ມະຫາວິທະຍາໄລວິທະຍາສາດສຸຂະພາບ ແຈ້ງຢຸດ ການຮຽນ-ການສອນຊົ່ວຄາວແລ້ວ

178

ເພື່ອເປັນການປ້ອງກັນ ແລະ ຕ້ານ ພະຍາດ COVID-19 ທີ່ກຳລັງບາດບາດຢູ່ທົ່ວໂລກປັດຈບັນນີ້ ທາງມະຫາວິທະຍາໄລວິທະຍາສາດສຸຂະພາບ ໄດ້ອອກແຈ້ງການ ຢຸດການຮຽນ-ການສອນທັງພາກທິດສະດີ ແລະ ພາກຝຶກປະຕິບັດຕົວຈີງຢູ່ທຸກແຫ່ງໃຫ້ແກ່ນັກສຶກສາທຸກຄະນະວິຊາ ແລະທຸກລະດັບ ນັບຕັ້ງແຕ່ ວັນທີ 19 ມີນາ 2020 ຈົນເຖິງ ວັນທີ 21 ເມສາ 2020 ແລະ ຈະໄດ້ກັບຄືນເຂົ້າມາຮຽນເປັນປົກກະຕິໃນ ວັນທີ 22 ເມສາ 2020.

ອີງຕາມແຈ້ງການ ຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ ເລກທີ 1079/ມວສ ລົງວັນທີ 20 ມີນາ 2020 ເຖີງຄະນະບໍດີ, ຜູ້ອໍານວຍການໂຮງຫມໍສູນກາງ, ໂຮງຫມໍແຂວງ, ສູນ, ໂຮງງານ ແລະ ສະຖານທີ່ຝຶກປະຕິບັດຕົວຈີງໃຫ້ ແກ່ນັກສຶກສາ ຈາກ ມະຫາວິທະຍາໄລວິທະຍາສາດສຸຂະພາບ ທຸກແຫ່ງກ່ຽວກັບ ການ ຢຸດການຮຽນ-ການສອນ.

ອິງຕາມ: ຜົນກອງປະຊຸມຂອງຄະນະລັດຖະບານ ແລະ ແຈ້ງການຂອງທ່ານລັດຖະມົນຕີກະຊວງສຶກສາທິການແລະກິລາສະບັບເລກທີ 369/ສສກ ລົງວັນທີ 18 ມີນາ 2020 ວ່າດ້ວຍການໃຫ້ປີດການຮຽນຂອງສະຖານການສືກສາທຸກແຫ່ງ ທຸກລະດັບໃນທົ່ວປະເທດ. ອິງຕາມ: ກອງປະຊຸມເປັນເອກະພາບຂອງຄະນະນໍາ ມະຫາວິທະຍາໄລວິທະຍາສາດສຸຂະພາບ ຄັ້ງວັນທີ 19 ມີນາ 2020.

ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ ຈື່ງໄດ້ແຈ້ງການມາຍັງ ຄະນະບໍດີ, ຜູ້ອໍານວຍການ ໂຮງຫມໍສູນກາງ, ໂຮງຫມໍແຂວງ, ສະຖາບັນ, ສູນ, ໂຮງງານ ແລະ ສະຖານທີ່ຝຶກປະຕິບັດຕົວຈີງທຸກແຫ່ງເພື່ອການຮຽນການສອນໃຫ້ແກ່ນັກສຶກສາ ຈາກ ມະຫາວິທະຍາໄລວິທະຍາສາດສຸຂະພາບ ຊາບວ່າ: ໂດຍອິງຕາມສະພາບຂອງ ພະຍາດ COVID-19 ແລະແຈ້ງການຂອງກະຊວງສຶກສາທິການແລະກິລາດັ່ງກ່າວ, ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ຈະໄດ້ຢຸດການຮຽນ-ການສອນ ທັງພາກທິດສະດີ ແລະ ພາກຝຶກປະຕິບັດຕົວຈີງຢູ່ທຸກແຫ່ງໃຫ້ແກ່ນັກສຶກສາທຸກຄະນະວິຊາ ແລະ ທຸກລະດັບຂອງ ມວສ ນັບຕັ້ງແຕ່ ວັນທີ 19 ມີນາ 2020 ຈົນເຖິງ ວັນທີ 21 ເມສາ 2020 ແລະຈະໄດ້ກັບຄືນເຂົ້າມາຮຽນເປັນປົກກະຕິໃນ ວັນທີ 22 ເມສາ 2020.