ລັດຖະບານແຈ້ງແລ້ວ ການສະໜອງສິນຄ້າຕ້ອງຮັບປະກັນພຽງພໍ່ຕໍ່ການຊົມໃຊ້, ບໍ່ໃຫ້ມີການສວຍໂອກາດ

103

ໂດຍອີງໃສ່ສະພາບ ການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນ ໃໝ່ໂຄວິດ-19 ປັດຈຸບັນນັບມື້ຮຸນແຮງ ແລະ ແພ່ລາມໄປຍັງຫຼາຍປະທດໃນໂລກ ເຊິ່ງພາບລວມໄດ້ສົ່ງຜົນກະທົບຕໍ່ເສດຖະກິດ, ການຄ້າ, ການລົງທຶນ ແລະ ການດຳລົງຊີວິດຂອງປະຊາຊົນໃນປະເທດ ທີ່ມີການລະບາດ ຕໍ່ກັບບັນຫາດັ່ງກ່າວ ຫຼາຍປະທດ ກໍ່ໄດ້ມີມາດຕະການເຝົ້າລະວັງ, ຄວບຄຸມ ພ້ອມທັງວາງມາດຕະການສະກັດກັ້ນຢ່າງໃກ້ຊິດ.

ສ່ວນ ສປປ ລາວ ເຖິງວ່າຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ກໍ່ຕາມ ແຕ່ລັດຖະບານ ກໍ່ຄືຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ກໍ່ໄດ້ເພີ່ມມາດຕະການຢ່າງເຂັ້ມງວດໃນການປ້ອງກັນ ໂດຍສະເພາະແມ່ນການປິດດ່ານທ້ອງຖິ່ນ, ດ່ານປະເພນີ ທົ່ວປະເທດ ຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດ ທີ່ມີການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ສຳລັບດ່ານສາກົນທຸກດ່ານທີ່ມີຢູ່ ແມ່ນໄດ້ເປີດບໍລິການປະຊາຊົນເຂົ້າ-ອອກ ເປັນປົກກະຕິ ແຕ່ຈະມີເຈົ້າໜ້າກວດກາ, ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອເອື້ອອຳນວຍໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການ ແລະ ພໍ່ຄ້າຊາວຂາຍ ສາມາດນຳເຂົ້າສິນຄ້າທີ່ຈຳເປັນໃຊ້ໃນຊີວິດປະຈຳວັນໄດ້ຕາມປົກກະຕິ.

ຫຼ້າສຸດ, ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມີນາ 2020 ທີ່ໄດ້ໄຂຂຶ້ນໃນວັນທີ 18 ແລະ ປິດລົງ ໃນຕອນບ່າຍວັນທີ 19 ມີນາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໄດ້ພ້ອມຮ່ວມກັນປຶກສາຫາລື ແລະ ພິຈາລະນາກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ-19, ຜົນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02, 03 ແລະ 12 ຂອງນາຍົກລັດຖະມົນຕີ ກ່ຽວກັບການປັບປຸງລະບຽບການ ເພື່ອອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ, ການຄ້າ, ການອະນຸຍາດການລົງທຶນ ແລະ ອະນຸຍາດດໍາເນີນທຸລະກິດຢູ່ ສປປ ລາວ.

ໃນກອງປະຊຸມ ລັດຖະບານໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນ ໂດຍສະເພາະແມ່ນການຊີ້ນຳ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລື ແກ້ໄຂບັນຫາຕ່າງໆ ກ່ຽວກັບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົນໃຫ້ທັນເວລາ, ເພື່ອຮັບປະກັນການສະໜອງສິນຄ້າທີ່ຈຳເປັນຕ່າງໆ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ; ພ້ອມທັງແກ້ໄຂການສວຍໂອກາດກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ ແລະ ການລະເມີດອື່ນໆ ທາງດ້ານການຄ້າໃຫ້ເຂັ້ມງວດ ແລະ ທັນເວລາ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດຄັ້ງນີ້ໄດ້ຮັບໄຊຊະນະ.