ເຜີຍວິທີ ປູກສະຕໍເບີລີ້ ໃນຖັງແບບງ່າຍໆ ປູກເອງໄດ້ໄວ້ກິນຄອບຄົວ

124

ສຸດຍອດເລີຍ ສົງໄສຕ້ອງລອງປູກເອງແລ້ວ ໝາກສະຕໍເບີຣີ ຖືໄດ້ວ່າເປັນພືດເມືອງໜາວທີ່ປັດຈຸບັນສາມາດປູກໄດ້ງ່າຍໆແລ້ວ ດັ່ງທີ່ເຮົາເຫັນຄົນນິຍົມປູກກັນຫຼາຍ ໃນນະຄອນຫຼວງກໍເຫັນຕາມຮ້ານຂາຍດອກໄມ້ ຫຼື ຕາມເຮືອນກໍມີຫຼາຍ,

ເພາະສະຕໍເບີລີໃນປັດຈຸບັນທີ່ປູກເປັນພັນສະຕໍເບີລີສວນ (Fragaria x ananassa) ຜົນຂອງສະຕໍເບີລີ ມີລົດຊາດຫຼາກຫຼາຍຂຶ້ນຢູ່ກັບສາຍພັນ ມີຕັ້ງແຕ່ຫວານ, ສົ້ມ ທີ່ນິຍົມກັນຊື້ຂາຍເປັນຜົນລະໄມ້ກິນຫຼິ້ນ, ໃສ່ປະກອບອາຫານຕ່າງໆໄດ້…

ມື້ນີ້ແອັດມິນເລີຍຈະມາພາທຸກທ່ານທີ່ຢາກປູກຕົ້ນສະຕໍເບີລີມາລອງປູກໄດ້ເລີຍແບບງ່າຍໆ ແຖມມີຂັ້ນຕອນບໍ່ຊັບຊ້ອນ ເລີ່ມຈາກຫາໝາກສະຕໍເບີລີ ທີ່ເຮົາມັກໃນລົດຊາດມັນ ຫຼື ຈະຊື້ເປັນແກ່ນມາກໍໄດ້ແລ້ວແຕ່ສະດວກ ກໍຄືການເອົາແກ່ນມັນທີ່ເຮົາເຫັນດໍາໆຕິດອ້ອມຂ້າງໜ່ວຍມັນເອົາມາເພາະ, ວິທີການເກັບແກ່ນເພື່ອເພາະໝາກສະຕໍເບີລີມີ 2 ວິທີດັ່ງນີ້:

1 ໃຊ້ທີ່ຄີບ, ແໜບ ຫຼື ໄມ້ຄີບຖູ່ ຄ່ອຍໆເກະເອົາອອກມາເທື່ອລະແກ່ນ ເປັນຂັ້ນຕອນທີ່ຕ້ອງໃຊ້ສາຍຕາ ແລະ ຄວາມພະຍາຍາມພໍສົມຄວນ,
2 ໃຊ້ມີດຜ່າໝາກສະຕໍເບີລີ ອອກມາລາງໆ ວິທີນີ້ງ່າຍ ແລະ ໄວກວ່າວິທີທໍາອິດ ຈາກນັ້ນນໍາເນື້ອສະຕໍເບີລີມາວາງເທິງເຈ້ຍອານາໄມ ນໍາໄປພື່ງໃສ່ລົມໃຫ້ແຫ້ງ ຫຼື ວາງໄວ້ໃນຕູ້ເຢັນ ເພື່ອເນື້ອທີ່ທີ່ຕິດມາຈະແຫ້ງໄວຂຶ້ນ.

ປະໄວ້ປະມານ 2-3 ມື້ ກໍຈະແຫ້ງ ຕອນນີ້ກໍເອົາມືລູບແກ່ນຂອງມັນກໍຈະຫຼຸດອອກມາຢ່າງງ່າຍດາຍ.

ເມື່ອໄດ້ແກ່ນມັນແລ້ວນັ້ນເອົາໄປແຊໃນຕູ້ເຢັນປະໄວ້ 7 ມື້ ເພື່ອກະຕຸ້ນການງອກຂອງແກ່ນ ນໍາແກ່ນທີ່ທີ່ແຊເຢັນອອກມາ ໃສ່ໃນຖ້ວຍຫຼືແກ້ວ ແຊ່ໄວ້ຈົນເມັດມັນງອກ ແຕ່ຕ້ອງປ່ຽນນໍ້າທຸກມື້ ປ້ອງກັນການເນົ່າຂອງເມັດ.

ຫາກຕອນແກະເມັດ ມີເນື້ອຂອງສະຕໍເບີລີມານໍາ ໂອກາດທີ່ແກ່ນຈະເນົ່າມີສູງ ເວລາແຊເມັດນັ້ນບໍ່ແນ່ນອນບາງແກ່ນກໍ 2-3 ມື້ ບາງແກ່ນກໍ 15-20 ມື້ກໍມີຫຼາຍຄົນອາດສົງໄສວ່າເປັນຫຍັງຕ້ອງເອົາໄປແຊໃນນໍ້າກ່ອນ ທັງນີ້ກໍເພື່ອໃຫ້$ໝັ້ນໃຈວ່າແກ່ນນັ້ນງອກແທ້ ນອກຈາກງອກແລ້ວຍັງມີໃບສາມາດປູກຕໍ່ໄປໄດ້ເລີຍ.

ສໍາລັບປູກສະຕໍເບີລີ,

ເອົາລົງດິນໄດ້ເລີຍ

ປະມານ 9 ມື້ກໍຈະອອກໃບທີ 3

ປະມານ 37 ໃບທີ 3 ກໍຈະໃຫຍ່