ເຄນນີ່ ໂຣເຈີສ໌ ສິລະປິນນັກຮ້ອງເພງຄັນທຣີທີ່ມີຊື່ສຽງເສຍຊີວິດ

263

ເຄນນີ່ ໂຣເຈີສ໌ ສິລະປິນນັກຮ້ອງນັກດົນຕີລະດັບຕຳນານເພງແນວຄັນທຣີ ຫຼື ລູກທົ່ງທີ່ມີຊື່ສຽງຂອງອາເມຣິກາ ເຊິ່ງຢູ່ໃນວົງການດົນຕີມາດົນກວ່າ 6 ທົດສະວັດໄດ້ເສຍຊີວິດແລ້ວ ເມື່ອຄືນວັນສຸກ ຜ່ານມາ ດ້ວຍໂຣຄຊະລາ ບໍ່ແມ່ນຈາກໄວຣັສໂຄວິດ-19 ທີ່ກຳລັງແຜ່ລະບາດທົ່ວໂລກ ໃນໄວອາຍຸ 81 ປີ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສ ແອນເຈລິສ ສະຫະລັດ ອາເມຣິກາ ເມື່ອວັນເສົາ ທີ 21 ມີນາ ວ່າ ຖະແຫຼງຂອງຄອບຄົວໂຣເຈີສ໌ ກ່າວວ່າ ເຄນນີ່ ໂຣເຈີສ໌ ໄດ້ເສຍຊີວິດຢ່າງສະຫງົບ ທີ່ເຮືອນພັກໃນເມືອງແຊນດີ້ ສະປຣິງ ໃນລັດຈໍເຈຍ ພາກຕາເວັນອອກສຽງໃຕ້ຂອງສະຫະລັດ ເມື່ອຄືນວັນສຸກ ທີ 20 ມີນາ ຕາມເວລາທ້ອງຖິ່ນ ເຊິ່ງຄອບຄົວມີແຜນຈັດພິທີງານສົບແບບລຽບງ່າຍ ມີພຽງຍາດພີ່ນ້ອງໃກ້ຊິດຈຳນວນໜຶ່ງເທົ່ານັ້ນ ເນື່ອງຈາກວິກິດການແຜ່ລະບາດຂອງໄວຣັສໂຄວິດ-19 ໂດຍກຳນົດການຕ່າງໆຈະແຈ້ງສູ່ສາທາລະນະອີກຄັ້ງ.

ຄິທ ຮາແກນ ຕາງໜ້າຄອບຄົວໂຣເຈີສ໌ ເປີດເຜີຍວ່າ ເຄນນີ່ ສີລະປິນເພງທີ່ມີຊື່ສຽງເຄີຍໄດ້ຮັບລາງວັນແກຣມມີ 3 ຄັ້ງ ເສຍຊີວິດຕາມທຳມະຊາດ ໂດຍໄລຍະບັ້ນທ້າຍຂອງຊີວິດ ໂຣເຈີສ໌ ໄດ້ອອກທົວຄອນເສີດທົ່ວໂລກ ກ່ອນທີ່ອຳລາວົງການ ເມື່ອປີ 2016 ແຕ່ໃນເດືອນເມສາ 2018 ໂຣເຈີສ໌ ໄດ້ຕັດສິນໃຈຍົກເລີກລາຍການທົວການສະແດງຄອນເສີດທີ່ຍັງເຫຼືອ ຍ້ອນປ່ວຍ ແລະ ສຸຂະພາບບໍ່ດີ ແລະ ໄລຍະຫຼາຍເດືອນສຸດທ້າຍກ່ອນເສຍຊີວິດ ໂຣເຈີ ກາຍເປັນຜູ້ປ່ວຍນອນຕິດຕຽງຢູ່ໃນເຮືອນພັກ ໂດຍມິໝໍ ແລະ ພະຍາບານເຝົ້າເບິ່ງອາການຕະຫຼອດ 24 ຊົ່ວໂມງ.

ເຄນນີ່ ເຣ ໂຣເຈີສ໌ (Kenny Ray Rogers) ເກີດເມື່ອວັນທີ 21 ເດືອນສິງຫາ ປີ 1938 ໃນເມືອງຮິວສ໌ຕັນ ລັດເທັກຊັສ ເປັນທັງນັກຮ້ອງ, ນັກແຕ່ງເພງ, ນັກຖ່າຍຮູບ, ຜູ້ຜະລິດດົນຕີ, ນັກສະແດງ, ແລະ ນັກຂຽນ. ໄດ້ຮັບກຽດຕິຍົດບັນທຶກຊື່ໃນຫໍກຽດຕິຍົດດົນຕີປະເພດຄັນທຣີ ຫຼື ລູກທົ່ງ ຂອງອາເມຣິກາ (country music hall of fame) ຜົນງານເພງຂອງໂຣເຈີສ໌ ມີຍອດຂາຍຫຼາຍກວ່າ 165 ລ້ານຊຸດທົ່ວໂລກ ເຮັດໃຫ້ກາຍເປັນໜຶ່ງໃນສີລະປິນທີ່ມີຍອດຂາຍສູງທີ່ສຸດຕະຫຼອດການ ແລະ ມີເພງຊິງເກິລ (Single) ຍອດຮິດຕິດຊາດອັນດັບ 1 ເຖິງ 21 ເພງ ແລະ ມີເພງຊິງເກິລຕິດຊາດ ລວມທັງໝົດ 120 ເພງ ໃນບັນດາເພງປັອບ ແລະ ເພງຄັນທຣີ ຫຼາຍກວ່າ 200 ອາທິດໃນສະຫະລັດ.

ໂຣເຈີສ໌ ຜ່ານການສົມລົດ ແລະ ຢ່າຮ້າງກັບເມຍ 4 ຄົນ ເຊິ່ງເມຍຄົນສຸດທ້າຍ ເປັນຄົນທີ 5 ຊື່ນາງແວນດາ ມິລເລີ ມີລູກລວມກັນທັງໝົດ 5 ຄົນ.