ຕິມໍ-ເລສເຕ ພົບຜູ້ປ່ວຍໂຄວິດ-19 ຄົນທຳອິດໃນປະເທດ

120

ປະເທດຕີມໍ-ເລສເຕ ເຊິ່ງຕັ້ງຢູ່ໃກ້ກັບປະເທດອິນໂດເນເຊຍ ແລະ ອົດສະຕຣາລີ ລາຍງານກ່ຽວກັບການກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຄົນທຳອິດໃນປະເທດ ເປັນຜູ້ຊາຍທີ່ເດີນທາງມາຈາກຕ່າງປະເທດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງດິລີ ປະເທດຕີມໍ-ເລສເຕ ເມື່ອວັນເສົາ ທີ 21 ມີນາ ວ່າ ກະຊວງການຕ່າງປະເທດຕີມໍ-ເລສເຕ ໄດ້ອອກຖະແຫຼງການ ເມື່ອວັນເສົາ ກ່ຽວກັບການກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຄົນທຳອິດ ເປັນຜູ້ຊາຍທີ່ເດີນທາງມາຈາກຕ່າງປະເທດ ເຊິ່ງໄດ້ເຂົ້າຮັບການປິ່ນປົວຕາມມາດຕະການສາທາລະນະສຸກ ແລະ ຖືກກັກຕົວຢູ່ຫ່າງຈາກຄົນອື່ນແລ້ວ ແຕ່ລາຍງານບໍ່ໄດ້ລະບຸວ່າຜູ້ຕິດເຊື້ອດັ່ງກ່າວເປັນພົນລະເມືອງຂອງປະເທດໃດ ແລະ ເດີນທາງມາຈາກປະເທດໃດ.

ຢ່າງໃດກໍ່ຕາມ, ປະເທດຕີມໍ-ເລສເຕ ເຊິ່ງປັດຈຸບັນມີປະຊາກອນປະມານ 1,3 ລ້ານຄົນ, ຕັ້ງຢູ່ໃກ້ກັບປະເທດອິນໂດເນເຊຍ ແລະ ອົດສະຕຣາລີ ສຳລັບສະຖານະການຂອງໂຄວິດ-19 ໃນປະເທດອິນໂດເນເຊຍ ພົບຜູ້ປ່ວຍ 2 ຄົນ ທຳອິດ ເມື່ອວັນທີ 2 ມີນາ ຜ່ານມາ ແລະ ຢືນຢັນຜູ້ເສຍຊີວິດຄົນທຳອິດ ເມື່ອວັນທີ 11 ມີນາ ຜ່ານມາ ເປັນນັກທ່ອງທ່ຽວເພດຍິງ ຊາວສະຫະຣາຊະອານາຈັກ ອາຍຸ 53 ປີ ແລະ ມີພະຍາດປະຈຳຕົວ ເສຍຊີວິດຢູ່ໂຮງໝໍແຫ່ງໜຶ່ງ ໃນເກາະບາຫຼີ.

ປັດຈຸບັນ ຈຳນວນຜູ້ປ່ວຍສະສົມຈາກເຊື້ອໄວຣັສໂຄວິດ-19 ໃນປະເທດອິນໂດເນເຊຍ ມີຢ່າງໜ້ອຍ 450 ຄົນ ປິ່ນປົວເຊົາແລ້ວຢ່າງໜ້ອຍ 20 ຄົນ ແລະ ເສຍຊີວິດ 38 ຄົນ ຖືວ່າເປັນສະຖິຕິຜູ້ເສຍຊີວິດຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.

ຂະນະທີ່ ປະເທດອົດສະຕຣາລີ ມີຜູ້ປ່ວຍສະສົມຢ່າງໜ້ອຍ 1.068 ຄົນ,ປິ່ນປົວເຊົາແລ້ວ 46 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 7 ຄົນ ໂດຍພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 25 ມັງກອນ ແລະ ເສຍຊີວິດຄົນທຳອິດ ເມື່ອວັນທີ 1 ມີນາ ຜ່ານມາ.