ມຽນມາ ໂຈະການອອກວີຊາໃຫ້ຄົນຕ່າງປະເທດ ແນໃສ່ການປ້ອງກັນ ໂຄວິດ-19

81

ລັດຖະບານມຽນມາ ສັ່ງໂຈະການອອກວີຊາ ແລະ ການຈ້ຳກາຜ່ານແດນກວດຄົນເຂົ້າເມືອງໃຫ້ຄົນຕ່າງປະເທດ ຈົນໝົດ ເດືອນເມສາ ເພື່ອປ້ອງກັນການແຜ່ລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸງ ປະເທດມຽນມາ ເມື່ອວັນອາທິດ ທີ 22 ມີນາ ວ່າ ກະຊວງການຕ່າງປະເທດມຽນມາ ໄດ້ອອກຖະແຫຼງການເມື່ອວັນເສົາ ກ່ຽວກັບການໂຈະການອອກວີຊາເອເລັກໂທຣນິກ ແລະ ການຈຳກາຜ່ານແດນ ສຳລັບພົນລະເມືອງທຸກສັນຊາດຈົນເຖິງວັນທີ 30 ເມສາ ໂດຍຍົກເວັ້ນເຈົ້າໜ້າທີ່ການທູດທີ່ອາໄສຢູ່ປະເທດມຽນມາ, ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ແລະ ເຈົ້າໜ້າທີ່ອົງການຈັດຕັ້ງສາກົນ ເຊິ່ງມີ “ພາລະກິດທີ່ ຈຳເປັນ”.

ຢ່າງໃດກໍ່ຕາມ, ໃນສ່ວນຂອງນັກການທູດ ແລະ ເຈົ້າໜ້າທີ່ຂອງອົງການຈັດຕັ້ງສາກົນ ຮຽກຮ້ອງໃຫ້ປະສານງານກັບລັດຖະບານມຽນມາ ເພື່ອອອກເອກະສານການເດີນທາງທີ່ຈຳເປັນ ຫຼື ສຳລັບການອຳນວຍຄວາມສະດວກບາງປະການ ໃນໄລຍະການກັກຕົວ 14 ວັນ ເມື່ອເດີນທາງເຂົ້າປະເທດມຽນມາ ເຊິ່ງລັດຖະບານມຽນມາມີຄຳສັ່ງໃຫ້ນັກການທູດຈາກທຸກປະເທດກັກຕົວຢູ່ເຮືອນພັກ.

ຂະນະທີ່ ພົນລະເມືອງຕ່າງປະເທດທີ່ໄດ້ອະນຸມັດວີຊາກ່ອນໜ້ານີ້ ຖ້າເດີນທາງມາຈາກສະຫະລັດ ອາເມຣິກາ, ສະຫະຣາຊະອານາຈັກ, ສະວິດເຊີແລນ, ເນເທີແລນ, ອອສເຕຣຍ, ເບລຢ້ຽມ, ສະວີເດນ ແລະ ເດນມາກ ຕ້ອງຍື່ນເອກະສານຢັ້ງຢືນດ້ານສຸຂະພາບທີ່ອອກໃຫ້ໂດຍກະຊວງສາທາລະນະສຸກຂອງປະເທດຕົ້ນທາງ ໃຫ້ແກ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງມຽນມາ ແລະ ເມື່ອໄດ້ຮັບອະນຸຍາດໃຫ້ຜ່ານແດນເຂົ້າປະເທດ ຕ້ອງເຂົ້າຮັບການກັນຕົວເປັນໄລຍະ 2 ອາທິດ ເຊັ່ນດຽວກັບຊາວມຽນມາທີ່ເດີນທາງກັບມາຈາກກຸ່ມປະເທດເຫຼົ່ານີ້ ຕ້ອງຖືກກັກຕົວຢູ່ເຮືອນ 2 ອາທິດເຊັ່ນກັນ.

ສ່ວນບຸກຄົນທຸກສັນຊາດທີ່ເດີນທາງມາຈາກອິຕາລີ, ອິຣ່ານ, ຝຣັ່ງ, ເຢຍລະມັນ, ສະເປນ, ຈີນ ແລະ ເກົາຫຼີໃຕ້ ຕ້ອງຜ່ານຂະບວນການກັກຕົວຕາມມາດຕະການຂອງລັດຖະບານມຽນມາ ທີ່ໄດ້ກຳນົດໄວ້ ຕັ້ງແຕ່ວັນທີ 15 ມີນາ ຜ່ານມາ.

ປັດຈຸບັນ, ມຽນມາໄດ້ຢືນຢັນວ່າ ຍັງບໍ່ມີຜູ້ປ່ວຍຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ແຕ່ທາງການໄດ້ຍົກສູງລະດັບມາດຕະການເພື່ອຄວບຄຸມຊາຍແດນ ແລະ ການເຄື່ອນໄຫວຢູ່ນອກເຮືອນທີ່ຢູ່ອາໄສຂອງປະຊາຊົນ ເຊັ່ນຫ້າມຮວມກຸ່ມຫຼາຍຄົນ ແລະ ຍົກເລີກງານບຸນສົງການປະຈຳປີນີ້.