ້ວຍສິ່ງຂອງຈຳ ເປັນທັງໜ້າກາກອະນາໄມ, ເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດ ນ້ຳໜັກຫຼາຍສິບໂຕ້ນ ເດີນທາງເຖິງນະຄອນຫຼວງເອເທັນ ປະເທດກຣິຊ ແລະ ອີກຖ້ຽວບິນໜຶ່ງນຳພາທີມແພດຈີນ ເດີນທາງເຖິງນະຄອນຫຼວງເບລເກຣດ ປະເທດເຊີເບຍ ເມື່ອວັນເສົາ ຜ່ານມາ ຖືເປັນກຸ່ມເຈົ້າໜ້າທີ່ສາທາລະນະສຸກກຸ່ມຫຼ້າສຸດຈາກປະເທດຈີນທີ່ເດີນທາງຊ່ວຍເຫຼືອປະເທດເອີຣົບ ເພື່ອຕໍ່ສູ້ພັບເຊື້ອໄວຣັສໂຄວິດ-19 ຫຼັງຈາກລັດຖະບານປັກກິ່ງໄດ້ສົ່ງທີມງານໄປປະເທດອິຕາລີ ເມື່ອອາທິດ ຜ່ານມາ.