ດ່ວນ! ບໍລິລິຄຳໄຊ ແຈ້ງປິດທຸກສະຖານທີ່ທ່ອງທ່ຽວໄລຍະນີ້

120

ເພື່ອປ້ອງກັນ ແລະ ຕ້ານ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫຼື ໂຄວິດ-19 ທາງຫ້ອງວ່າການແຂວງບໍລິຄຳໄຊ ໄດ້ອອກແຈ້ງການປິດແຫຼ່ງທ່ອງທ່ຽວຕ່າງໆພາຍໃນແຂວງ ເລີ່ມປະຕິບັດນັບແຕ່ວັນທີ 21 ມີນາ 2020 ຫາ ວັນທີ 21 ເມສາ 2020.

ອີງຕາມ ແຈ້ງການ ຂອງຫ້ອງວ່າການ ແຂວງບໍລິຄຳໄຊ ສະບັບເລກທີ 623/ຫວຂ.ບຊ ລົງວັນທີ 20 ມີນາ 2020 ເຖິງ ທ່ານເຈົ້າເມືອງ 7 ເມືອງ, ທ່ານຫົວຫນ້າພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານຫົວຫນ້າກອງບັນຊາການ ປກສ ແຂວງ ກ່ຽວກັບການປິດສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງ ຊົ່ວຄາວ.

ໂດຍອີງຕາມ ຄໍາສັ່ງແນະນໍາຂອງທ່ານເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 04/ຂບຊ, ລົງວັນທີ 18 ມີນາ 2020 ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຕ້ານ, ຄວບຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫຼື ໂຄວິດ-19 (COVID-10), ອີງຕາມ ຄໍາສັ່ງຂອງທ່ານເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 05/ຂບຊ, ລົງວັນທີ 18 ມີນາ 2020 ກ່ຽວກັບ ການປິດດ່ານປະເພນີ ເປັນການຊົ່ວຄາວ ໃນໄລຍະການລະບາດຂອງພະຍາດ ໂດວິດ-1) (COVID-19) ແລະ ອີງຕາມ ທິດຊີ້ນໍາຂອງທ່ານເຈົ້າແຂວງບໍລິຄໍາໄຊ ຄັ້ງວັນທີ 20 ມີນາ 2020.

ຫ້ອງວ່າການແຂວງບໍລິຄໍາໄຊ ມອບໃຫ້ທ່ານເຈົ້າເມືອງ 7 ເມືອງ, ແຈ້ງ ການໄປຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ປະຕິບັດມາດຕະການປິດສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ ພາຍໃນແຂວງ ເປັນການຊົ່ວຄາວ, ໂດຍສະເພາະແມ່ນ: ຫາດດອນຄຸນ, ຫາດຊາຍຂາວ, ຟາມພູຕາເວັນ, ຕາດມັງກອນ, ຕາດເລິກ, ຕາດ ເຕັກ, ຕາດຊາຍ ແລະ ສະຖານທີ່ອື່ນໆ ທີ່ເປັນບ່ອນເຕົ້າໂຮມມວນຊົນເປັນຈໍານວນຫຼາຍ.

ມອບໃຫ້ກອງບັນຊາການ ປກສ ແຂວງ ເປັນເຈົ້າການໃນການຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ, ຖ້າມີຜູ້ລະເມີດ ກໍໃຫ້ດໍາເນີນການຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງກໍານົດ ຢ່າງເຂັ້ມງວດ.

ໂດຍໃຫ້ເລີ່ມປະຕິບັດນັບແຕ່ວັນທີ 21 ມີນາ 2020 ຫາ ວັນທີ 21 ເມສາ 2020 ຖ້າກໍລະນີມີການປ່ຽນແປງ ຈະແຈ້ງໃຫ້ຊາບພາຍຫຼັງ.