ບົດປາໄສ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ

518
  • ພີ່ນ້ອງຮ່ວມຊາດ ແລະ ບັນດາສະຫາຍທັງຫຼາຍ !

ພັກເຮົາກໍາເນີດເກີດຂຶ້ນ ຈາກຄວາມຮຽກຮ້ອງຕ້ອງການ ຂອງຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານຈາກຕ່າງຊາດ, ທັງແມ່ນໝາກຜົນ ທີ່ຕ້ອງເປັນໄປຂອງປະຫວັດສາດໃນຍຸກໃໝ່ ທີ່ຕ້ອງປະສານສົມທົບ ລະຫວ່າງ ການຕໍ່ສູ້ປົດປ່ອຍຊາດ ກັບການປະຕິວັດ ຕາມເສັ້ນທາງສັງຄົມນິຍົມ ຂອງລັດທິມາກ-ເລນິນ. ພັກເຮົານັບແຕ່ມື້ກໍາເນີດ ກໍປະເຊີນໜ້າໂດຍກົງກັບອິດທິກໍາລັງຮຸກຮານ ທີ່ເຂັ້ມແຂງທີ່ສຸດ, ແຕ່ຍ້ອນສາມາດສົມທົບ ລະຫວ່າງ ໜ້າທີ່ປົດປ່ອຍຊາດ ກັບໜ້າທີ່ປົດປ່ອຍສັງຄົມ.

ເອົາຂະບວນການຕໍ່ສູ້ຂອງປະຊາຊົນບັນດາ ເຜົ່າ ຕ້ານການຮຸກຮານ ຕິດພັນກັບກະແສຟອງຂອງຂະບວນການປະຕິວັດທາງຊົນຊັ້ນ ຂອງຊົນຊັ້ນກໍາມະກອນ ຢູ່ໃນອິນດູຈີນ ແລະ ໃນໂລກ ຈິ່ງເຮັດໃຫ້ພັກເຮົາໄດ້ຮັບການສະໜັບສະໜູນ ທັງຈາກປະຊາຊົນພາຍໃນປະເທດ ທັງຈາກທຸກກໍາລັງປະຕິວັດ ແລະ ກ້າວໜ້າບົນເວທີສາກົນ, ຊຶ່ງເປັນປັດໄຈຄໍ້າປະກັນການເຕີບໃຫຍ່ເຂັ້ມແຂງ ຂອງພັກເຮົາຕະຫຼອດມາ, ທັງເປັນສິ່ງຄໍ້າປະກັນໄຊຊະນະ ຂອງພາລະ ກິດປະຕິວັດ ພາຍໃຕ້ການນໍາພາຂອງພັກ. ການນໍາພາຂອງພັກ ເຖິງຈະຜ່ານເສັ້ນທາງອັນລະອິດລະອ້ຽວ, ຍືດເຍື້ອຍາວນານ, ບາງໄລຍະກໍຕົກຢູ່ໃນສະພາບທີ່ແສນອັດຕະຄັດ ຄືຈະກ້າວຜ່ານບໍ່ໄດ້, ແຕ່ໃນທີ່ສຸດກໍສາມາດຜ່ານຜ່າໄດ້, ທັງສາມາດຍາດໄຊຊະນະ ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ, ສາມາດນໍາພາປະຊາຊົນ ຂັບໄລ່ຜູ້ຮຸກຮານ, ໂຄ່ນລົ້ມອໍານາດການປົກຄອງແບບຂຸນເສິກ- ສັກດີນາ, ກາຍເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະຂອງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ປະຈຸບັນນີ້, ປະເທດຊາດຂອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ຖານະບົດບາດ ຊື່ສຽງຂອງ ສປປ ລາວ ນັບມື້ນັບໄດ້ພົ້ນເດັ່ນຂຶ້ນ ໃນພາກພື້ນ ແລະສາກົນ.

ຜ່ານໄລຍະເວລາ 65 ປີ ພັກເຮົາມີບົດບາດຕັດສິນຂະບວນວິວັດການຕໍ່ສູ້ປົດປ່ອຍຊາດ,  ເປີດສັງກາດໃໝ່ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາ. ພັກສາມາດປະຕິບັດບົດບາດທາງປະຫວັດສາດອັນສະ ຫງ່າອົງອາດດັ່ງກ່າວ ກໍຍ້ອນວ່າ:
ໜຶ່ງ: ພັກຖືການປົດປ່ອຍຊາດ, ນໍາເອົາເອກະລາດ, ອິດສະລະພາບຂອງຊາດ ກໍຄື ຄວາມສະເໝີພາບ, ເປັນເຈົ້າຕົນເອງ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນ ເປັນກົກ, ມີຄວາມເອກະພາບ ລະຫວ່າງອຸດົມການຂອງຊົນຊັ້ນກໍາມະກອນ ກັບແນວທາງ ແລະ ເປົ້າໝາຍພັດທະນາປະເທດຊາດ, ພັກບໍ່ມີຜົນປະໂຫຍດອື່ນໃດ ນອກຈາກນໍາເອົາ ຄວາມສົມບູນພູນສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ, ຕາມເສັ້ນທາງສັງຄົມນິຍົມ ສະເໝີຕົ້ນສະເໝີປາຍ.
ສອງ: ພັກເຮົາຍາມໃດກໍຢຶດໝັ້ນບັນດາຫຼັກການ ແຫ່ງການກໍ່ສ້າງພັກແບບໃໝ່ ຕາມລັດທິມາກ-ເລນິນ, ເດັດດ່ຽວປະຕິບັດຫຼັກການລວມສູນປະຊາທິປະ ໄຕ, ສົ່ງເສີມການຕິຊົມຕົນເອງ ແລະຕິຊົມກັນພາຍໃນພັກ, ຕ້ານລັດທິເອກະຊົນ, ສວຍໂອກາດທຸກຮູບແບບ, ເຮັດໃຫ້ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.


ສາມ: ໃນອົງການນໍາພາສູງສຸດຂອງພັກເຮົາ ຍາມໃດກໍ່ມີຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນ ທັງໃນໄລຍະທີ່ມີຄວາມຫຍຸ້ງຍາກ, ຂັບຂັນ, ຫົວລ້ຽວຫົວຕໍ່, ຊຶ່ງອັນນັ້ນ ແມ່ນມູນເຊື້ອສຸດທີ່ປະເສີດ ຂອງພັກເຮົາ ທີ່ພວກເຮົາມີຄວາມຮັບຜິດຊອບໃນການປົກປ້ອງ, ເສີມຂະຫຍາຍຕໍ່ໄປ.
ສີ່: ພັກເຮົາ ຍາມໃດກໍ່ສະໜິດຕິດແໜ້ນກັບປະຊາຊົນ, ຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ປະຊາຊົນ, ເດີນຕາມແນວທາງມະຫາຊົນ, ຖືປະຊາຊົນເປັນກົກ, ຮັກສາ ແລະເສີມຂະຫຍາຍທາດແທ້ ແລະມູນເຊື້ອປະຕິວັດ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ຢ່າງແທ້ຈິງ, ເຮັດໃຫ້ພັກເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ຫ້າ: ພັກເຮົາ ໄດ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນນຜ່ອງໃສ.

ບັນດາສະຫາຍ ທັງຫຼາຍ!
ຫມາກຜົນທີ່ພັກເຮົາຍາດມາໄດ້ໃນ 65 ປີ ແມ່ນໃຫຍ່ຫລວງ ແລະ ພວກເຮົາສົມແລ້ວທີ່ຈະເອກອ້າງ ພາກພູມໃຈ ແລະ ສ້າງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງຊາດ ແລະ ຂອງການປະຕິວັດ. ແຕ່ພວກເຮົາກໍ່ຕ້ອງຮັບຮູ້ໃຫ້ຈະແຈ້ງວ່າ ບົນເສັ້ນທາງແຫ່ງການກ້າວຂຶ້ນນັ້ນ ໂດຍສະເພາະກ້າວເຂົ້າສູ່ທົດສະວັດໃໝ່ ທີ່ມີການປ່ຽນແປງໄວວາ ຜັນຜວນຕະຫຼອດເວລາແລະ ເຕັມໄປດ້ວຍສິ່ງທ້າທາຍນາໆປະການ. ສະນັ້ນ ຍິ່ງກວ່າເວລາໃດຫມົດ ມູນເຊື້ອ, ບົດຮຽນ ແລະ ຜົນສໍາເລັດໃນການນໍາພາຂອງພັກເຮົາ ຕະຫຼອດໄລຍະທີ່ຜ່ານມາ ຕ້ອງໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາ ຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ເສີມຂະຫຍາຍຈິດໃຈຮັກຊາດ, ຕິດພັນກັບຮັກລະບອບໃຫມ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກ ຢ່າງໜັກແໜ້ນ.

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍທີ່ຮັກແພງ ທັງຫຼາຍ!
ໃນໂອກາດອັນມີຄວາມສໍາຄັນນີ້ ແລະ ຢືນຢູ່ຕໍ່ໜ້າການເລັ່ງທວງ ຂອງສະພາບການໃນໄລຍະໃໝ່, ຂ້າພະເຈົ້າ ຂໍຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ຈົ່ງສູ້ຊົນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ໃຫ້ບັນລຸຕາມຄາດໝາຍທີ່ພັກວາງອອກ, ພ້ອມທັງກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ກ້າວເຖິງດໍາເນີນກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນຊຸມປີຕໍ່ໜ້າ, ໂດຍສຸມໃສ່ບາງເນື້ອໃນຕົ້ນຕໍ ດັ່ງນີ້:

ໜຶ່ງ, ປັບປຸງໂຄງສ້າງເສດຖະກິດ ຢ່າງເປັນລະບົບ, ຮອບດ້ານ ແລະ ເລິກເຊິ່ງ ຮັບປະກັນການພັດທະນາເສດຖະກິດແຫ່ງຊາດ ເຂັ້ມແຂງ ແລະ ຍືນຍົງ; ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຊາດ ຕິດພັນກັບການພັດທະນາບັນດາຂະ ແໜງການເສດຖະກິດປາຍແຫຼມ ແລະການພັດທະນາເຂດແຄວ້ນ ຢ່າງມີຈຸດສຸມ; ບູລະ ນະກົນໄກເສດຖະກິດຕະຫຼາດ ພາຍໃຕ້ການນໍາພາຂອງພັກ, ກໍານົດແຈ້ງແຜນຍຸດທະສາດ ແລະແຜນພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ການຄົ້ນຄວ້າທີ່ມີພື້ນ ຖານວິທະຍາສາດ ເພື່ອວາງຍຸດທະສາດ ແລະນິຕິກໍາທີ່ເປັນລະບົບ ເຊິ່ງຕ້ອງເລີ່ມ ຈາກຕະຫຼາດ, ທຶນ ແລະເຕັກໂນໂລຢີ ແນໃສ່ຮັບປະກັນທິດຍືນຍົງ ແລະສີຂຽວ; ສ້າງຄວາມສົມດູນ ລະຫວ່າງລົງທຶນດ້ານພື້ນຖານເສດຖະກິດ-ເຕັກນິກ ແລະການພັດທະນາສັງຄົມ, ໂດຍຖືການພັດທະນາຄົນ ເປັນໃຈກາງ; ການພັດທະນາໃນຊຸມປີຕໍ່ໜ້າຕ້ອງຫັນປ່ຽນການພັດທະນາ ທີ່ເນັ້ນການນໍາໃຊ້ຊັບພະຍາກອນທໍາມະຊາດເພື່ອສ້າງພຶ້ນຖານເສດຖະກິດເປັນຫຼັກ ມາເປັນການພັດນາທີ່ສຸມໃສ່ “ຄົນ” ເປັນໃຈກາງ ຫຼືເປັນເປົ້າໝາຍສຸດທ້າຍ ຂອງການພັດທະນາ, ພ້ອມທັງປັບປຸງປ່ຽນ ແປງຮູບແບບການວາງແຜນ, ການຊຸກຍຸ້ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນແບບກວມລວມ ທີ່ມີຄວາມເຊື່ອມໂຍງ, ປະສານສົມທົບແໜ້ນລະ ຫວ່າງຂະແໜງການ ແລະ ທ້ອງຖິ່ນໃຫ້ຫຼາຍຂຶ້ນ; ປັບປ່ຽນວິທີການພັດທະນາໂດຍສຸມໃສ່ການພັດທະນາທີ່ເພີ່ມສັກກະຍາພາບຂອງບຸກຄົນ ໃຫ້ສູງຂຶ້ນທາງດ້ານຮ່າງ ກາຍ, ຈິດໃຈ ແລະ ສະຕິປັນຍາ ເພື່ອໃຫ້ກາຍເປັນທຶນມະນຸດທີ່ມີຄຸນນະພາບ, ສາ ມາດປັບໂຕໃຫ້ເຂົ້າກັບສະພາບການຜັນແປຕ່າງໆໄດ້ຢ່າງຮອບດ້ານ.

ສອງ, ປົກປັກຮັກສາສະພາບແວດລ້ອມ ຢ່າງເຂັ້ມແຂງ ແລະຈິງຈັງ; ຕ້ອງບຸກທະລຸຈິນຕະນາການດ້ານສິ່ງແວດລ້ອມ, ຕ້ອງເດັດດ່ຽວຕ້ານກັບການຝືນກົດເກນທໍາມະຊາດ, ຄົນ ກັບສິ່ງແວດລ້ອມ ຕ້ອງເປັນມິດຕໍ່ກັນ, ໃນນັ້ນ ກະສິກໍາ-ປ່າໄມ້ ແລະຊົນນະບົດ ແມ່ນສິ່ງທີ່ຕັດແຍກອອກຈາກກັນບໍ່ໄດ້ (ຊຸມຊົນ, ປ່າໄມ້, ແຫຼ່ງ ນໍ້າ, ບ່ອນທໍາການຜະລິດ-ທໍາມາຫາກິນ)….ອັນຮີບດ່ວນໃນຊຸມປີຕໍ່ໜ້ານີ້ ຕ້ອງໄດ້ ດໍາເນີນການຈັດສັນດ້ານການປ່າໄມ້, ບ່ອນທໍາການຜະລິດ ແລະບ່ອນຢູ່ອາໃສ ໃຫ້ເໝາະສົມ ແລະມີຄວາມກົມກຽວ…ນີ້ ແມ່ນການກໍານົດ ແລະຜັນຂະຫຍາຍຢ່າງແຂງແຮງການອະນຸລັກ ແລະຟື້ນຟູປ່າໄມ້, ປົກປັກຮັກສາແຫຼ່ງນໍ້າ ແລະຄວາມສົມດູນຂອງລະບົບນິເວດຄືນໃໝ່ ໃຫ້ກັບຄືນມາມີຊີວິດຊີວາຕື່ມອີກ.

ສາມ, ພັດທະນາສັງຄົມລາວໃນທຸກດ້ານ ແລະ ສ້າງສັງຄົມ ທີ່ປະຊາຊົນເປັນເຈົ້າ, ສະເໝີພາບ, ຍຸຕິທໍາ ແລະ ສີວິໄລ; ຈຸດໝາຍລວມ ແມ່ນຕ້ອງນຳພາພັດທະ ນາຄົນລາວ ໃຫ້ມີຄວາມພ້ອມໃນທຸກດ້ານ ເປັນບັນຫາໃຈກາງໃນການສ້າງກຳລັງຂັບເຄື່ອນໃນເງື່ອນ ໄຂໃໝ່ ແລະເຮັດໃຫ້ການພັດທະນາເສດຖະກິດ ສົມຄູ່ກັບການພັດທະນາສັງຄົມ; ການສ້າງຄວາມຈະເລີນ ແລະຄວາມຢູ່ດີກິນດີທາງດ້ານວັດຖຸ ກັບການສ້າງຄວາມສີວິໄລທາງດ້ານຈິດໃຈ ແລະການປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ສາມາດຊົມໃຊ້ໝາກຜົນຂອງການປ່ຽນແປງໃໝ່ ກໍ່ຄືການພັດທະນາຮ່ວມກັນຢ່າງຍຸຕິທຳ; ປັບປຸງກໍ່ສ້າງລະບຽບການ, ກົນໄກ ໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງຕ່າງໆໃນສັງຄົມ ຢ່າງເໝາະສົມ; ສົ່ງເສີມຄ່ານິຍົມທີ່ກ້າວໜ້າຂອງສັງຄົມ ໃຫ້ໄປຕາມທິດທາງການພັດທະນາແບບຍືນຍົງ ກໍຄືຈຸດໝາຍສັງຄົມນິຍົມ.

ສີ່, ເພີ່ມທະວີການຍົກລະດັບຄວາມສາມາດ ໃນການປົກປ້ອງອະທິປະໄຕ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກຂອງສັງຄົມ ໃຫ້ໜັກແໜ້ນ; ສືບຕໍ່ບູລະນະອໍານາດລັດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ; ຮັບ ປະກັນ ໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທໍາມະນູນ ແລະກົດໝາຍ ນັບມື້ມີປະສິດທິຜົນ, ສັກສິດ ແລະເຂັ້ມງວດ; ສ້າງລັດປະຊາທິປະໄຕປະຊາຊົນ ເປັນລັດແຫ່ງການບໍລິການ, ຮັບໃຊ້ ແລະຕອບສະໜອງຄວາມຮຽກ ຮ້ອງຕ້ອງການດ້ານສິດ, ຜົນປະໂຫຍດອັນຊອບທໍາ ກໍ່ຄືດ້ານຄວາມໝັ້ນຄົງ, ປອດໄພ ໃນຊີວິດ ແລະຊັບສິນ ຂອງປະຊາຊົນ.

ຫ້າ, ເພີ່ມທະວີໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ; ປຸກລະດົມກໍາລັງແຮງທົ່ວສັງຄົມປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ປະກົດຜົນເປັນຈິງ, ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ; ຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະຊາຊົນລາວບັນ ດາເຜົ່າ.

ຫົກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີກັບພັກອ້າຍນ້ອງຍຸດທະສາດກໍ່ຄືບັນດາກໍາລັງການເມືອງຂອງຂະບວນການທີ່ກ້າວໜ້າໃນໂລກ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ສົ່ງເສີມສັນຕິພາບ, ມິດຕະພາບ ແລະສະຖຽນລະພາບໃນພາກພື້ນ ແລະໃນໂລກ; ສືບຕໍ່ປະຕິບັດການຮ່ວມມືກັບສາກົນ, ຄູ່ຮ່ວມພັດທະນາ ຢ່າງເປັນເຈົ້າການ, ນໍາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ.
ເຈັດ, ເອົາໃຈໃສ່ປັບປຸງການຈັດຕັ້ງ, ລະບຽບວິໄນ ແລະ ຮັບປະກັນບົດ ບາດນຳພາຕົວຈິງອັນເຂັ້ມແຂງ ຂອງພັກ; ຮັບປະກັນບົດບາດການນໍາພາທີ່ເຂັ້ມ ແຂງ ສົມເປັນກອງນໍາໜ້າ, ເປັນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນລາວ, ເປັນຕົວແທນທີ່ຈົ່ງຮັກພັກດີຕໍ່ສິດ ແລະຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ແລະ ປະເທດຊາດລາວ. ໃນຊຸມປີຕໍ່ໜ້ານີ້ ຕ້ອງຖືເອົາໜ້າທີ່ກໍ່ສ້າງພັກເຮົາເປັນໜ້າທີ່ແຖວໜ້າ, ເພີ່ມທະວີການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຮັບປະກັນຄວາມສາມາດນໍາພາ ແລະ ກໍາອໍານາດຂອງພັກ; ສຸມໃສ່ປັບປຸງການຈັດຕັ້ງປອດໃສ, ໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ. ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານເຊິ່ງແມ່ນປັດໄຈຕັດສິນຜົນໄດ້ຜົນເສຍ ຂອງການປະຕິວັດ, ທັງແມ່ນຂອດກຸນແຈສໍາຄັນ ຂອງວຽກງານກໍ່ສ້າງພັກ ແລະລະບົບການເມືອງ; ໃນສະພາບການໃໝ່ ທີ່ຜັນແປຢ່າງໄວວາ ແລະ ສັບສົນ ເຊິ່ງກະທົບຕໍ່ພະນັກງານ ແລະ ການກໍ່ສ້າງຖັນແຖວພະນັກງານຂອງພັກເຮົານັ້ນ, ຕ້ອງຖືເອົາການກໍ່ສ້າງພະນັກງານ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ເປັນໜ້າທີ່ແຖວໜ້າຂອງທົ່ວພັກ.

ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ມູນເຊື້ອອັນດີງາມຂອງພັກ, ເຮັດຫລ້ອນພາລະກຳປະຫວັດສາດອັນຍິ່ງໃຫຍ່ທີ່ປະຊາຊົນມອບຫມາຍໃຫ້. ອີກເທື່ອໜຶ່ງ ຂ້າພະເຈົ້າ ຕາງໜ້າໃຫ້ພັກ-ລັດ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ນັກຮົບສະຫາຍ ຈົ່ງອອກແຮງທະນຸບຳລຸງ ແລະຮັກສາຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ຍົກລະດັບ ຄວາມຮູ້ຄວາມສາມາດໃນທຸກດ້ານໃຫ້ສູງຂື້ນຕື່ມອີກ, ໃກ້ຊິດຕິດແຫນ້ນ ແລະຊ່ວຍເຫຼືອປະຊາຊົນ ຢູ່ສະເໝີ; ພະຍາຍາມຮຽນຮູ້ໃນພຶດຕິກຳ, ປັບປຸງດັດແປງວິທີນຳພາໃຫ້ທັນການ, ຍົກສູງບົດບາດຄວາມສາມາດນຳພາ ແລະລັກສະນະນໍາໜ້າຂອງພັກ, ຂອງສະມາຊິກພັກ; ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫລ້ອນຫນ້າທີ່ວຽກງານ ທີ່ພັກ ແລະລັດມອບຫມາຍໃຫ້; ເຊີດຊູກຽດ ແລະອິດທິພົນຂອງພັກເຮົາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສົມກັບຄວາມ ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນບັນດາເຜົ່າ.

ບັນດາສະຫາຍ ພະນັກງານອາວຸໂສປະຕິວັດ, ຜູ້ທີ່ເຄີຍຊຸບຫລໍ່ໃນແປວໄຟແຫ່ງການຕໍ່ສູ້ກູ້ຊາດ, ກໍ່ຄືມີບົດຮຽນປະຕິວັດ ຈົ່ງຕັ້ງຫນ້າເສີມຂະຫຍາຍມູນເຊື້ອເດັດດ່ຽວກ້າແກ່ນ, ຄວາມເດັດຂາດຫນັກແຫນ້ນຂອງຕົນ, ປະກອບສ່ວນເຂົ້າໃນການສຶກສາອົບຮົມຈິດໃຈຮັກຊາດແພງເຊື້ອ, ທັດສະນະຫລັກຫມັ້ນປະຕິວັດ ໃຫ້ແກ່ຊາວຫນຸ່ມເຍົາວະຊົນ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ໃນຫມູ່ພະນັກງານ ແລະປະຊາຊົນ, ເປັນແບບຢ່າງນຳຫນ້າພາຮຸ້ນລູກຮູ້ນຫລານ ເຂົ້າຮ່ວມໃນພາລະ ກິດປົກປັກຮັກສາ ແລະສ້າງສາພັດທະນາບ້ານເມືອງຂອງຕົນ.

ຮຽກຮ້ອງມາຍັງຖັນແຖວພະນັກງານ, ສະມາຊິກພັກທີ່ຫນຸ່ມແຫນ້ນທຸກຖ້ວນໜ້າ ຈົ່ງເຊີດຊູມານະຈິດປະຕິວັດ, ຕັ້ງຫນ້າຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ທາງດ້ານວິທະຍາສາດ-ເຕັກນິກ, ຕະລຸມບອນເຂົ້າໃນສະຫນາມຮົບຕໍ່ສູ້ຕ້ານຄວາມທຸກຍາກຫລ້າຫລັງ, ຄວາມຫຍໍ້ທໍ້ ແລະຄວາມອະຍຸຕິທໍາໃນສັງຄົມ ເຮັດໃຫ້ພັກເຮົາສືບຕໍ່ເຂັ້ມແຂງເຕີບໃຫຍ່ຂຶ້ນ, ເພື່ອນຳເອົາປະເທດຊາດອັນແສນຮັກຂອງພວກເຮົາ ກ້າວຂຶ້ນສູ່ຄວາມມັ່ງຄັ່ງເຂັ້ມແຂງ.

ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບໃຫມ່, ມູນເຊື້ອສາມັກຄີປອງດອງ, ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງ, ເປັນເຈົ້າການເຂົ້າຮ່ວມ ຕິດຕາມ, ກວດ ກາ ການເຄື່ອນໄຫວຂອງພັກ ແລະຂອງສະມາຊິກພັກ ຢ່າງເປັນປົກກະຕິ; ຊ່ວຍ ເຫລືອພັກ ແລະ ສະມາຊິກພັກ ເສີມຂະຫຍາຍຈຸດດີ, ດັດແປງ, ແກ້ໄຂຈຸດອ່ອນ ແລະ ຂໍ້ຂາດຕົກບົກພ່ອງໃຫ້ມີການປ່ຽນແປງໃໝ່ທີ່ຈະແຈ້ງ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!
ອີງຕາມການລະບາດຂອງພະຍາດ ໂຄວິດ 19 ທີ່ກຳລັງ ແຜ່ຂະຫຍາຍໄປສູ່ຫຼາຍ ປະເທດໃນໂລກ ເຮັດໃຫ້ ມີຜູ້ຄົນເສຍຊີວິດຫຼາຍພັນຄົນແລະມີຜູ້ຕິດເຊື້ອ 2ແສນ ກວ່າຄົນຊຶ່ງເປັນໄພອັນຕະລາຍຮ້າຍແຮງ ຕໍ່ຊີວິດ ແລະຊັບສິນຂອງມວນມະນຸດ. ສຳລັບລາວເຮົາເຖິງແມ່ນຍັງບໍ່ມີການລາຍງານວ່າມີຜູ້ຕິດເຊື້ອ ແລະເສຍຊີວິດ ຈາກພະຍາດດັ່ງກ່າວກໍ່ຕາມ ແຕ່ຢູ່ໃນສະພາບຄວາມສ່ຽງສູງ
ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງມາຍັງພົນລະເມືອງລາວທຸກຖ້ວນໜ້າ ຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງໃຫ້ມີສະຕິເປັນເຈົ້າຕົນເອງ ລະມັດລະວັງ ປ້ອງກັນພະຍາດດັ່ງກ່າວ ຢ່າງມີຄວາມຮັບຜິດຊອບ,ເອົາໃຈໃສ່ຮ່ວມມື ແລະ ປະຕິບັດຕາມ ຢ່າງເຂັ້ມງວດ ບັນດາມາດຕະການຕ່າງໆ ທີ່ຄະນະສະເພາະກິດປ້ອງກັນ ແລະແກ້ໄຂພະຍາດໂຄວິດ 19 ໄດ້ວາງອອກ. ທັງນັ້ນ ກໍ່ເພື່ອພ້ອມກັນຜ່ານຜ່າ ວິກິດໂຄວິດ 19 ນີ້ ໃຫ້ໄດ້ດີທີ່ສຸດ ເທົ່າທີ່ຈະເຮັດໄດ້ ເພື່ອປະໂຫຍດສູງສຸດຂອງທຸກໆຄົນ.

ພວກເຮົາ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ໜ້າປະຫວັດສາດຍຸກໃໝ່ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການເສຍສະລະອັນໃຫຍ່ຫຼວງ ແລະເຕັມໄປດ້ວຍວິລະກໍາອັນອົງອາດກ້າແກ່ນ ເຊິ່ງປະຊາຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈ ນັ້ນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະຍົກລະດັບດ້ວຍຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະປະຊາຊົນລາວ ຮຸ່ນສືບທອດຕໍ່ໆໄປ.

ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!

ຂໍຂອບໃຈ!